Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຊັນສັນຍາ ພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນແບບລອຍໜ້ານໍ້າ ຂະໜາດໃຫຍ່ທີ່ສຸດໃນໂລກ ເທິງໜ້ານ້ຳງື່ມ 1

Posted on 20/02/202020/02/2020 By All in LAOS No Comments on ເຊັນສັນຍາ ພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນແບບລອຍໜ້ານໍ້າ ຂະໜາດໃຫຍ່ທີ່ສຸດໃນໂລກ ເທິງໜ້ານ້ຳງື່ມ 1

ເຊັນສັນຍາ ພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນແບບລອຍໜ້ານໍ້າ ຂະໜາດໃຫຍ່ທີ່ສຸດໃນໂລກ ເທິງໜ້ານ້ຳງື່ມ 1 ຢູ່ແຂວງວຽງຈັນ

ໃນຕອນແລງວັນທີ 19 ກຸມພາ 2020 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນ ເທນຳ້ງື່ມ1 (PDA) ລະຫວ່າງ ທ່ານນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຈັນທະໜອມ ວົງສົມຈິດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງໄຊສົມບູນ , ກັບ ທ່ານ ລີ ຊັດ ປະທານບໍລິສັດ Hangzhou Safefound Technology Co.,Ltd (ຈີນ) ແລະ ທ່ານ ແສງທອງພະຈັນ ສີວົງໄຊ ອຳນວຍການ ບໍລິສັດ ລາວ ພີພີເອ ທີ່ປຶກສາບັນຊີ ແລະ ກວດສອບຈຳກັດ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການພະລັງງານໄຟຟ້າແສງຕາເວັນເທິງໜ້ານ້ຳງື່ມ 1 ເປັນໂຄງການຮ່ວມມືລະຫວ່າງລັດຖະ ບານລາວຖືຮຸ້ນ 20% ແລະ ເອກະຊົນ 80% ໃນໄລຍະເວລາສຳປະທານ 25 ປີ, ມີກຳລັງການຕິດຕັ້ງ 1.200 MW ໃນເນື້ອທີ່ທັງໝົດເກືອບ 1.500 ເຮັກຕາ, ໂດຍການກໍ່ສ້າງຈະແບ່ງອອກເປັນແຕ່ລະໄລຍະອີງຕາມການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມຕ້ອງການຂອງຕະຫລາດ, ໄລຍະທຳອິດ 300 MW ຈະເລີ່ມໃນທ້າຍປີ 2020-2023 ສາມາດຜະລິດພະລັງງານ 37.852,86 Gwh/ປີ ແລະ 3.154,41 Gwh/ເດືອນ ແລະ 900 MW ນັບແຕ່ປີ 2023-2026, ການກໍ່ສ້າງສາຍສົ່ງ 115/230 KV ມີຄວາມຍາວປະມານ 40 ກິໂລແມັດ ຈາກທີ່ຕັ້ງຂອງໂຄງການ ເຖິງ ສະຖານີໄຟຟ້າແສງສະຫວ່າງ.

ໂດຍ: ຂປລ

ຂ່າວສານບ້ານເມືອງ

Post navigation

Previous Post: ຊ້າງຄໍາຮູ້ ທີ່ບຸນຊ້າງໄຊຍະບູລີ ພ້ອມຕ້ອນຮັບທຸກທ່ານ 21-28/2/2020
Next Post: ລວຍຟ້າຜ່າ! ຖືກເລກສີ່ໂຕ 9562 ມູນຄ່າ 1.230 ລ້ານກີບ ງວດວັນທີ 17/2/2020

Related Posts

ຮັບສ່ວນຫຼຸດ 5% ເປັນເວລາ 3 ເດືອນ ນໍ້າປະປາ ປະເພດຄົວເຮືອນ ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 733ຄົນ ຂ່າວສານບ້ານເມືອງ
ເສຍຫາຍໜັກ ແຜ່ນດິນໄຫວ 7,2 ຣິດເຕີ ທີ່ໄຕ້ຫວັນ (ມີຄລິບ) ຂ່າວສານບ້ານເມືອງ
ລັດແຈ້ງ! ປັບຂຶ້ນລາຄານໍ້າມັນແອັດຊັງ ສ່ວນກາຊວນແມ່ນປັບລາຄາລົງ ເລີ່ມຕັ້ງແຕ່ເວລາ 6:00ໂມງ ຂອງວັນທີ 2ຕຸລາ 2020 ເປັນຕົ້ນໄປ. ຂ່າວສານບ້ານເມືອງ
ກະຊວງການຕ່າງປະເທດ ປະກາດການຈັດຕັ້ງ ແລະ ອະນຸມັດໃຫ້ພະນັກງານ ເຂົ້າຮັບອຸດໜູນບຳນານ ຂ່າວສານບ້ານເມືອງ
ແຈ້ງຂ່າວ ທາງພູເກົ້າຫຼັກດິນເຈື່ອນຕັນທາງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme