Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສຸມໃສ່ 6 ຂົງເຂດວຽກງານ ເພື່ອຮັບປະກັນວຽກງານ ປກສ ນວ ໃຫ້ດີຂຶ້ນກວ່າເກົ່າ

Posted on 18/02/202018/02/2020 By News No Comments on ສຸມໃສ່ 6 ຂົງເຂດວຽກງານ ເພື່ອຮັບປະກັນວຽກງານ ປກສ ນວ ໃຫ້ດີຂຶ້ນກວ່າເກົ່າ

ໃນກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ທີ່ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ກຸມພາ 2020, ທີ່ສະໂມສອນກອງບັນຊາການ ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນວ ໄດ້ກ່າວຕໍ່ບັນດາຄະນະກອງບັນຊາການ, ຫົວໜ້າ-ຮອງຫົວໜ້າຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ, ກອງບັນຊາການ ປກສ 9 ເມືອງທີ່ເຂົ້າຮ່ວມກອງປະຊຸມ ເຊິ່ງມີເນື້ອໃນສຳຄັນບາງຕອນວ່າ: ໃນປີ 2020 ຄະນະກອງບັນຊາການ ປກສ ນວ ຈະສຸມໃສ່ 6 ຂົງເຂດວຽກງານ ເພື່ອຮັບປະກັນດ້ານວຽກງານວິຊາສະເພາະ ໃຫ້ນັບມື້ນັບດີຂຶ້ນເປັນກ້າວໆ.

ໃນ 6 ຂົງເຂດວຽກງານທີ່ຈະສຸມໃສ່ມີ: ຂົງເຂດການເມືອງ-ແນວຄິດ: ແມ່ນຈະເພີ່ມທະວີການເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ຂອງຊາດ ໃຫ້ນາຍ ແລະ ພົນຕຳຫຼວດ ໄດ້ເຂົ້າໃຈຢ່າງເລິກເຊິງ ສາມາດຈຳແນກມິດ ແລະ ສັດຕູໄດ້ຢ່າງຈະແຈ້ງ, ຈະສືບຕໍ່ສູ້ຊົນປັບປຸງການຈັດຕັ້ງເປັນຕົ້ນ ບັນດາຫົວໜ້າ-ຮອງຫົວໜ້າ ເພື່ອຮັບປະກັນວຽກງານວິຊາສະເພາະໃຫ້ດີຂຶ້ນກວ່າເກົ່າ, ພ້ອມທັງຈະເພີ່ມທະວີໃນການກວດຕິດຕາມບັນຫາປະກົດຫຍໍ້ທໍ້ຕ່າງໆໃນກຳລັງ ໂດຍສຸມໃສ່ 17 ຂໍ້ຫ້າມຂອງກຳລັງ ປກສ ນວ ວາງອອກ.

ຂົງເຂດວຽກງານວິຊາສະເພາະ: ແມ່ນຍົກສູງວຽກງານວິຊາສະເພາະໃຫ້ມີຄວາມເຂັ້ມງວດຫຼາຍຂຶ້ນກວ່າເກົ່າ, ຕິດຕາມ, ກໍາແໜ້ນການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ ທີ່ເຂົ້າມາອາໃສຢູ່ໃນນະຄອນຫຼວງວຽງຈັນ ທີ່ບໍ່ຂຶ້ນກັບອົງການລັດ ໂດຍຈະສົມທົບກັບກອງບັນຊາການທະຫານ ນວ ໃນການສະກັດກັ້ນ ແລະ ແກ້ໄຂ, ສືບຕໍ່ຄຸ້ມຄອງຄົນຕ່າງປະເທດ ທີ່ເຂົ້າມາແຕ່ງງານກັບຄົນລາວ ຕ້ອງປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ.

ຂົງເຂດຮັກສາຄວາມສະຫງົບ: ແມ່ນຈະເລັ່ງໃສ່ການແກ້ໄຂບັນຫາປະກົດການຫຍໍ້ທໍ້ຂອງສັງຄົມ ໂດຍສຸມໃສ່ບັນຫາ 3 ຫຼຸດເປັນຕົ້ນ: ຫຼຸດຜ່ອນຢາເສບຕິດ, ຫຼຸດຜ່ອນອັກຄີໄພ, ຫຼຸດຜ່ອນອຸບັດຕິເຫດ ແລະ ຈະສືບຕໍ່ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກວດກາບັນຫາສືບສວນ-ສອບສວນລາຍຄະດີ ເພື່ອຫຼີ້ກລ່ຽງຫາງສຽງຈົມວ່າຂອງສັງຄົມ, ທັງສືບຕໍ່ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກວດກາບັນດາກ້ອງວົງຈອນປິດ ໃຫ້ໃຊ້ໄດ້ຢ່າງເປັນປົກກະຕິ; ກໍລະນີມີເຫດເກີດຂຶ້ນ ແມ່ນໃຫ້ສາມາດນຳໃຊ້ໄດ້ ແລະ ຕ້ອງປະຈຳການຄອຍເຫດຕະຫຼອດ 24 ຊົ່ວໂມງ.

ຂົງເຂດວຽກງານພະລາທິການ: ແມ່ນຈະເອົາໃຈໃສ່ຄຸ້ມຄອງລາຍຮັບ-ລາຍຈ່າຍໃຫ້ມີຄວາມເຂັ້ມງວດ, ເດັດຂາດຫຼາຍຂຶ້ນກວ່າເກົ່າ, ເອົາໃຈໃສ່ຕິດຕາມກວດກາຄືນ ບັນດາໂຄງການກໍ່ສ້າງຕ່າງໆ ໃຫ້ສຳເລັດຕາມລະດັບຄາດໝາຍທີ່ໄດ້ກຳນົດໄວ້, ສືບຕໍ່ເອົາໃຈໃສ່ຄຸ້ມຄອງບັນດາຊັບສິນ ແລະ ນຳໃຊ້ໃນທາງທີ່ຖືກຕ້ອງ ແລະ ໃຫ້ມີປະສິດທິພາບ, ປະສິດທິຜົນສູງສຸດ ຄ່ຽງຄູ່ກັບການປະຢັດມັດທະຍັດ, ດ້ານອຸປະໂພກ-ບໍລິໂພກ ຕ້ອງເອົາໃຈໃສ່ຢ່າງຈິງຈັງ ໃນການປະສານງານໃຫ້ມີຄວາມກົມກ້ຽວ ແລະ ທ່ວງທັນກັບສະພາບການ, ຊຸກຍູ້ບັນດາກົມກອງໃນການເພີ່ມພູນຜະລິດຜົນ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນກວ່າເກົ່າ.

ຂົງເຂດພົວພັນຮ່ວມມືກັບຕ່າງປະເທດ: ແມ່ນສືບຕໍ່ຮ່ວມມືກັບບັນດາປະເທດໃກ້ຄຽງ, ປະເທດເພື່ອນມິດ ເພື່ອຍາດແຍ່ງເອົາຜົນປະໂຫຍດຕ່າງໆ, ພ້ອມທັງສືບຕໍ່ກະກຽມຕ້ອນຮັບຄະນະຜູ້ແທນ ສປ ຈີນ ແຂວງຫູນານ ທີ່ຈະມາຕິດຕັ້ງກ້ອງວົງຈອນປິດ, ກະກຽມຕ້ອນຮັບຄະນະຜູ້ແທນຊຽງໄຮ ທີ່ຈະມາຝຶກອົບຮົມວຽກງານວິຊາສະເພາະ ເປັນເວລາ 15 ວັນ, ກະກຽມຕ້ອນຮັບຄະນະຜູ້ແທນຫວຽດນາມ ແລະ ຄະນະຜູ້ແທນອື່ນໆ ທີ່ເດີນທາງມາແລກປ່ຽນບົດຮຽນ ແລະ ມາຢ້ຽມຢາມນະຄອນຫຼວງວຽງຈັນໃນປີນີ້.

ຂົງເຂດວຽກງານເສນາທິການ: ແມ່ນສ້າງແຜນປ້ອງກັນແຂກການນຳຂັ້ນສູງ ໃຫ້ມີຄວາມສະດວກ, ສະບາຍ, ມີີຄວາມສະຫງົບ-ປອດໄພ ແລະ ເອົາໃຈໃສ່ໃນການລົງຄຳເຫັນ ເອກະສານສະບັບຕ່າງໆໃຫ້ຖືກຕ້ອງ ການລົງຄຳເຫັນແມ່ນມີຄວາມສຳຄັນຫຼາຍທີ່ສຸດ, ຖ້າຫາກລົງຄຳເຫັນເອກະສານບໍ່ສອດຄ່ອງ ການປະຕິບັດວຽກງານວິຊາສະເພາະກໍ່ຈະບໍ່ຖືກຕ້ອງ ແລະ ບໍ່ເໝາະສົມ, ເພີ່ມທະວີວຽກງານກົດລັບສື່ສານ ໂດຍສະເພາະວຽກງານຮັບ-ສົ່ງຂໍ້ມູນໃຫ້ມີຄວາມລະອຽດ, ຊັດເຈນ ແລະ ວ່ອງໄວຫຼາຍຂຶ້ນກວ່າເກົ່າ.

ຂ່າວສານບ້ານເມືອງ

Post navigation

Previous Post: ປາຕາຍຢູ່ນໍ້າລີກເຂດເມືອງກາສີ ຍ້ອນການຮົ່ວໄຫຼຂອງສານເຄມີຈາກບໍລິສັດກໍ່ສ້າງ
Next Post: ປັບໃໝບໍລິສັດຊີໂດໄຮໂດ ກໍ່ສ້າງລົດໄຟ 70 ລ້ານກີບ ແລະ ຕ້ອງແກ້ໄຂດ່ວນ ການປ່ອຍນໍ້າເປື້ອນລົງສູ່ແມ່ນໍ້າ

Related Posts

ເຈັບ 2 ຄົນ ກະບະເສຍຫຼັກປີ້ນ ທີ່ທາງເມືອງແປກ ຂ່າວສານບ້ານເມືອງ
ລັດຖະບານ ຈະບໍ່ອະນຸຍາດໃຫ້ເອົາລົດປະຈໍາຕໍາແໜ່ງໄປພ້ອມເມື່ອອອກຮັບບໍານານ ຂ່າວສານບ້ານເມືອງ
ເມືອງທ່າແຕງ ຕິດຕັ້ງປ້າຍບອກຂອບເຂດປ່າສະຫງວນບ້ານຫົວເຊໂດນ ແລະ ບ້ານໜອງກັນ ຂ່າວສານບ້ານເມືອງ
ກະຊວງ ອຄ ປະກາດການແຕ່ງຕັ້ງ-ຍົກຍ້າຍ ພະນັກງານນຳພາຄຸ້ມຄອງຫຼາຍຕຳແໜ່ງ ຂ່າວສານບ້ານເມືອງ
ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດຄັ້ງທີ 3 ສະໄໝທີ V ຂ່າວສານບ້ານເມືອງ
ລູກຄ້າ 4 ແຂວງພາກເໜືອ ຮັບຜົນກະທົບຈາກໂຄວິດ 30 ຕື້ກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme