Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ນວ ມ້າງການຄ້າປະເວນີ ໄດ້ 5 ຮ້ານ ພ້ອມສາວບໍລິການ 15 ຄົນ

Posted on 20/02/202021/02/2020 By All in LAOS No Comments on ປກສ ນວ ມ້າງການຄ້າປະເວນີ ໄດ້ 5 ຮ້ານ ພ້ອມສາວບໍລິການ 15 ຄົນ

ໃນລະຫວ່າງວັນທີ 29 ມັງກອນ ຫາ 8 ກຸມພາ 2020, ພະແນກຕໍາຫຼວດຕ້ານການຄ້າມະນຸດ ຫ້ອງຕໍາຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໄດ້ລົງມ້າງບັນດາຮ້ານອາຫານ ແລະ ຮ້ານກິນດື່ມ ທີ່ແອບແຝງການຄ້າຂາຍປະເວນີ ຢູ່ໃນ 3 ເມືອງນະຄອນຫຼວງວຽງຈັນຄື: ເມືອງໄຊເຊດຖາມີ 2 ຮ້ານ, ເມືອງໄຊທານີມີ 2 ຮ້ານ, ເມືອງສີສັດຕະນາກມີ 1 ຮ້ານ. ໃນນີ້, ໄດ້ກັກຕົວເຈົ້າຂອງຮ້ານ 5 ຄົນຄື: ຮ້ານ ທ້າວພອນສຸກ, ຮ້ານ ທ້າວອານຸສິດ, ຮ້ານ ນາງສານ, ຮ້ານ ນາງນວນ ແລະ ຮ້ານນາງແຫຼ້; ສາວບໍລິການຂາຍປະເວນີ 15 ຄົນມາສືບສວນ-ສອບສວນ ເພື່ອປະກອບສໍານວນສໍາເນົາ ແລ້ວນໍາສົ່ງໃຫ້ໄອຍະການ ເພື່ອໃຫ້ສານຕັດສິນລົງໂທດຕາມກົດໝາຍ.


ພັທ ທອງພັນ ທິລະສັກ ຫົວໜ້າພະແນກຕໍາຫຼວດຕ້ານການຄ້າມະນຸດ ຫ້ອງຕໍາຫຼວດ ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ປກສ ນວ ໃນຕອນບ່າຍວັນທີ 19 ກຸມພາ 2020 ວ່າ: ໂດຍອີງຕາມແຈ້ງການເລກທີ 525/ຫວນວ, ລົງວັນທີ 15 ຕຸລາ 2018 ຂອງຫ້ອງວ່າການນະຄອນຫຼວງວຽງຈັນ ກ່ຽວກັບການຈັດຕັ້ງກໍາລັງວິຊາສະເພາະລົງເກັບກໍາເປົ້າໝາຍ ແລະ ແກ້ໄຂບັນຫາໂສເພນີ ຢູ່ໃນ ນວ. ດັ່ງນັ້ນ, ພະແນກຕໍາຫຼວດຕ້ານການຄ້າມະນຸດ ນວ ຈຶ່ງໄດ້ລົງເຄື່ອນໄຫວກວດກາຄືນ ບັນດາຮ້ານທີ່ເຄີຍສຶກສາອົບຮົມມາແລ້ວວ່າມີການຢຸດເຊົາຫຼືບໍ, ແຕ່ຜ່ານການຕິດຕາມກວດກາຄືນເຫັນວ່າ ສ່ວນຫຼາຍແມ່ນຍັງບໍ່ຢຸດເຊົາແຕ່ມີລັກສະນະປ່ຽນຮູບການໃໝ່ໄປເລື້ອຍໆ; ເຊິ່ງຜ່ານການສືບສວນ-ສອບສວນ ພວກກ່ຽວໄດ້ໃຫ້ການຮັບສາລະພາບວ່າ:

ໄດ້ເຊົ່າສະຖານທີເພື່ອເປີດຮ້ານອາຫານ, ຮ້ານກິນດື່ມແລ້ວຮັບເອົາສາວບໍລິການ ເພື່ອມາເສີບອາຫານ ແລະ ເຄື່ອງດື່ມ; ແຕ່ໃນການທີ່ຮັບເອົາສາວບໍລິການເຂົ້າມາຮ້ານແມ່ນຈະບໍ່ມີເງິນເດືອນໃຫ້ແຕ່ໃຫ້ກິນ ແລະ ພັກເຊົາຢູ່ນໍາເຈົ້າຂອງຮ້ານເລີຍ, ສ່ວນຄ່າຕອບແທນແມ່ນເປັນເງິນສ່ວນແບ່ງຈາກການຂາຍເບຍແກ້ວລະ 2,000 ກີບ; ເຊິ່ງຍິງສາວດັ່ງກ່າວຈະອາໄສສະຖານທີ່ຂອງຮ້ານເປັນບ່ອນພົວພັນ ແລະ ຄ້າຂາຍປະເວນີ ເວລາມີແຂກເຂົ້າມາໃຊ້ບໍລິການຈໍານວນໜຶ່ງ ແມ່ນອາໄສສະຖານທີ່ພັກເຊົ່າເປັນການຊົ່ວຄາວ, ບາງຄັ້ງກໍໄປໃຊ້ບໍລິການຢູ່ບ້ານພັກ, ສ່ວນເຈົ້າຂອງຮ້ານແມ່ນຈະເກັບຄ່າບໍລິການຊົ່ວຄາວແມ່ນ 50,000 ກີບຕໍ່ຄັ້ງ, ຖ້າເປັນຄ້າງຄືນແມ່ນ 100,000 ກີບຕໍ່ຄັ້ງຕໍ່ຄົນ.


ຕໍໍ່ກັບຄະດີດັ່ງກ່າວປັດຈຸບັນ ເຈົ້າໜ້າທີ່ຕໍາຫຼວດແມ່ນພວມປະກອບສໍານວນສໍາເນົາ ກຽມສົ່ງໃຫ້ໄອຍະການ ເພື່ອໃຫ້ສານຕັດສິນລົງໂທດຕາມກົດໝາຍ.
ໃນໂອກາດນີ້, ທ່ານຫົວໜ້າພະແນກຕໍາຫຼວດຕ້ານການຄ້າມະນຸດ ໄດ້ຮຽກຮ້ອງໃຫ້ບັນດາພໍ່ແມ່ປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ, ຊາວຕ່າງປະເທດທີ່ໄດ້ດໍາລົງຊິວິດປະກອບອາຊີບດໍາເນີນທຸລະກິດ, ຄ້າຂາຍຢູ່ໃນນະຄອນຫຼວງວຽງຈັນ ຈົ່ງເພີ່ມທະວີເອົາໃຈໃສ່ປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍທີ່ວາງຢ່າງເຂັ້ມງວດ ແລະ ຮຽກຮ້ອງໃຫ້ບັນດາຊາຍໜຸ່ມ, ຍິງສາວທີ່ມາຈາກຕ່າງແຂວງ, ນັບທັງໃນຕົວເມືອງ ຢູ່ນະຄອນຫຼວງວຽງຈັນ ທີ່ມີຈຸດປະສົງຊອກຫາວຽກເຮັດງານທໍາ ຈົ່ງມີສະຕິເຄົາລົບກົດໝາຍ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວໄວ້ ບໍ່ດັ່ງນັ້ນຈະຕົກເປັນເຫຍື່ອຂອງການຄ້າມະນຸດ-ຄ້າໂສເພນີ.


ຂ່າວ: ບົວແກ້ວ

ຂ່າວສານບ້ານເມືອງ

Post navigation

Previous Post: ຈະນໍາໃຊ້ລົດຂື້ນທະບຽນຢູ່ ສປປ ລາວ ໄປຕ່າງປະເທດ ຕ້ອງອ່ານແຈ້ງການນີ້ ໃຫ້ລະອຽດ
Next Post: ຮີບໄປເສຍຄ່າທາງປີ 2020 ກາຍກໍານົດຈະຖືກປັບໃໝເດີ!

Related Posts

ລັດຖະມົນຕີຕ່າງປະເທດ ແຫ່ງສະຫະພັນຣັດເຊຍ ຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຂ່າວສານບ້ານເມືອງ
ສານປະຊາຊົນແຂວງວຽງຈັນ ຕັ ດ ສິ ນ ຈຳ ຄຸ ກ ຈຳເລີຍ 14 ຄົນ ຂ່າວສານບ້ານເມືອງ
ສຶກສາອົບຮົມກ່າວເຕືອນ! ຜູ້ທີ່ດື້ດ້ານບໍ່ປະຕິບັດມາດຕະການປິ່ນປົວຂອງໂຮງໝໍວາງອອກ ຂ່າວສານບ້ານເມືອງ
ບໍລິການແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອະນຸຍາດຜິດກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ຂ່າວສານບ້ານເມືອງ
ປ້ອງກັນ ໂຄວິດ-19 ແຂວງວຽງຈັນສັ່ງເດັດຂາດປິດກິດຈະການຮ້ານບັນເທິງ ຮ້ານໃດທີ່ລະເມີດ ສັ່ງຖອນໃບອະນຸຍາດກິດຈະການ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມມື້ນີ້ 121ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme