Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອາຊຽນ-ຈີນ ປະຊຸມພິເສດແກ້ໄຂບັນຫາການແຜ່ລະບາດຂອງພະຍາດ COVID-19

Posted on 21/02/202022/02/2020 By All in LAOS No Comments on ອາຊຽນ-ຈີນ ປະຊຸມພິເສດແກ້ໄຂບັນຫາການແຜ່ລະບາດຂອງພະຍາດ COVID-19

ລັດຖະມົນຕີຕ່າງປະເທດອາຊຽນ ແລະ ຈີນ ຈັດກອງປະຊຸມສະໄໝພິເສດຢູ່ສປປ ລາວ
ໂດຍເນັ້ນໃສ່ການຮ່ວມກັນແກ້ໄຂບັນຫາການແຜ່ລະບາດຂອງພະຍາດ COVID-19

ໃນຕອນເຊົ້າຂອງວັນທີ 20 ກຸມພາ 2020 ທີ່ ໂຮງແຮມ ດອນຈັນພາເລດ, ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ສະໄໝພິເສດ ກ່ຽວກັບການຮັບມືກັບການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (Special ASEAN-China Foreign Ministers’ Meeting on Coronavirus Disease (COVID-19) ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Teodoro L. Locsin., Jr, ລັດຖະມົນຕີຕ່າງປະເທດແຫ່ງ ສາທາລະນະລັດ ຟີລິບປິນ ແລະ ທ່ານ Wang Yi, ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີຕ່າງປະເທດ ແຫ່ງ ສປ. ຈີນ.


ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ຄະນະຜູ້ແທນຂອງສປປ ລາວ, ນຳໂດຍທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ, ພ້ອມດ້ວຍບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງຈຳນວນ 150 ກວ່າທ່ານ. ໃນໂອກາດນີ້, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ສະແດງຄວາມເຫັນອົກເຫັນໃຈ ແລະຕີລາຄາສູງ ຕໍ່ມາດຕະການ ກໍ່ຄື ຄວາມພະຍາຍາມຂອງລັດຖະບານສປ.ຈີນ ໃນການຕ້ານ ແລະ ການຮັບມືກັບເຊື້ອພະຍາດດັ່ງກ່າວ ແລະ ເຊື່ອໝັ້ນວ່າ ລັດຖະບານ ກໍ່ຄື ປະຊາຊົນຈີນ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ໄດ້ຢ່າງແນ່ນອນ.

ກອງປະຊຸມໃນຄັ້ງນີ້ ໄດ້ປຶກສາຫາລື ແລະ ແລກປ່ຽນ ຄຳຄິດຄຳເຫັນ ລວມທັງ ຖອດຖອນບົດຮຽນທີ່ດີຮ່ວມກັນໃນການຊອກຫາຊ່ອງທາງ, ກຳນົດມາດຕະການ ແລະ ຮ່ວມແຮງຮ່ວມໃຈກັນ ເພື່ອປ້ອງກັນ, ຮັບມື ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ນີ້. ພິເສດ ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຂອງກອງປະຊຸມ ໃນການຕ້ານ ແລະ ການຮັບມືກັບການແຜ່ລະບາດຂອງພະຍາດດັ່ງກ່າວ (Statement of the Special ASEAN-China Foreign Minsters’ Meeting on Coronavirus Disease (COVID-19)) ແລະ ໄດ້ມອບໝາຍໃຫ້ຂະແໜງການກ່ຽວຂ້ອງນຳໄປຜັນຂະຫຍາຍໃນລາຍລະອຽດຕໍ່ໄປ.


ກ່ອນກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດນີ້, ພາຍໃນອາຊຽນເອງ ກໍ່ໄດ້ຈັດກອງປະຊຸມຂອງສະພາປະສານງານອາຊຽນ ສະໄໝພິເສດ (Special Meeting of the ASEAN Coordinating Council (ACC)) ກ່ຽວກັບການແຜ່ລະບາດຂອງ COVID-19 ພາຍໃຕ້ການເປັນປະທານຂອງຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ປີ 2020, ໂດຍການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ.


ກອງປະຊຸມໄດ້ທົບທວນຄືນຄວາມພະຍາຍາມຂອງອາຊຽນໃນການປ້ອງກັນ, ແກ້ໄຂ ແລະ ຮັບມືກັບພະຍາດ COVID-19 ແລະໄດ້ກໍານົດທິດທາງໃນຕໍ່ໜ້າ. ໃນໂອກາດເຂົ້າຮ່ວມສອງກອງປະຊຸມດັ່ງກ່າວນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໃນຖານະເປັນເຈົ້າພາບຂອງກອງປະຊຸມ ກໍ່ໄດ້ປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນບົດຮຽນທີ່ດີໃນຄວາມພະຍາຍາມຂອງ ສປປ ລາວ ໃນການປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ດັ່ງ ກ່າວ ຕໍ່ກອງປະຊຸມປະຊຸມໃຫ້ໄດ້ຮັບຊາບ.

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດໃນຄັ້ງນີ້ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດອັນຈົບງາມ, ເຊິ່ງສະແດງອອກໃນການມີບົດບາດ ແລະ ປະກອບສ່ວນຢ່າງຫ້າວຫັນຂອງ ສປປ ລາວ.

ຂ່າວສານບ້ານເມືອງ

Post navigation

Previous Post: ສະມາຊິກພັກຖືກປະຕິບັດວິໄນ 745 ຄົນໃນປີ 2019
Next Post: ຄະນະຄູອາຈານ ແລະ ນັກສຶກສາ ຈາກ ຄະນະວິສະວະກຳສາດ, ມະຫາວິທະຍາໄລ ສຸພານຸວົງ, ທັດສະນະສຶກສາທີ່ ສູນອິນເຕີເນັດ ແຫ່ງຊາດ

Related Posts

ພະນັກງານ ພາສີ ຮ່ວມກັບ ນັກທຸລະກິດ ໂຮມເງິນໄດ້ 810 ລ້ານກວ່າ ກີບ ຈັດຊື້ ຕຽງ 175 ຊຸດ ຂ່າວສານບ້ານເມືອງ
ຊາວມຽນມາໄດ້ຮັບການຊ່ວຍເຫຼືອແລ້ວ! ຈາກຫຼາຍພາກສ່ວນ ແລະ ປະຊາຊົນຄົນລາວ ມີທັງເຂົ້າສານອາຫານແຫ້ງຄົບຊຸດ ຂ່າວສານບ້ານເມືອງ
ໜີທັນ 2 ຄົນ ຖືກໄມ້ຄ້ອນຕີເສຍຊີວິດ 1 ຄົນ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອ ໂ ຄ ວິ ດເພີ່ມ 37ຄົນ ຂ່າວສານບ້ານເມືອງ
ຄະນະນຳ ສສກ ລົງຕິດຕາມ ແລະ ໃຫ້ກຳລັງໃຈນັກສຶກສາຊາວລາວ-ຕ່າງຊາດ ທີ່ ມຊ ຕ້ານໂຄວິດ ຂ່າວສານບ້ານເມືອງ
ຄອບຄົວຕົວແບບລ້ຽງສັດແບບປະສົມປະສານສ້າງລາຍຮັບຮ້ອຍກວ່າລ້ານກີບຕໍ່ປີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme