Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທຸ້ມງົບ 176 ຕື້ກີບ ອັບເກຣດ ທາງຮ່ອມ ຕົວເມືອງວັງວຽງ ອໍານວຍຄວາມສະດວກການທ່ອງທ່ຽວ

Posted on 21/02/202022/02/2020 By All in LAOS No Comments on ທຸ້ມງົບ 176 ຕື້ກີບ ອັບເກຣດ ທາງຮ່ອມ ຕົວເມືອງວັງວຽງ ອໍານວຍຄວາມສະດວກການທ່ອງທ່ຽວ

ເສັ້ນທາງຮ່ອມພາຍໃນເມືອງວັງວຽງ ຈະໄດ້ຮັບການປັບປຸງໃຫ້ດີຂຶ້ນກ່ວາເກົ່າ

ອົງການປົກຄອງແຂວງວຽງຈັນ ຈະນຳໃຊ້ງົບປະມານ 20 ລ້ານໂດລາສະຫະລັດ ຫຼື 176 ຕື້ກີບ ເພື່ອປັບປຸງບັນດາເສັ້ນ ທາງຮ່ອມພາຍໃນເມືອງວັງວຽງ ໃຫ້ດີຂຶ້ນກ່ວາເກົ່າ, ຊຶ່ງຈະເປັນການປະກອບສ່ວນໃນການຊ່ວຍດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາຢ້ຽມຢາມ ແລະ ທ່ອງທ່ຽວພາຍໃນເມືອງວັງວຽງໃຫ້ຫລາຍຂຶ້ນກ່ວາເກົ່າ.


ທ່ານ ຄໍາພັນ ສິດທິດໍາພາ, ເຈົ້າແຂວງໆວຽງຈັນ ໃຫ້ຮູ້ວ່າ: ງົບປະມານຈໍານວນດັ່ງກ່າວ ເປັນສ່ວນໜຶ່ງຂອງງົບປະມານທີ່ລັດຖະບານກູ້ຢືມມາຈາກຕ່າງປະເທດໃນອັດຕາດອກເບ້ຍຕ່ຳ ເພື່ອໃຫ້ແຂວງວຽງຈັນ ນຳມາປັບປຸງພື້ນຖານໂຄງລ່າງ ກໍ່ຄື ບັນດາທາງຮ່ອມພາຍໃນເມືອງວັງວຽງ ໃຫ້ດີຂຶ້ນກ່ວາເກົ່າ.


ປະຈຸບັນ, ຂະແຫນງການທີ່ກ່ຽວຂ້ອງຂອງແຂວງພວມສໍາຫລວດບັນດາເສັ້ນທາງທີ່ຈະຕ້ອງປັບປຸງໃໝ່ຢູ່, ຊຶ່ງຄາດວ່າຈະໄດ້ຮັບການລົງມືຈັດຕັ້ງປະຕິບັດພາຍໃນປີນີ້ ແລະ ຈະໃຫ້ສໍາເລັດພາຍໃນປີ 2023. ຖ້າຫາກບັນດາເສັ້ນທາງຮ່ອມໄດ້ຮັບການປັບປຸງສໍາເລັດ ກໍ່ຈະປະກອບສ່ວນເຮັດໃຫ້ເມືອງວັງວຽງ ມີໂສມໜ້າໃໝ່ທີ່ດີຂຶ້ນກ່ວາເກົ່າ.


ທ່ານເຈົ້າແຂວງໆວຽງຈັນ ໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັບການປັບປຸງພື້ນຖານໂຄງລ່າງແລ້ວ, ອົງການປົກຄອງແຂວງວຽງຈັນ ຍັງມີແຜນທີ່ຈະເພີ່ມກິດຈະກໍາການທ່ອງທ່ຽວຢູ່ເມືອງວັງວຽງໃຫ້ຫລາຍຂຶ້ນກ່ວາເກົ່າ, ເນື່ອງຈາກວ່າ ປະຈຸບັນນີ້, ມີນັກລົງທຶນກຳລັງດຳເນີນການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງກະຕ່າລອຍຟ້າເພື່ອຊົມທີວທັດຂອງເມືອງວັງວຽງທີ່ຄ້າຍຄືການບໍລິການຢູ່ຕ່າງປະເທດ ແລະ ກິດຈະກໍາອື່ນໆອີກ.

ໂດຍ: ມົດແດງນ້ອຍ, ວສລ.

ຂ່າວສານບ້ານເມືອງ

Post navigation

Previous Post: ຄະນະຄູອາຈານ ແລະ ນັກສຶກສາ ຈາກ ຄະນະວິສະວະກຳສາດ, ມະຫາວິທະຍາໄລ ສຸພານຸວົງ, ທັດສະນະສຶກສາທີ່ ສູນອິນເຕີເນັດ ແຫ່ງຊາດ
Next Post: ຈັດພິທີມອບ-ຮັບເຕົາເຜົາຂີ້ເຫຍື້ອອັນຕະລາຍ

Related Posts

ຫັກອີກແລ້ວ ຂົວບ້ານຕາແຫຼວ (ມີຄລິບ)  ຂ່າວສານບ້ານເມືອງ
ເຕືອນການສັນຈອນ! ຂົວຫັກທາງໄປເມືອງໝື່ນ ຂ່າວສານບ້ານເມືອງ
ຂ່າວດ່ວນ! ລາວພົບຜູ້ຕິດເຊື້ອໂຄວິດເພີ່ມ +33 ຄົນ ຂ່າວສານບ້ານເມືອງ
ໜ່ວຍພັກພະແນກພະລັງງານ ແລະ ບໍ່ແຮ່ແຂວງຫຼວງພະບາງ ຈັດກອງປະຊຸມໃຫຍ່ຄັ້ງທີ່ VI ພ້ອມເລືອກຕັ້ງຄະນະຊຸດໃໝ່ ຂ່າວສານບ້ານເມືອງ
ເດັກນ້ອຍຈົມນໍ້າເສຍຊີວິດ 2 ຄົນ ທີ່ ເມືອງປາກກະດິງ ຂ່າວສານບ້ານເມືອງ
ການກູ້ໄພນ້ຳຖ້ວມຢູ່ແຂວງເຫີນານ ໄດ້ສະແດງໃຫ້ເຫັນທັດສະນະທີ່ຖືປະຊາຊົນສຳຄັນກວ່າໝູ່ ຂອງລັດຖະບານຈີນ ອີກຄັ້ງໜຶ່ງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme