Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ງານມະຫາກຳບຸນຊ້າງ ຄັ້ງທີ 14 ປະຈຳປີ 2020 ຂອງແຂວງໄຊຍະບູລີ ໄຂຂຶ້ນຢ່າງເປັນທາງການ

Posted on 22/02/202022/02/2020 By All in LAOS No Comments on ງານມະຫາກຳບຸນຊ້າງ ຄັ້ງທີ 14 ປະຈຳປີ 2020 ຂອງແຂວງໄຊຍະບູລີ ໄຂຂຶ້ນຢ່າງເປັນທາງການ

ໃນຕອນເຊົ້າວັນທີ 22/2/2020 ຢູ່ເດີ່ນສະຫນາມຫລວງຂອງແຂວງພາຍຫລັງມີການຄົບງັນມາແຕ່ທີ 18 ກຸມພາ 2020 ເປັນຕົ້ນມາ, ພາຍໃຕ້ການເປັນປະທານຈັດງານຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ, ມີການນຳຂັ້ນສູງພັກ-ລັດທີ່ມາຈາກສູນກາງ, ການນຳແຂວງໄຊຍະບູລີ, ພະເຖລານຸເຖລະ, ພ້ອມດ້ວຍມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫລາຍ.

ໂອກາດນີ້ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ ທັງເປັນປະທານຈັດງານບຸນຊ້າງຄັ້ງນີ້ໃຫ້ຮູ້ວ່າ: ການຈັດງານມະຫາກຳບຸນຊ້າງເພື່ອແນໃສ່ອະນຸລັກຮັກສາຊ້າງທີ່ເປັນມູນມໍລະດົກຂອງຊາດທີ່ເປັນມິ່ງບ້ານຂວັນເມືອງຂອງຄົນລາວ ເປັນການຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ກໍ່ຄືຂອງປະຊາຊົນແຂວງໄຊຍະບູລີ ທີ່ມີວິທີການດຳລົງຊີວິດຕິດພັນກັບຊ້າງມາແຕ່ສະໄຫມກ່ອນ ໃຫ້ນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດໄດ້ຮັບຮູ້

ພ້ອມທັງເປັນເວທີສະແດງຄວາມສາມາດແລະທັກສະການຄວບຄຸມຊ້າງຂອງຄວນຊ້າງ, ການສະແດງກິດຈະກຳຕ່າງໆຂອງຊ້າງຕື່ມອີກ, ໂອກາດດຽວກັນນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ຕາງຫນ້າໃຫ້ປະຊາຊົນພາຍໃນແຂວງຂຶ້ນ ມີຄຳເຫັນສະແດງຄວາມຂອບໃຈທຸກພາກສ່ວນທີ່ໃຫ້ການສະຫນັບສະຫນູນເຮັດໃຫ້ການຈັດງານຄັ້ງນີ້ດຳເນີນໄປດ້ວຍຜົນສຳເລັດພ້ອມທັງກ່າວເປີດງານມະຫາກຳບຸນຊ້າງ ຄັ້ງທີ 14 ປະຈຳປີ 2020 ຢ່າງເປັນທາງການ.

ສຳລັບງານມະຫາກຳບຸນຊ້າງຄັ້ງທີ 14 ປະຈຳປີ 2020 ຢູ່ແຂວງໄຊຍະບູລີ ຈັດຂຶ້ນຢ່າງຍິ່ງໃຫຍ່ຄືທຸກໆປີຜ່ານມາພາຍໃນງານມີການສະແດງສີນລະປະວັນນະຄະດີ ທີ່ເປັນເອກະລັກຂອງປະຊາຊົນຊາວແຂວງໄຊຍະບູລີ, ຮັບຊົມສະແດງການເດີນສວນສະຫນາມຂອງກ້ອນກຳລັງຕ່າງໆມາຈາກ 11 ເມືອງທົ່ວແຂວງ, ຂະບວນແຮ່ພາຂັວນຊ້າງ, ຂະບວນແຫ່ຊ້າງຈຳນວນ 72 ໂຕ ໃນນີ້ມີຊ້າງເຜືອກ 1ໂຕ, ທ່ຽວຊົມພິພິທະພັນຊ້າງ, ການສະແດງຊ້າງຄຳຮູ້, ປະກວດຊ້າງງາມ, ພິທີບາສີສູ່ຂວັນຊ້າງ, ຂີ່ຊ້າງຊົມເທດສະບານແຂວງ ແລະກິດຈະກຳສຳຄັນຈຳນວນຫນຶ່ງ,

ນອກນີ້ພາຍໃນງານຍັງມີການງວາງສະແດງສິນຄ້າອຸປະໂພກບໍໂພກຈຳນວນຫລາຍ, ສິນຄ້າໂອດ໋ອບທີ່ມີຊື່ສຽງຈາກພາຍໃນແລະຕ່າງປະເທດຈຳນວນ 132 ຮ້ານ, ແລະຈະສິ້ນສຸດໃນວັນທີ 28 ກຸມພາ 2020. ນອກຈາກນີ້ທຸກໆຄໍ່າຄືນພາຍໃນງານຍັງມີການຄົບງັນສະແດງສິນລະປະວັນນະຄະດີ ທີ່ເປັນເອກະລັກຂອງປະຊາຊົນຊາວແຂວງ ໄຊຍະບູລີ ເຊິ່ງສາມາດດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດໃຫ້ມາທ່ຽວຊົມຫລາຍສົມຄວນ.


ຂ່າວ: ເດດອາລຸນ ແກ້ວວິໄລວົງ

ເລື່ອງເດັ່ນ

Post navigation

Previous Post: ຈັດພິທີມອບ-ຮັບເຕົາເຜົາຂີ້ເຫຍື້ອອັນຕະລາຍ
Next Post: ໝາກຜົນຂອງກອງປະຊຸມ
ລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ຈັດຂື້ນຢູ່ສປປ ລາວ

Related Posts

ໄອຍະການປະຊາຊົນ ແຂວງອັດຕະປື ອອກຄໍາສັ່ງກັກຂັງຜູ້ຖືກຫາຄະດີຢາເສບຕິດ ຈໍານວນ 130 ຄົນ ຂ່າວສານບ້ານເມືອງ
ດ່ວນເລີຍແຂວງວຽງຈັນອອກຄໍາສັ່ງລັອກດາວຢ່າງເຄັ່ງຄັດຮອດ 8 ຕຸລາ ເລື່ອງເດັ່ນ
ອຸຕຸເຕືອນ! ຝົນຈະຕົກໜັກ 7ຫາ9 ກັນຍາ 2021 ນີ້ ເລື່ອງເດັ່ນ
ຕະຫຼາດອົດຊີແຈ້ງການດ່ວນ! ເລີ່ມ 16 ກັນຍາ ໃຜບໍ່ໃສ່ຜ້າປິດປາກ ປັບໃໝ 500.000 ກີບຕໍ່ຄັ້ງ ເລື່ອງເດັ່ນ
ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ແຂວງວຽງຈັນ ມອບລົດຈັກຄືນເຈົ້າຂອງເດີມ ຂ່າວສານບ້ານເມືອງ
ຂ່າວດີ! ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໄດ້ເປີດຮັບໂຄງການວິຊາການ ປີ 2020 ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme