Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປັບໃໝບໍລິສັດຊີໂດໄຮໂດ ກໍ່ສ້າງລົດໄຟ 70 ລ້ານກີບ ແລະ ຕ້ອງແກ້ໄຂດ່ວນ ການປ່ອຍນໍ້າເປື້ອນລົງສູ່ແມ່ນໍ້າ

Posted on 19/02/202019/02/2020 By All in LAOS No Comments on ປັບໃໝບໍລິສັດຊີໂດໄຮໂດ ກໍ່ສ້າງລົດໄຟ 70 ລ້ານກີບ ແລະ ຕ້ອງແກ້ໄຂດ່ວນ ການປ່ອຍນໍ້າເປື້ອນລົງສູ່ແມ່ນໍ້າ

ລາຍລະອຽດບົດບັນທຶກການກວດສອບຂອງເມືອງກາສີບັນຫານໍ້າລີກປາຕາຍຍ້ອນສານພິດ

ເມືອງກາສີ ແຂວງວຽງຈັນ ອອກແຈ້ງການ ຫ້າມປະຊາຊົນທີ່ຢູ່ໃກ້ກັບແມ່ນໍ້າລີກ ນໍາໃຊ້ແມ່ນໍ້າດັ່ງກ່າວທັງດື່ມ, ອາບ ຫຼື ກິນປາຕາຍຈາກແຫຼ່ງນໍ້າແຫ່ງນີ້ເດັດຂາດ ເນື່ອງຈາກປັດຈຸບັນນໍ້າຂຸ່ນຜິດປົກກະຕິ ຫວັ່ນອາດມີສານເຄມີປົນເປື້ອນຢູ່ໃນນໍ້າ.

ຫ້ອງວ່າການເມືອງກາສີ ແຂວງວຽງຈັນ ອອກແຈ້ງການ ເລກທີ 038/ຫວມ.ກສ ລົງວັນທີ 17 ກຸມພາ 2020, ເຖິງທ່ານນາຍບ້ານ ທີ່ຢູ່ລຽບຕາມແຄມນໍ້າລີກ ຫ້າມໃຫ້ນໍາເອົານໍ້າລີກມາບໍລິໂພກ(ດື່ມ ຫຼື ອາບ ) ແລະ ກິນປາທີ່ຕາຍຢ່າງເດັດຂາດ.

ສະນັ້ນ, ຈຶ່ງແຈ້ງມາຍັງບັນດາບ້ານຕະຫຼອດຮອດພໍ່ແມ່ປະຊາຊົນທີ່ຢູ່ໃກ້ກັບນໍ້າລີກ ໄລຍະນີ້ບໍ່ໃຫ້ບໍລິໂພກ(ດື່ມ ຫຼື ອາບ), ບໍ່ໃຫ້ກິນປາທີ່ຕາຍຢ່າງເດັດຂາດ ເພາະອາດເກີດຈາກສານເຄມີທີ່ປົນເປື້ອນຢູ່ໃນນໍ້າ ເຊິ່ງມັນຈະສົ່ງຜົນສະທ້ອນບໍ່ດີຕໍ່ສຸຂະພາບ,

ຂະນະດຽວກັນ ທ່ານ ອໍາໄພ ໂສລັດຕະນະວົງ ຫົວໜ້າຫ້ອງວ່າການເມືອງກາສີ ໃຫ້ຮູ້ເພີ່ມຕື່ມວ່າ: ນໍ້າລີກເກີດມີປາກົດການນໍ້າຂຸ່ນ ຍ້ອນໄດ້ຮັບຜົນມາຈາກນໍ້າຫ້ວຍນ້ອຍຊື່ ຫ້ວຍຫີນຊາ ໄຫຼເຂົ້າໃສ່ໃນບໍລິເວນ ບ້ານນາສັງທອງ ຫາ ບ້ານວຽງແກ້ວ ໃນນັ້ນ ເຂດບ້ານວຽງແກ້ວເກີດມີປາຕາຍນັບແຕ່ເຊົ້າວັນທີ 17 ກຸມພາ ເປັນຕົ້ນມາ,

ເຊິ່ງສາເຫດທີ່ພາໃຫ້ເກີດ ໃນເບື້ອງຕົ້ນຄາດວ່າອາດມາຈາກການເຈາະອຸໂມງເສັ້ນທາງລົດໄຟ ແຕ່ປັດຈຸບັນໜ່ວຍງານກ່ຽວຂ້ອງຂອງແຂວງ ກໍ່ໄດ້ລົງເກັບຕົວຢ່າງນໍ້າ ແລະ ປາຕາຍ ຂຶ້ນໄປວິໃຈເພື່ອຫາສາເຫດ

ຫລ້າສຸດ, ສາເຫດປາຕາຍຢູ່ນໍ້າລີກ ເມືອງກາສີ, ແຂວງວຽງຈັນ ໄດ້ຮັບການຢືນຢັນວ່າ ແມ່ນຍ້ອນການຮົ່ວໄຫຼຂອງສານເຄມີທີ່ເຮັດໃຫ້ແຂງຕົວໄວຂອງຄອນກີດຈາກບໍລິສັດກໍ່ສ້າງແຫ່ງໝຶ່ງໃນເມືອງກາສີ.

ທ່ານ ສີທົນ ແສງພະຈັນ ເຈົ້າເມືອງກາສີໄດ້ກ່າວຕໍ່ທີມງານວຽງຈັນທາຍ ມື້ເຊົ້າວັນທີ 18 ກຸມພາ 2020 ວ່າ: ມາຮອດປະຈຸບັນສະພາບນໍ້າແມ່ນຢູ່ໃນເກນປົກກະຕິແລ້ວ ແລະ ບໍ່ພົບເຫັນປາຕາຍແລ້ວ ແຕ່ຍັງຕ້ອງຫ້າມ ບໍ່ໃຫ້ດຶ່ມ-ອາບ ແລະ ບໍລິໂພກປາຈາກແມ່ນໍ້າລີກເພາະຍັງລໍຖ້າຜົນກວດຄຸນນະພາບນໍ້າ ຈາກວິຊາການຫ້ອງການສິ່ງແວດລ້ອມ.

ທ່ານ ສີທົນ ໄດ້ກ່າວອີກຕື່ມວ່າ: ສະພາບປາຕາຍແມ່ນຫ່າງຈາກຈຸດທີ່ມີການກໍ່ສ້າງປະມານ 1 ກິໂລແມັດ. ປາຕາຍບໍ່ຫຼາຍ ມີແຕ່ປານ້ອຍເປັນສ່ວນຫລາຍ ປະມານ 5 ກິໂລ.

ພາຍຫຼັງພົບເຫັນນໍ້າຂຸ່ນຜິດປົກກະຕິ ແລະ ມີປາຕາຍ ອຳນາດການປົກຄອງເມືອງ ແລະ ພາກສ່ວນກ່ຽວຂ້ອງກໍ່ໄດ້ລົງຕິດຕາມ ແລະ ກວດສອບຈຶ່ງພົບເຫັນສາເຫດດັ່ງກ່າວເກີດຈາກການຮົ່ວໄຫຼ ຈາກສານເຄມີທີ່ເຮັດໃຫ້ແຂງຕົວໄວຂອງຄອນກີດຈາກບໍລິສັດກໍ່ສ້າງ ແລະ ທາງວິຊາການຂອງບໍລິສັດກໍ່ຢືນຢັນແລ້ວວ່າແມ່ນແທ້.

ຍ້ອນມີການຜິດພາດທາງສາເຫດປາຕາຍຢູ່ນໍ້າລີກ ເມືອງກາສີ, ແຂວງວຽງຈັນ ໃນມື້ວານນີ້ ວັນທີ 17 ເດືອນກຸມພາ ແມ່ນຍ້ອນການຮົ່ວໄຫຼຂອງສານເຄມີທີ່ເຮັດໃຫ້ແຂງຕົວໄວຂອງຄອນກີດຈາກບໍລິສັດກໍ່ສ້າງໝຶ່ງໃນເມືອງກາສີ.

ຂ່າວສານບ້ານເມືອງ

Post navigation

Previous Post: ສຸມໃສ່ 6 ຂົງເຂດວຽກງານ ເພື່ອຮັບປະກັນວຽກງານ ປກສ ນວ ໃຫ້ດີຂຶ້ນກວ່າເກົ່າ
Next Post: ອ່ານແລ້ວບອກຕໍ່ແດ່! ວີທີການກວດສອບ ເງິນແທ້ແລະ ເງິນປອມ ໃບ 50.000 ກີບ

Related Posts

ຂ່າວປະຈໍາວັນລາວພົບຜູ້ຕິດເຊື້ອເພີ່ມໃໝ່ 873 ຂ່າວສານບ້ານເມືອງ
ນໍ້າປ່າໄຫຼນອງຖ້ວມ ເຂດບ້ານນໍ້າແອ່ງ ແລະ ບ້ານນໍ້າໂອ ເຮືອນໄຫຼນໍ້າ 2 ຫຼັງ ນໍ້າຖ້ວມ 50 ກວ່າຫຼັງ ຂ່າວສານບ້ານເມືອງ
ຂ່າວດີ ປັບລາຄານໍ້າມັນເຊື້ອໄຟລົງທຸກຊະນິດ ຂ່າວສານບ້ານເມືອງ
ຮູ້ແລ້ວບອກຕໍ່! ແມ່ຍິງຖືພາກິນຫມາກຖົ່ວລຽນດີມີປະໂຫຍດ ມີໂຟເລດສູງ ຂ່າວສານບ້ານເມືອງ
ລາຍງານຂ່າວໂຄວິດ! ລາວຕິດເຊື້ອໂຄວິດເພີ່ມມື້ນີ້ +3ຄົນ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ລົງແກ້ໄຂຮ້ານທີ່ລະເມີດຄຳສັ່ງ 06/ນຍ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme