Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຈັບຜູ້ກໍ່ເຫດ ຊິງຊັບພົນລະເມືອງໄດ້ຍົກແກ້ງ ຫຼັງກໍ່ເຫດໄດ້ວັນດຽວ

Posted on 15/02/202015/02/2020 By All in LAOS No Comments on ຈັບຜູ້ກໍ່ເຫດ ຊິງຊັບພົນລະເມືອງໄດ້ຍົກແກ້ງ ຫຼັງກໍ່ເຫດໄດ້ວັນດຽວ

ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຈັນທະບູລີ ໃຫ້ຮູ້ວ່າ: ວັນທີ 29 ມັງກອນ 2020 ມີຜູ້ຖືກເສຍຫາຍຈຳນວນ 2 ຄົນ ສັນຊາດຝຣັ່ງເສດ ແລະ ສັນຊາດຈີນ ໄດ້ແຈ້ງຄວາມຕໍ່ເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ວ່າມີກຸ່ມຄົນຮ້າຍໄດ້ດືງກະເປົາຂອງພວກຕົນ ຜົນເສຍຫາຍມີເງິນຢູໂຣ 100 ຢູໂຣ, ເງິນກີບ 450.000 ກີບ ແລະ ບັດ ATM 2 ບັດ.

ຈາກນັ້ນເຈົ້າໜ້າທີ່ ຈື່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ລົງສົມທົບກັບ ປກສ ກຸ່ມ 2 ທົ່ງຕູມ ເກັບກຳບັນດາຂໍ້ມູນຫຼັກຖານ ເພື່ອກຳນົດເປົ້າໝາຍຕ້ອງສົງໃສກໍ່ເຫດຊິງຊັບ. ມາຮອດວັນທີ 30 ມັງກອນ 2020 ເຈົ້າໜ້າທີ່ຕໍາຫຼວດ ຈື່ງສາມາດກັກຕົວຜູ້ຖືກຫາຈໍານວນ 2 ຄົນໄດ້ ຢູ່ຮ້ານເຂົ້າປຽກແຫ່ງໜື່ງເຂດບ້ານທົ່ງຂັນຄຳ ເມືອງຈັນທະບູລີ ແລ້ວສືບຕໍ່ກັກຕົວຜູ້ຮ່ວມກໍ່ເຫດໄດ້ອີກ 3 ຄົນ ຢູ່ບ້ານພັກແຫ່ງໜື່ງເຂດບ້ານໂພນພະເນົາ ໃນວັນດຽວກັນ.


ຕໍ່ກັບເຫດການເຄື່ອນໄຫວຊິງຊັບພົນລະເມືອງໃນຄັ້ງນີ້, ພັທ ຄຳພັດ ສົມມະລັດ ຫົວໜ້າພະແນກຕຳຫຼວດ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ໃນວັນທີ 29 ມັງກອນ 2020 ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍ ຈໍານວນ 2 ຄົນ ວ່າມີກຸ່ມຄົນບໍ່ດີໄດ້ດືງກະເປົາຂອງພວກຕົນ. ຈາກນັ້ນທາງເຈົ້າໜ້າທີ່ ຈື່ງໄດ້ຮີບຮ້ອນແຕ່ງຕັ້ງພະນັກງານວິຊາສະເພາະລົງສົມທົບກັບ ປກສ ກຸ່ມ 2 ທົ່ງຕູມ ເພື່ອກຳນົດກຸ່ມເປົ້າໝາຍຕ້ອງສົງໃສ. ຜ່ານການລົງກວດກາ, ເກັບກຳຂໍ້ມູນຢ່າງລະອຽດ ແລະ ຮັດກຸມ.

ມາຮອດວັນທີ 30 ມັງກອນ 2020 ເຈົ້າໜ້າທີ່ຕໍາຫຼວດ ຈື່ງສາມາດກັກຕົວຜູ້ຖືກຫາຈໍານວນ 2 ຄົນ ໄດ້ຢູ່ຮ້ານເຂົ້າປຽກແຫ່ງໜື່ງ ເຂດບ້ານທົ່ງຂັນຄຳ ເມືອງຈັນທະບູລີ ຄື: ທ້າວ ໂຊກໄຊ ອາຍຸ 14 ປີ ຢູ່ບ້ານສີສະຫວາດ ເມືອງຈັນທະບູລີ ນວ ແລະ ທ້າວ ພູມິນ ອາຍຸ 16 ປີ ຢູ່ບ້ານທາດຫຼວງເໜືອ ເມືອງໄຊເສດຖາ ນວ ພ້ອມຂອງກາງເງິນຢູໂຣ 100 ຢູໂຣ, ເງິນກີບ 450.000 ກີບ ແລະ ບັດ ATM 2 ບັດ. ຈາກນັ້ນຈື່ງໄດ້ນຳຕົວພວກກ່ຽວມາສອບສວນຂະຫຍາຍຜົນ, ຈື່ງຮູ້ໄດ້ວ່າມີຜູ້ຮ່ວມຂະບວນການອີກ 3 ຄົນ ເມື່ອໄດ້ຂໍ້ມູນກໍໄດ້ສືບຕໍ່ນຳກັກຕົວພວກກ່ຽວໄດ້ໃນວັນດຽວກັນ ຢູ່ບ້ານພັກແຫ່ງໜື່ງເຂດບ້ານໂພນພະເນົາ ເມືອງໄຊເສດຖາ ຄື: ທ້າວ ສັນຕິ ອາຍຸ 17 ປີ, ທ້າວ ສິດທິພົງ ອາຍຸ 17 ປີ ທັງສອງຢູ່ບ້ານ ທົ່ງຂັນຄຳ ເມືອງຈັນທະບູລີ ແລະ ທ້າວ ສຸກນິລັນ ອາຍຸ 16 ປີ ຢູ່ບ້ານທົ່ງສ້າງນາງ ເມືອງຈັນທະບູລີ ນວ.


ຜ່ານການສືບສວນ-ສອບສວນພວກກ່ຽວທັງ 5 ຄົນ ໄດ້ຮັບສາລະພາບວ່າ: ໄດ້ອອກເຄື່ອນໄຫວຊິງຊັບພົນລະເມືອງ ຢູ່ເຂດເມືອງຈັນທະບູລີ ແລະ ເມືອງສີໂຄດຕະບອງ (ເຂດແຄມຂອງ ແລະ ຕະຫຼາດຊ່າງຈ່ຽງ) ໂດຍໄດ້ເລີ່ມແຕ່ເດືອນທັນວາ 2019 ເປັນຕົ້ນມາ ໂດຍຮ່ວມກັນຊິງຊັບມາແລ້ວ 6 ຄັ້ງ ແລະ ໄດ້ເງິນທັງໝົດ 10.600.000 ກີບ(ສິບລ້ານຫົກແສນກີບ) , ເງິນໂດລາ 100 ໂດລາ ແລະ ເງິນ ຢູໂຣ 100 ຢູໂຣ, ໂທລະສັບ 4 ໜ່ວຍ ບັດ ATM 2 ບັດ ສ່ວນເປົ້າໝາຍໃນການກໍ່ເຫດແມ່ນຊິງຊັບສະເພາະຄົນຕ່າງປະເທດເທົ່ານັ້ນ.

ພາຍຫຼັງທີ່ກໍ່ເຫດສໍາເລັດແມ່ນໄດ້ນໍາເງິນມາແບ່ງປັນກັນ; ສ່ວນສາເຫດໃນການກໍ່ເຫດ ແມ່ນຍ້ອນຢາກມີເງິນໃຊ້ຈ່າຍເຂົ້າໃນຊີວິດປະຈຳວັນ ແລະ ນຳໄປຫຼີ້ນເກມອອນລາຍ.


ຕໍ່ກັບເຫດການນີ້, ເຈົ້າໜ້າທີ່ແມ່ນໄດ້ດຳເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ (ສ່ວນຜູ້ທີ່ອາຍຸ 14 ປີແມ່ນໄດ້ເຮັດໜັງສືຂໍຄຳເຫັນຈາກສານເດັກ ນະຄອນຫຼວງວຽງຈັນ).

ຂ່າວສານບ້ານເມືອງ

Post navigation

Previous Post: Update Covid-19 ເວລາ 21:38 ວັນທີ 14 ກຸມພາ 2020 ເສຍຊີວິດ 1.382 ຄົນ, ຕິດເຊື້ອ 63.946ຄົນ, ປົວດີ 6.956 ຄົນ
Next Post: ໂຄງການກໍ່ສ້າງຂົວຂ້າມນໍ້າຮຸ່ງ ບ້ານທ່ານາ ແລະ ບ້ານນາຕໍ່ໃຫ່ຍ ເມືອງໄຊຍະບູລີ ສໍາເລັດ 75% ແລ້ວ

Related Posts

ເກີດແທ້! ໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ໄຊສົມບູນ-ຊຽງຂວາງ-ຫົວພັນ ອອກສູ່ ຊາຍແດນລາວຫວຽດນາມ ຂ່າວສານບ້ານເມືອງ
ກອງເສນາກໍ່ສ້າງຮາກຖານ ລົງກວດກາຕິດຕາມ ແລະ ຊຸກຍູ້ວຽກງານປ້ອງກັນຄວາມສະຫງົບໃນຂອບເຂດ ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ຍົກລະດັັບທາງ ແຂວງໄຊສົມບູນ 2 ໂຄງການ ມູນຄ່າ 473 ຕື້ກວ່າກີບ ຂ່າວສານບ້ານເມືອງ
ຂໍແຮງຊັບ ເພື່ອບູຣະນະວັດບ້ານປາກລວງ ເມືອງງອຍ ແຂວງຫລວງພຣະບາງ ຂ່າວສານບ້ານເມືອງ
ຂົວນ້ຳລີກ ບ້ານໂພງທ່ຽງ ເມືອງກາສີ ຫັກແລ້ວຍ້ອນລົດບັນທຸກໜັກ ຂ່າວສານບ້ານເມືອງ
ຕົ້ນປີກອງຄຸ້ມຄອງພາສີ II ເກັບລາຍຮັບລື່ນແຜນ 12,55% ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme