Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເສົ້າໃຈ! ເດັກນ້ອຍຊາຍ 2 ຄົນ ຈົມນໍ້າເສຍຊີວິດ ທີ່ບ້ານຊຽງດາ

Posted on 23/02/202023/02/2020 By All in LAOS No Comments on ເສົ້າໃຈ! ເດັກນ້ອຍຊາຍ 2 ຄົນ ຈົມນໍ້າເສຍຊີວິດ ທີ່ບ້ານຊຽງດາ

ລາຍງານສະມາຄົມອາສາກູ້ໄພນະຄອນຫຼວງ 1624 ໃຫ້ຮູ້ວ່າ ໃນວັນທີ 22 ກຸມພາ 2020 ເວລາ 18:47ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີເດັກນ້ອຍຈົມນ້ຳຢູ່ບ້ານຊຽງດາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ

ທີມກູ້ຊີບ-ກູ້ໄພນະຄອນຫຼວງວຽຈັນຈຶ່ງໄດ້ອອກກວດສອບເຫດພົບຜູ້ເສຍຊີວິດເປັນເດັກນ້ອຍເພດຊາຍ 2 ຄົນອາຍຸປະມານ 7 ຫາ 9 ປີ ຢູ່ທີ່ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ດັ່ງນັ້ນ​ ທີມກູ້ຊີບ-ກູ້ໄພນະຄອນຫຼວງວຽງຈຶ່ງຊ່ວຍນຳສົ່ງນ້ອງທັງສອງໄປທີ່ວັດປ່າຊຽງດາ ເພື່ອປະກອບພິທີຕາມທາງສາສະໜາ.​ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ສູນເສຍນ້ອງທັງສອງໄປ.​

ແຈ້ງເຕືອນໃຫ້ພໍ່ແມ່ຜູ່ປົກຄອງໃຫ້ເບິ່ງແຍງລູກຫຼານຂອງທ່ານໃຫ້ດີ, ໂດຍສະເພາະຫາກທ່ານອາໃສຢູ່ໃກ້ແຄມແມ່ນໍ້າ ຫຼື ມີໜອງນໍ້າ. ເພາະເດັກນ້ອຍ ທີ່ລອຍນໍ້າບໍ່ເປັນແມ່ນມີຄວາມສຽງ ທີ່ຈະເກີດອຸບັດຕິເຫດ ແລະ ຈົມນໍ້າເສຍຊີວິດ.

ລາຍງານໂດຍ: 1624

ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ. ອຸປະກອນການແພດຕ່າງໆ. ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ຕິດຕໍ່ສອບຖາມ:020 22441624 ຫຼື ໂອນບັນຊີ

ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ (ລະບຸພ້ອມວ່າບໍລິິຈາກຊ່ວຍເຫຼືອ)

ຊື່ບັນຊີ:THE ASSOCIATION OF VOLUNTARY RESCUE VIENTIANE
ເລກບັນຊີ: LAK010120000993902001

ຂ່າວສານບ້ານເມືອງ

Post navigation

Previous Post: ລົດຈັກ ແຫກໂຄ້ງເສຍຊີວິດ 1 ລາຍ ບ້ານດ່ານ ເມືອງໄຊພູທອງ
Next Post: ຍອດຜູ່ເສຍຊີວິດ 2.445 ຄົນ, ມີ 28 ປະເທດຢືນຢັນພົບ ໂຄວິດ-19 (Covid-19 ເວລາ 09:25 ວັນທີ 23 ກຸມພາ 2020)

Related Posts

ຊາອຸ ງານເຂົ້າເຈີ! ຜູ້ຕິດເຊື້ອໂຄວິດ-19 ຄົນທໍາອິດ ແຖມປິດບັງວ່າເຄີຍໄປອິຣ່ານກ່ອນກັບປະເທດ ຂ່າວສານບ້ານເມືອງ
ຮັບສ່ວນຫຼຸດ 5% ເປັນເວລາ 3 ເດືອນ ນໍ້າປະປາ ປະເພດຄົວເຮືອນ ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ເຂົ້າຫອບຊຽນໄພ້ໄປສຶກສາອົບຮົມ ຂ່າວສານບ້ານເມືອງ
ແຂວງໄຊຍະບູລີ ເລີ່ມສັກວັກແຊັງປ້ອງກັນ ໂ ຄ ວິ ດ ຮອບທີ 1 ໃຫ້ກຸ່ມສ່ຽງ ຂ່າວສານບ້ານເມືອງ
ສສຊ ແລະ ສສຂ ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ລົງເຄື່ອນໄຫວໂຄສະນາຫາສຽງ ຂ່າວສານບ້ານເມືອງ
ເຈົ້າຂອງໄດ້ຍິນສຽງແຕກ ກ່ອນໄຟຈະລຸກໄໝ້ລົດເກງເສຍຫາຍໝົດຄັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme