Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຈັດພິທີມອບ-ຮັບເຕົາເຜົາຂີ້ເຫຍື້ອອັນຕະລາຍ

Posted on 21/02/202021/02/2020 By News No Comments on ຈັດພິທີມອບ-ຮັບເຕົາເຜົາຂີ້ເຫຍື້ອອັນຕະລາຍ

ໃນວັນທີ 21 ກຸມພາ 2020 ທີ່ສະໜາມບໍາບັດຂີ້ເຫຍື້ອ ບ້ານນາຜາສຸກ ເມືອງໄຊທານີ ໄດ້ຈັດພິທີມອບ-ຮັບເຕົາເຜົາຂີ້ເຫຍື້ອອັນຕະລາຍ ລະຫວ່າງ ບໍລິສັດຄາຢາມາໂຄກຽວ ຈໍາກັດ ກັບ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ພາຍໃຕ້ໂຄງການທົດລອງເພື່ອແນະນໍາເຕັກໂນໂລຊີຂອງບໍລິສັດເອກະຊົນຍີ່ປຸ່ນໃນການຄຸ້ມຄອງຂີ້ເຫຍື້ອດ້ານການແພດ ແລະ ຂີ້ເຫຍື້ອອັນຕະລາຍ ໃນນະຄອນຫຼວງວຽງຈັນ (ນວ).

ີີ

ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການ ຄບຕ ກ່າວໃນພິທີວ່າ: ຂີ້ເຫຍື້ອທາງການແພດ ຫຼື ຂີ້ເຫຍື້ອຕິດ ເຊື້ອຈາກໂຮງໝໍ ຫາກກໍາຈັດບໍ່ຖືກວິທີຈະເຮັດໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມບໍລິເວນໃກ້ຄຽງຢ່າງລີກລ່ຽງບໍ່ໄດ້ ປັດຈຸບັນປະລິມານຂີ້ເຫຍື້ອທາງການແພດ ທີ່ໄດ້ນໍາເຂົ້າມາກໍາຈັດຢູ່ສະໜາມຂີ້ເຫຍື້ອແຫ່ງນີ້ ມີ 300-350 ກິໂລຕໍ່ວັນ ແລະ ມີລັກສະນະເພີ່ມຂຶ້ນທຸກປີ ເນື່ອງຈາກຈໍານວນໂຮງໝໍ ສູນບໍລິການສຸຂະພາບ ແລະ ປະຊາກອນໃນຕົວເມືອງມີຈໍານວນເພີ່ມຂຶ້ນ ການຈັດຕັ້ງປະຕິບັດໂຄງການດັ່ງກ່າວນີ້ ຫ້ອງການ ຄບຕ ໄດ້ປະກອບສ່ວນ ແລະ ສະໜອງສິ່ງອໍາ ນວຍຄວາມສະດວກຕ່າງໆໃນໂຄງການ ເຊັ່ນ: ສະໜອງເນື້ອທີ່ ດິນຂະໜາດ 15×15 ແມັດ ພ້ອມທັງຖົມດິນອັດແໜ້ນໃຫ້ຮາບພຽງ ສ້າງຕາຄ່າຍໄຟຟ້າ-ລະບົບນໍ້າປະປາເຂົ້າເຖິງເຕົາເຜົາ ສ້າງຮົ້ວອ້ອມ ເທເບຕົງພື້ນທີ່ ແລະ ສ້າງອາຄານປົກຄຸມເຕົາເຜົ່າ ຂະໜາດ 11×11 ແມັດ ມູນຄ່າ 200 ລ້ານກວ່າກີບ ນອກນີ້ຍັງສະເໜີຂໍ້ຍົກ ເວັ້ນພາສີນໍາເຂົ້າອຸປະກອນ ແລະ ເຕົາເຜົາຂີ້ເຫຍື້ອຕິດເຊື້ອ ເຂົ້າ ມາ ສປປ ລາວ.

ໃນໄລຍະຜ່ານມາເຕົາເຜົານີ້ໄດ້ເປີດທົດລອງນໍາໃຊ້ແຕ່ເດືອນພຶດສະພາ 2019 ເປັນຕົ້ນມາ ເຊິ່ງເຕົາເຜົາດັ່ງກ່າວ ມີປະສິດທິຜົນສູງສາມາດກໍາຈັດຂີ້ເຫຍື້ອທາງການແພດໄດ້ຫຼາຍກວ່າ 100 ກິໂລຕໍ່ຊົ່ວໂມງ ແລະ ສາມາດຮອງຮັບປະລິມານຂີ້ເຫຍື້ອຕິດເຊື້ອຈາກໂຮງໝໍ ແລະ ສູນບໍລິການສຸຂະພາບໃນ ນວ ໄດ້ທັນເວລາ.

ຂ່າວສານບ້ານເມືອງ

Post navigation

Previous Post: ທຸ້ມງົບ 176 ຕື້ກີບ ອັບເກຣດ ທາງຮ່ອມ ຕົວເມືອງວັງວຽງ ອໍານວຍຄວາມສະດວກການທ່ອງທ່ຽວ
Next Post: ງານມະຫາກຳບຸນຊ້າງ ຄັ້ງທີ 14 ປະຈຳປີ 2020 ຂອງແຂວງໄຊຍະບູລີ ໄຂຂຶ້ນຢ່າງເປັນທາງການ

Related Posts

ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈຳປີ 2021 ໄຂຂຶ້ນ ທີ່ແຂວງຫາຍໜານ ສປ ຈີນ ຂ່າວສານບ້ານເມືອງ
ຈາກໄປຍ້ອນໂຄວິດມື້ນີ້ ຢູ່ແຂວງໄຊຍະບູລີ ຂ່າວສານບ້ານເມືອງ
ຫ້ອງການກະຊວງການເງິນຮັບສະໝັກພະນັກງານສັນຍາຈ້າງ 5 ຕໍາແໜງດ່ວນ! ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ພາສີທຳລາຍຢາສູບ ນຳເຂົ້າບໍ່ຖືກຕ້ອງ 107 ແກັດ ຂ່າວສານບ້ານເມືອງ
ແຈ້ງການ! ບຸກຄົນໃດຫາກໃກ້ຊິດ 4 ກໍລະນີເກີດຂື້ນຢູ່ບ້ານໃໝ່ເມືອງໂພນໂຮງແຂວງວຽງຈັນ ຂ່າວສານບ້ານເມືອງ
ກັບມາຮັບຜິດຊອບດ່ວນ! ກໍ່ເຫດຕໍາປະຕູໂຂງວັດແລ້ວລົບໜີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme