Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຮີບໄປເສຍຄ່າທາງປີ 2020 ກາຍກໍານົດຈະຖືກປັບໃໝເດີ!

Posted on 20/02/202020/02/2020 By All in LAOS No Comments on ຮີບໄປເສຍຄ່າທາງປີ 2020 ກາຍກໍານົດຈະຖືກປັບໃໝເດີ!

ໃຜຍັງບໍ່ທັນໄດ້ເສຍຄ່າທຳນຽມທາງ ປະຈຳປີ 2020 ຮີບຟ້າວໄປຈ່າຍດ່ວນໆໆໆ… ຖ້າບໍ່ຢາກຖືກປັບໃໝ.

ເພື່ອເຮັດໃຫ້ການເກັບຄ່າທຳນຽມປະຈຳປີ 2020 ຖືກຈັດຕັ້ງປະຕິບັດຕາມກຳນົດເວລາ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ຜູ້ທີ່ເປັນເຈົ້າຂອງພາຫະນະ ບໍ່ວ່າຈະເປັນອົງກອນຂອງພາກລັດ ແລະ ເອກະຊົນ ຫຼືບຸກຄົນ ຄວນປະຕິບັດພັນທະຕໍ່ລັດຖະບານຈ່າຍຄ່າທຳນຽມທາງດັ່ງນີ້:

1.ຜູ້ທີ່ເປັນເຈົ້າຂອງນຳໃຊ້ຍານພາຫະນະ ຕ້ອງໄດ້ເສຍຄ່າທຳນຽມ ປະຈຳປີ ສາມາດເລີ່ມເສຍຕັ້ງແຕ່ເດືອນ ມັງກອນ ຫາເດືອນມີນາ ຂອງທຸກໆປີ, ຖ້າບໍ່ເສຍຕາມເວລາທີ່ທາງການກຳນົດໄວ້ຈະຖືກປັບໃໝຕາມແຕ່ລະກໍລະນີທີ່ໄດ້ກຳນົດໄວ້ໃນ VI ຂໍ້ 2 ຄຳແນະນຳ ສະບັບເລກທີ 3455/ກງ ລົງວັນທີ 10 ຕຸລາ 2017.

2. ໃນກໍລະນີຫາກຍັງບໍ່ໄດ້ເສຍຄ່າທຳນຽມຂອງປີຜ່ານມາ ນອກຈາກໄດ້ເສຍຄ່າທຳນຽມທາງຕາມອັດຕາທີ່ກຳນົດໄວ້ໃນລັດຖະບັນຍັດວ່າດ້ວຍຄ່າທຳນຽມທາງຄືນແລ້ວ ຍັງຈະໄດ້ຖືກປະຕິບັດມາດຕະການປັບໃໝດັ່ງນີ້:
– ຖືກປັບໃໝ 60% ຂອງມູນຄ່າທຳນຽມທາງຕໍ່ປີ ກໍລະນີຍັງບໍ່ໄດ້ເສຍຄ່າທາງນັບແຕ່ປີ 2018
– ຖືກປັບໃໝ 40% ຂອງມູນຄ່າທີ່ຕ້ອງເສຍຄ່າທຳນຽມທາງປະຈຳປີ 2019 ກໍລະນີຍັງບໍ່ໄດ້ເສຍຂອງປີ 2019.

3. ການຊໍາລະເງິນຄ່າທຳນຽມທາງ ປັດຈຸບັນ ກໍສະດວກສະບາຍສາມາດຊໍາລະຜ່ານລະບົບທະນາຄານຕ່າງໆໃນລາວຫຼາຍທະນາຄານໄດ້ແລ້ວ ຫຼື ຈຸດບໍລິການຂອງທະນາຄານຕ່າງໆ.

4. ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຈະເຮັດໜ້າທີ່ກວດກາ,​ຊຸກຍູ້ ການເສຍຄ່າທຳນຽມທາງ ຕາມທີ່ລັດຖະບານໄດ້ກຳນົດ ແລະ ນຳໃຊ້ມາດຕະການຕໍ່ຜູ້ລະເມີດການເສຍຄ່າທຳນຽມທາງໃນຂອບເຂດທົ່ວປະເທດ.

ຂ່າວສານບ້ານເມືອງ

Post navigation

Previous Post: ປກສ ນວ ມ້າງການຄ້າປະເວນີ ໄດ້ 5 ຮ້ານ ພ້ອມສາວບໍລິການ 15 ຄົນ
Next Post: ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກຸມພາ 2020

Related Posts

ເພີ່ມທະວີຄຸ້ມຄອງຄົນຕ່າງປະເທດ ມາດຳເນີນທຸລະກິດ-ພັກເຊົາອອກແຮງງານ ຢູ່ແຂວງອຸດົມໄຊ ຂ່າວສານບ້ານເມືອງ
ກວດເບິ່ງທາມລາຍ! ຜູ້ຕິດເຊື້ອຢູ່ໃນຊຸມຊົນສະຫວັນນະເຂດ ຂ່າວສານບ້ານເມືອງ
ເຕືອນໄພ! ອັດຕະປື ພົບຜູ້ຕິດເຊື້ອໄຂ້ຍຸງລາຍ 90 ກໍລະນີ ຂ່າວສານບ້ານເມືອງ
1625 ລົງຂ້າເຊື້ອຫ້ອງແຖວ ທີ່ພົບຜູ້ຕິດເຊື້ອ 16, 17, 18 ແລະ 19 ຂ່າວສານບ້ານເມືອງ
ລັດຖະມົນຕີກະຊວງອຸດສາຫະກຳ-ການຄ້າຢ້ຽມຢາມສະຫວັນນະເຂດ ພາຍຫຼັງຮັບຕຳແໜ່ງໃໝ່ ຂ່າວສານບ້ານເມືອງ
ເບື້ອງຫຼັງຄະດີສີສຸກ ດາວເຮືອງ ທີ່ຖືກ ສ າ ນ ຕັ ດ ສິ ນ ປ ະ ຫ າ ນ ຊີ ວິ ດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme