Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະມາຊິກພັກຖືກປະຕິບັດວິໄນ 745 ຄົນໃນປີ 2019

Posted on 21/02/202021/02/2020 By All in LAOS No Comments on ສະມາຊິກພັກຖືກປະຕິບັດວິໄນ 745 ຄົນໃນປີ 2019

ອີງຕາມການລາຍງານຂອງອົງການກວດກາພັກ-ລັດ, ໃນປີ 2019 ຜ່ານມາ, ມີກຳມະ ການບໍລິຫານຄະນະພັກຂັ້ນຕ່າງໆ ແລະ ສະມາຊິກພັກ ຖືກປະຕິບັດວິໄນ 745 ຄົນ, ຍິງ 104 ຄົນ, ໂດຍໃນນີ້ ຖືກກ່າວເຕືອນຄວາມຜິດ 158 ຄົນ, ປົດຕໍາແໜ່ງພາຍໃນພັກ 38 ຄົນ, ໂຈະຮ່ວມຊີວິດພັກ 137 ຄົນ ແລະ ເອົາອອກຈາກພັກ 412 ຄົນ.

ໃນບົດປາໄສຂອງທ່ານ ສີໄນ ມຽງລາວັນ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ແລະ ທັງເປັນຮອງຫົວໜ້າອົງການຕ້ານການສໍ້ລາດບັງ ຫລວງຂັ້ນສູງກາງ ຕໍ່ພິທີສະເຫລີມສະຫລອງວັນສ້າງຕັ້ງອົງການກວດກາພັກ-ລັດ (ວັນທີ 16 ກຸມພາ) ຄົບຮອບ 38 ປີ ຈັດຂຶ້ນຢູ່ນະຄອນຫລວງວຽງຈັນໃນວັນທີ 18 ກຸມພາ 2020 ນີ້, ໄດ້ຍົກໃຫ້ເຫັນວ່າ: ຕະຫຼອດປີ 2019 ຜ່ານມາ, ຍ້ອນຄະນະກວດກາພັກແຕ່ ລະຂັ້ນໄດ້ເອົາໃຈໃສ່ຕິດຕາມ, ກວດກາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ກົດລະບຽບພັກ, ມະຕິກອງປະຊຸມຄົບຄະນະບໍລິການງານສູນກາງພັກ ຄັ້ງທີ 7, 8, 9 ສະໄໝທີ X ແລະ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກຂັ້ນຕົນ.

ຜ່ານການກວດກາຕົວຈິງ, ໄດ້ພົບເຫັນການຈັດຕັ້ງພັກ, ກຳມະການບໍລິຫານຄະນະພັກ ແລະ ສະມາຊິກພັກຈໍານວນໜຶ່ງເຊື່ອມຖອຍດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ທັງລະເມີດລະບຽບພັກ ແລະ ກົດໝາຍຂອງລັດ. ທ່ານ ສີໄນ ມຽງລາວັນ ໄດ້ຍົກໃຫ້ເຫັນສະພາບຂອງວຽກງານກວດກາລັດ ແລະ ການຕ້ານການສໍ້ລາດບັງ ຫລວງ ໃນປີ 2019 ຜ່ານມາ ແມ່ນໄດ້ດຳເນີນການກວດກາທັງໝົດ 945 ເປົ້າໝາຍ, ຊຶ່ງສາມາດກວດສອບ ແລະ ພົບເຫັນຜົນເສຍຫາຍມູນຄ່າສູງເຖິງ 1.477 ຕື້ກີບ, 10 ລ້ານໂດລາສະຫະລັດ ແລະ 24 ລ້ານບາດ (ສະກຸນເງິນໄທ), ໃນນີ້ເກັບກູ້ຄືນໄດ້ 35 ຕື້ກີບ, 2 ແສນໂດລາສະຫະລັດ ແລະ 10 ລ້ານບາດ. ພ້ອມນີ້, ຍັງໄດ້ກວດກາໂຄງການລົງ ທຶນຂອງລັດເລີ່ມແຕ່ຫົວທີ 140 ໂຄງການ ແລະ ສາມາດກວດສອບ ແລະ ພົບເຫັນຜົນເສຍ ຫາຍມູນຄ່າ 9,47 ຕື້ກີບ; ກວດກາຕາມຜົນການກວດສອບ 307 ໂຄງການ ແລະ ສາ ມາດພົບເຫັນຕົວເລກບໍ່ຖືກຕ້ອງ 776 ຕື້ກີບ,

ກວດກາການປະຕິບັດຄໍາສັ່ງເລກທີ 15/ນຍ, ຊຶ່ງສາມາດພົບເຫັນການລະເມີດກົດໝາຍ 352 ກໍລະນີ, ຢຶດໄມ້ໄດ້ 4.044,200 ແມັດກ້ອນ ແລະ 182 ໂຕນ, ປັບໄໝ 2,63 ຕື້ກີບ; ພົບເຫັນການຄ້າງຈ່າຍຄ່າພັນທະ ແລະ ຄ່າຊື້ໄມ້ 56,08 ຕື້ກີບ ແລະ 4,83 ລ້ານໂດລາສະຫະລັດ; ໄດ້ກວດສອບ ແລະ ກວດກາຕໍ່ຜູ້ມີພຶດຕິກໍາສໍ້ລາດບັງຫລວງ 70 ເປົ້າໝາຍ, ໂດຍສາມາດພົບເຫັນຜົນເສຍຫາຍມູນຄ່າ 387,12 ຕື້ກີບ, 596,43 ລ້ານບາດ, 2 ລ້ານໂດລາສະຫະລັດ, ມີຜູ້ກະທໍາຜິດ 196 ຄົນ, ໃນນີ້ ມີພະນັກງານລັດ 181 ຄົນ, ຖືກດໍາເນີນຄະດີ 84 ຄົນ ແລະ ຮັບຄໍາຮ້ອງ-ຄໍາສະເໜີ 1.038 ສະບັບ, ໂດຍໃນນີ້ແກ້ໄຂແລ້ວ 226 ສະບັບ.

ຂ່າວ,ພາບ: ມົດແດງນ້ອຍ

Lao National Radio

ຂ່າວສານບ້ານເມືອງ

Post navigation

Previous Post: ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກຸມພາ 2020
Next Post: ອາຊຽນ-ຈີນ ປະຊຸມພິເສດແກ້ໄຂບັນຫາການແຜ່ລະບາດຂອງພະຍາດ COVID-19

Related Posts

ປກສ ເມືອງສີໂຄດຕະບອງ ກັກຕົວຄູ່ຜົວ-ເມຍ ຮ່ວມກັນຄ້າຂາຍ ຢ າ ເ ສ ບ ຕ ິດ ຂ່າວສານບ້ານເມືອງ
ໃຊ້ເວລາເຄິ່ງປີ ງົບເກືອບ 1.2 ຕື້ກີບ ປະຕິສັງຂອນ ພຣະເຈົ້າອົງຫຼວງ ວັດຈອມເພັດ ຂ່າວສານບ້ານເມືອງ
ລາວສົ່ງອອກສິນຄ້າໄປຈີນເປັນອັນດັບໜຶ່ງ​ທະລຸ​ 181 ລ້ານໂດລາ ຂ່າວສານບ້ານເມືອງ
ທາງລົດໄຟລາວ-ຈີນແຈ້ງ ອຸ​ປະ​ກອນ​​ທາງ​ລົດ​ໄຟ​ຖືກ​ລັກ ຈຳເປັນຕ້ອງ​ຫຼຸດຜ່ອນຄວາມໄວ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 359ຄົນ ຂ່າວສານບ້ານເມືອງ
ຊີ້ແຈງກໍລະນີ ຄູອາສາ ມຕ ຫ້ວຍເງິນ ລາການສິດສອນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme