Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເລີ່ມແລ້ວຕະຫຼາດນັດຂາຍສິນຄ້າ ມະຫະກໍາບຸນຊ້າງປີ 2020 ທີ່ແຂວງໄຊຍະບູລີ

Posted on 19/02/202019/02/2020 By All in LAOS No Comments on ເລີ່ມແລ້ວຕະຫຼາດນັດຂາຍສິນຄ້າ ມະຫະກໍາບຸນຊ້າງປີ 2020 ທີ່ແຂວງໄຊຍະບູລີ

ເຊີນທ່ຽວງານຕະຫຼາດນັດວາງສະແດງຂາຍສິນຄ້າ ໃນງານມະຫະກໍາບຸນຊ້າງປີ 2020 ທີ່ແຂວງໄຊຍະບູລີ !!!

ງານຕະຫຼາດນັດວາງສະແດງຂາຍສິນຄ້າ ໃນງານມະຫະກໍາບຸນຊ້າງ ແຂວງໄຊຍະບູລີ ໄດ້ໄຂຂຶ້ນໃນວັນທີ 18 ກຸມພາ 2020 ຢູ່ທີ່ສະໜາມຫຼວງແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ ຮອງເຈົ້າແຂວງໄຊຍະບູລີ, ມີການນໍາຂອງແຂວງ, ຂອງເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ຫົວໜ້າ, ຮອງຫົວໜ້າຫ້ອງການການຄ້າ 11 ເມືອງ ພ້ອມດ້ວຍນັກທຸລະກິດຜູ້ປະກອບການຊາວຄ້າຂາຍທັງພາຍໃນ ແລະ ຕ່າງປະເທດຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນແຂວງເຂົ້າຮ່ວມ.

ໃນພິທີ ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າແຂວງ ໄດ້ກ່າວເປີດງານຕະຫຼາດນັດ ແລະ ວາງຈໍາໜ່າຍສິນຄ້າໃນງານມະຫະກໍາບຸນຊ້າງປະຈໍາປີ 2020 ເຊິ່ງຈະໄດ້ສ້າງເງື່ອນໄຂເອື້ອອໍານວຍ ແລະ ສົ່ງເສີມຜູ້ປະກອບການທຸລະກິດຜູ້ຜະລິດສິນຄ້າຢູ່ແຕ່ລະທ້ອງຖິ່ນພາຍໃນ ແລະ ຕ່າງປະເທດໄດ້ມີໂອກາດພົບປະແລກປ່ຽນບົດຮຽນໃນການຊື້-ຂາຍສິນຄ້າທີ່ຕົນຜະລິດອອກມາໃຫ້ມີການຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ. ສ້າງໂອກາດໃຫ້ຫົວໜ່ວຍທຸລະກິດຕ່າງໆໄດ້ໂຄສະນາ ແລະ ແນະນໍາສິນຄ້າທີ່ຕົນໄດ້ຜະລິດຂຶ້ນມາໃຫ້ສັງຄົມກໍຄືຜູ້ບໍລິໂພກໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜະລິດຕະພັນຕົນເອງໃຫ້ກວ້າງຂວາງ ການຈັດງານໃນຄັ້ງນີ້ໄດ້ມີຮ້ານວາງສະແດງຂາຍສິນຄ້າຜົນຜະລິດທາງດ້ານກະສິກໍາ, ຫັດຖະກໍາ ແລະ ອຸດສາຫະກໍາປຸງແຕ່ງທີ່ເປັນທ່າແຮງ ແລະ ຜົນງານຂອງບັນດາເມືອງ 11 ເມືອງໃນທົ່ວແຂວງໄຊຍະບູລີ. ພ້ອມນີ້, ຍັງມີສິນຄ້ານະວັດຕະກໍາ ທີ່ຕິດພັນທາງດ້ານວິຊາການຂອງບາງພະແນກການ, ມູນນິທິ, ຫົວໜ່ວຍທຸລະກິດຂອງພາກລັດເອກະຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ຕົວແທນຊາວບ້ານຈໍານວນ 132 ຮ້ານ ເຊິ່ງມີມູນຄ່າສິນຄ້າທັງໝົດ 4 ຕື້ກ່ວາກີບ. ໃນນີ້, ຮ້ານພາຍໃນ 20 ຮ້ານ ຕ່າງປະເທດ 68 ຮ້ານ ຈາກປະເທດໄທ 10 ຮ້ານ ໃນນີ້ສິນຄ້າໂອດອບ ຈັງຫວັດນ່ານ 1 ຮ້ານ, ຈາກປະເທດຈີນ 2 ຮ້ານ, ເຄື່ອງຫັດຖະກໍາ 15 ຮ້ານ ຈາກ 11 ເມືອງ ໃນນີ້ສິນຄ້າໂອດອບ ຈໍານວນ 10 ຫົວໜ່ວຍ, ພະແນກການພາຍໃນແຂວງມີ 5 ຮ້ານ, ມາຈາກຕ່າງແຂວງ 12 ຮ້ານ.

ທ່ານຍັງໄດ້ກ່າວຕື່ມວ່າ ງານຕະຫຼາດນັດຄັ້ງນີ້ຈະກາຍເປັນການປະກອບສ່ວນທີ່ສໍາຄັນໃນການຊຸກຍູ້ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME) ພາຍໃນແຂວງໄດ້ມີການຂະຫຍາຍຕົວ ແລະ ປັບປຸງຕົວເອງທາງດ້ານປະລິມານແລະຄຸນນະພາບ ສາມາດດໍາເນີນທຸລະກິດໄປຕາມກົນໄກເສດຖະກິດຕະຫຼາດ. ພ້ອມນີ້, ຍັງເປີດໂອກາດໃຫ້ບັນດາຫົວໜ່ວຍທຸລະກິດ SME ໄດ້ມີໂອກາດແລກປ່ຽນປຶກສາຫາລືເຊິ່ງກັນ ແລະ ກັນ, ການເຂົ້າເຖິງແຫຼ່ງທຶນຕ່າງໆ ໃນຊຸມປີຜ່ານມາປະກອບການທຸລະກິດຕ່າງໆ (SME) ພາຍໃນແຂວງໄຊຍະບູລີໄດ້ມີການຂະຫຍາຍຕົວຂຶ້ນເລື້ອຍໆ ເຊິ່ງເປັນການປະກອບສ່ວນສ້າງວຽກເຮັດງານທໍາ, ສ້າງອາຊີບໃຫ້ປະຊາຊົນຈໍານວນບໍ່ໜ້ອຍ ສາມາດຫຼຸດຜ່ອນການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນເທື່ອລະກ້າວ ແລະ ການເປີດງານຕະຫຼາດນັດດັ່ງກ່າວຈະໄດ້ເປີດຂາຍໄປຮອດວັນທີ 28 ກຸມພາ 2020 ຈຶ່ງຈະປິດລົງ.

ຂ່າວ: ບຸນທີ

ຂ່າວສານບ້ານເມືອງ

Post navigation

Previous Post: ອ່ານແລ້ວບອກຕໍ່ແດ່! ວີທີການກວດສອບ ເງິນແທ້ແລະ ເງິນປອມ ໃບ 50.000 ກີບ
Next Post: ປະເທດລາວເຮົາສົ່ງອອກໄຟຟ້າໄປຕ່າງປະເທດ ສາມາດບັນລຸໄດ້ແລ້ວ 6 ພັນກວ່າເມກາວັດ

Related Posts

ກວດສອບເຫັນລາຍຮັບເພີ່ມ ທີ່ບໍ່ມອບ ເຂົ້າງົບປະມານແຫ່ງລັດ 337,01 ຕື້ກີບ ຂ່າວສານບ້ານເມືອງ
ລັດຖະບານ ອັດສີດນັກກິລາລາວສະຫຼຸບຜົນສໍາເລັດທີ່ຍາດຫຼຽນໃນຊີເກມ 2019 ມູນຄ່າ 600 ກວ່າລ້ານກີບ ຂ່າວສານບ້ານເມືອງ
ລົດກະບະທີ່ຕົກລົງວັງອີງ ເມືອງຫຼາ ມີ 4 ຄົນ ເຈົ້າໜ້າທີ່ເລັ່ງກູ້ລົດແລະຜູ້ເສຍຊີວິດ ຂ່າວສານບ້ານເມືອງ
ເລັ່ງຄົ້ນຫາ ດອກຟ້າ ເພັດໂພນທອງ ຂຽນຈົດໝາຍອໍາລາ ກ່ອນໄປໂດດຂົວນໍ້າຂອງທີ່ປາກເຊ ຂ່າວສານບ້ານເມືອງ
ທາບທາມຮອງຫົວໜ້າກອງບັນຊາການ ປກສແຂວງອັດຕະປື ເພີ່ມຕື່ມ ຂ່າວສານບ້ານເມືອງ
ກອງຮ້ອຍ 8 ສຶກສາອົບຮົມກຸ່ມເປົ້າໝາຍເສບຢາເສບຕິດ ຈໍານວນ 44 ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme