Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ມອບເຄື່ອງຊ່ວຍເຫຼືອ ສປ ຈີນມູນຄ່າ 2 ຕື້ກວ່າກີບ

Posted on 17/02/202017/02/2020 By News No Comments on ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ມອບເຄື່ອງຊ່ວຍເຫຼືອ ສປ ຈີນມູນຄ່າ 2 ຕື້ກວ່າກີບ

ໃນວັນທີ 14 ກຸມພານີ້, ທີ່ ດ່ານສາກົນບໍ່ເຕັນ ແຂວງຫຼວງ ນໍ້າທາ ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມ ທະຫານຊາຍແດນກົມໃຫຍ່ ເສນາທິການກອງທັບ ພ້ອມດ້ວຍຄະນະໄດ້ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ນໍາເອົາເຄື່ອງອຸປະກອນການແພດ, ເຊິ່ງເປັນນໍ້າຈິດນໍ້າໃຈຈາກກອງທັບກໍຄືປະຊາຊົນລາວມາມອບໃຫ້ພີ່ນ້ອງຊາວຈີນ ເພື່ອເປັນການຊ່ວຍເຫຼື່ອ, ແບ່ງເບົາຄວາມຫຍຸ້ງຍາກຮ່ວມພີ່ນ້ອງຊາວຈີນທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໄວຣັດໂຄໂຣນາ ຫຼື ໂຄວິກ 2019 ຢູ່ເມືອງອູຮັ້ນ, ມົນທົນຫູເປີຍ. ໂດຍການກ່າວຮັບຂອງສະຫາຍພົນໂທຫູຈູຈຸນຮອງຫົວໜ້າກອງບັນຊາການຕໍາຫຼວດ ແຂວງ ຢຸນນານ ແລະ ສະຫາຍ ພົນຕີ ຢວນ ຢາວຜິງ ຫົວໜ້າກອງບັນຊາການຕໍາຫຼວດລາດຕະເວນທາງນໍ້າແຂວງຢຸນນານ ສປ ຈີນ.

Image may contain: one or more people

ພາກລັດ-ເອກະຊົນ, ຜູ້ປະກອບການ ແລະ ປະຊາຊົນທົ່ວໄປ ໄດ້ບໍ​ລິ​ຈາກເງິນຈໍານວນຫລາຍກວ່າ 2,2 ຕື້ກີບ, 5 ພັນບາດ (ສະກຸນເງິນໄທ), 68.900 ໂດລາສະຫະລັດ ແລະ 3.400 ຢວນ (ສະກຸນເງິນຈີນ), ເຊິ່ງເງິນຈຳນວນນີ້ ແມ່ນຈະນໍາໄປຊື້ອຸປະກອນເຊັ່ນ: ຜ້າອັດປາກ, ຖົງມືແພດ ແລະ ອື່ນໆ ເພື່ອສົ່ງໄປຊ່ວຍເຫລືອປະຊາຊົນຈີນ ທີ່ພວມຕໍ່ສູ້ຕ້ານກັບພະຍາດຮ້າຍແຮງນີ້.

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນ! ຫ້ອງການເມືອງກາສີ ແຈ້ງຫ້າມ ບໍລິໂພກປາ ນໍ້າລີກ ເພາະນໍ້າເປັນພິດ
Next Post: ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງມອບເຄື່ອງນຸ່ງ ແລະ ອຸປະກອນກິລາວມມູນຄ່າ 10 ລ້ານກວ່າກີບ

Related Posts

ເຜີຍສາເຫດ ໄລ່ ຈັ ບ ຜູ້ຕ້ອງສົງໄສ ຄ້ າ ຂ າ ຍ ຢ າ ເ ສ ບ ຕິ ດ ທີ່ບ້ານນາບວບ ຂ່າວສານບ້ານເມືອງ
ລົດຈັກຕໍາທ້າຍລົດໃຫຍ່ເສຍຊີວິດຄາທີ່ 1 ຄົນ ເຂດເມືອງໂພນໂຮງ ຂ່າວສານບ້ານເມືອງ
ເກີດເຫດ ລົດໃຫຍ່ປະທະລົດໃຫຍ່ ເ ສ ຍ ຊີ ວິ ດ 1 ຄົນ ຂ່າວສານບ້ານເມືອງ
ບໍລິສັດ IHC ມອບຢາ ແລະ ອຸປະກອນການແພດ ໃຫ້ແກ່ ສປປ ລາວ ກຽມພ້ອມໂຕ້ຕອບການລະບາດໂຄໂຣນາໄວຣັສ ມູນຄ່າ 1,8 ຕື້ກີບ ຂ່າວສານບ້ານເມືອງ
ຂ່າວດ່ວນໂຄວິດລາວພົບຜູ້ຕິດເຊື້ອ ໃໝ່ 566ຄົນ ຂ່າວສານບ້ານເມືອງ
ກອງປະຊຸມສຸດຍອດອາຊີ-ເອີຣົບຄັ້ງທີ 13 ໄດ້ຮັບຮອງເອົາ 3 ເອກະສານສໍາຄັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme