Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໂຄງການກໍ່ສ້າງຂົວຂ້າມນໍ້າຮຸ່ງ ບ້ານທ່ານາ ແລະ ບ້ານນາຕໍ່ໃຫ່ຍ ເມືອງໄຊຍະບູລີ ສໍາເລັດ 75% ແລ້ວ

Posted on 15/02/202015/02/2020 By All in LAOS No Comments on ໂຄງການກໍ່ສ້າງຂົວຂ້າມນໍ້າຮຸ່ງ ບ້ານທ່ານາ ແລະ ບ້ານນາຕໍ່ໃຫ່ຍ ເມືອງໄຊຍະບູລີ ສໍາເລັດ 75% ແລ້ວ

ໂຄງການກໍ່ສ້າງ ຂົວຂ້າມນໍ້າຮຸ່ງ 2 ແຫ່ງຄື : ຈຸດ ບ້ານທ່ານາ ຫາ ບ້ານນາຍາວ ແລະ ຈຸດ ບ້ານນາເລົາ ຫາ ບ້ານນາຕໍໃຫ່ຍ ເມືອງໄຊຍະບູລີ ແຂວງໄຊຍະບູລີ. ມີຄວາມຄືບໜ້າສໍາເລັດໄປແລ້ວ 75,30% ແລະ ຄາດວ່າການກໍ່ສ້າງຂົວ 2 ແຫ່ງນີ້ ຈະສໍາເລັດກ່ອນກໍານົດທີ່ຕັ້ງໄວໃນເດືອນມິຖຸນາ ປີ 2021 ໂດຍຈະສໍາເລັດ ໃນເດືອນ ມິຖຸນາ 2020 ນີ້.

ໂຄງການກໍ່ສ້າງຂົວຂ້າມນໍ້າຮຸ່ງ ບ້ານທ່ານາ ແລະ ບ້ານນາຕໍ່ໃຫ່ຍ ເມືອງໄຊຍະບູລີ ສໍາເລັດ 75% ແລ້ວ

ພ້ອມຈະໃຫ້ພໍ່ແມ່ປະຊາຊົນຊາວແຂວງໄຊຍະບູລີກໍ່ຄືແຂກພາຍໃນ ແລະ ຕ່າງປະເທດ ທີ່ມາທ່ຽວໃນງານມະຫາກໍາບຸນຊ້າງທີ່ຈະເປີດຂຶ້ນໃນລະຫວ່າງວັນທີ 22 ກຸມພາ ປີ 2020 ນີ້. ໄດ້ທົດລອງໃຊ້ບໍລິການເປັນເວລາ 3 ວັນ.

ທ່ານ ສົມບູນ ບຸນຈະເລີນ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຮຸ່ງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ແຂວງໄຊຍະບູລີ ວ່າໂຄງການກໍ່ສ້າງຂົວຂ້າມນໍ້າຮຸ່ງ ບ້ານທ່ານາ ແລະ ບ້ານນາຕໍແມ່ນໂຄງການບູລິມະສິດໃນແຜນພັດທະນາຂອງແຂວງໄຊຍະບູລີ ປີ 2015 – 2020 ໂດຍແມ່ນກົມຂົວທາງກະຊວງໂຍທາທິການ ແລະ ຂົນສົ່ງເປັນເຈົ້າຂອງໂຄງການ ພະແນກ ຍທຂ ແຂວງໄຊຍະບູລີ ເປັນວິສະວະກອນປະຈໍາສະໜາມ, ບໍລິສັດຮັບເໝົາຫຼັກແມ່ນ MCE ຈາກປະເທດໂອຕິດ ແລະ ຜູ້ຮັບເໝົ້າຕໍ່ຊ່ວງ ແມ່ນລັດວິສະຫະກິດກໍ່ສ້າງຄົມມະນາຄົມ (SECC) ການກໍ່ສ້າງຂົວທັງສອງແຫ່ງ ມູນຄ່າທັງໝົດ 6 ລ້ານ1 ແສນ ເອີໂລ ແມ່ນລັດຖະບານ ສປປລາວ ກູ້ຢືມຈາກລັດຖະບານໂອຕິດ ໂດຍບໍ່ມີດອກເບ້ຍ ຜ່ານທະນາຄານ ຢູນີ ເຄຣດິດ ຂອງໂອຕິດ,

ໂຄງການກໍ່ສ້າງຂົວຂ້າມນໍ້າຮຸ່ງ ບ້ານທ່ານາ ແລະ ບ້ານນາຕໍ່ໃຫ່ຍ ເມືອງໄຊຍະບູລີ ສໍາເລັດ 75% ແລ້ວ

ໂຄງການກໍ່ສ້າງຂົວທັງ 2 ແຫ່ງເປັນຂົວປະສົມເຫຼັກ ແລະຄອນກຼີດເສີມເຫຼັກ ພາກສ່ວນຫລຸ່ມເປັນຄອນກຼີດເສີມເຫຼັກພາກສ່ວນເທິງເປັນຂາງເຫຼັກ ( ອຸປະກອນແມ່ນນໍາເຂົ້າຈາກປະເທດໂອຕຼິດ) ຍຶດດ້ວຍຄອນກຼີດເສີມເຫຼັກໜ້າຂົວປູຢາງ 2 ຊັ້ນຄວາມກວ້າງຂອງຂົວ 10 ແມັດກວ່າ, ປະກອບມີ 2 ຊ່ອງຈໍລະຈອນ ແຕ່ລະຊ່ອງກວ້າງ 3,75 ແມັດ, ມີທາງຍ່າງສອງເບື້ອງໆລະ 1,5 ແມັດ, ລວງຍາວຂອງຂົວ 100 ກວ່າແມັດ, ປະກອບມີ 3 ໄລຍະ 2 ເສົາກາງນໍ້າ ເຊັ່ນ: ໄລຍະຍາວ 28,5 ແມັດ, ໄລຍະ 46,4 ແມັດ ແລະ ໄລຍະ 28,5 ແມັດ, ປະຈຸບັນຂົວສອງແຫ່ງນີ້ພວມຕິດຕັ້ງຮາວກັນຕົກ, ຮາວພະນັກ, ເທຄອນກຼີດທາງຍ່າງຮາວພະນັກ – ລົງໜ້າທາງ ເທເບດຄອດທາງເຂົ້າຂົວ,

ໂຄງການກໍ່ສ້າງຂົວຂ້າມນໍ້າຮຸ່ງ ບ້ານທ່ານາ ແລະ ບ້ານນາຕໍ່ໃຫ່ຍ ເມືອງໄຊຍະບູລີ ສໍາເລັດ 75% ແລ້ວ

ເຊິ່ງມາຮອດປະຈຸບັນຂົວດັ່ງກ່າວມີຄວາມຄືບໜ້າໄປແລ້ວ 75,30% ຄາດວ່າຈະໃຫ້ສໍາເລັດ ແລະ ນໍາໃຊ້ໃນເດືອນມິຖຸນາ ປີ 2020ນີ້. ຖ້າຂົວທັງ 2 ແຫ່ງເປີດນໍາໃຊ້ຈະສ້າງຄວາມສະດວກໃຫ້ຊາວແຂວງໄຊຍະບູລີໄປມາຫາສູ່ແລກປ່ຽນຊື້ຂາຍມີຄວາມສະດວກວ່ອງໄວຂຶ້ນ.

ຂ່າວ: ບຸນທີ.

ຂ່າວສານບ້ານເມືອງ

Post navigation

Previous Post: ຈັບຜູ້ກໍ່ເຫດ ຊິງຊັບພົນລະເມືອງໄດ້ຍົກແກ້ງ ຫຼັງກໍ່ເຫດໄດ້ວັນດຽວ
Next Post: ກອງທັບປະຊາຊົນລາວສົ່ງກໍາລັງໃຈ ແລະ ເຄື່ອງຊ່ວຍເຫລືອໃຫ້ພີ່ນ້ອງຊາວເມືອງອູ່ຮັນ

Related Posts

ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອໃໝ່ +4ຄົນ ຂ່າວສານບ້ານເມືອງ
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ ແບບທາງໄກ ຂ່າວສານບ້ານເມືອງ
ອັດຕະປືນໍ້າຖ້ວມລະດັບນໍ້າກຳລັງເພີ່ມສູງ ຂ່າວສານບ້ານເມືອງ
ກອງພັນ 432 ຕີພິເສດ ທະຫານແຂວງວຽງຈັນ ສຳເລັດການຊ້ອມ ຮົ ບ ຢູ່ເທິງແຜນທີ່ ແລະ ພູມີປະເທດຕົວຈິງ ຂ່າວສານບ້ານເມືອງ
ຫ້າມຍົກເລີກສັນຍາແຮງງານໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ ຂ່າວສານບ້ານເມືອງ
ຕໍາແລ້ວໜີເຂດບ້ານຫ້ວຍຫົງ ຈົ່ງແຕ່ລໍ້ແມັກໄວ້ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme