Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງທັບປະຊາຊົນລາວສົ່ງກໍາລັງໃຈ ແລະ ເຄື່ອງຊ່ວຍເຫລືອໃຫ້ພີ່ນ້ອງຊາວເມືອງອູ່ຮັນ

Posted on 15/02/202015/02/2020 By All in LAOS No Comments on ກອງທັບປະຊາຊົນລາວສົ່ງກໍາລັງໃຈ ແລະ ເຄື່ອງຊ່ວຍເຫລືອໃຫ້ພີ່ນ້ອງຊາວເມືອງອູ່ຮັນ

ວັນທີ 14 ກຸມພາ 2020 ກຳລັງໃຈ ແລະ ເຄື່ອງຂອງສຳພາລະເຊັ່ນ: ຜ້າອະນາໄມອັດປາກ, ຖົງມືອະນາໄມ ແລະ ອື່ນໆຈາກກໍາລັງປະກອບອາວຸດຂອງກອງທັບປະຊາຊົນລາວພວມຂົນຂຶ້ນເຮືອນບິນ ແລະ ນໍາໄປຊ່ວຍເຫລືອ ປະຊາຊົນເມືອງ ອູຮັນ ສປ ຈີນ.

ຂະນະທີ່ ໃນວັນທີ 11 ກຸມພາ ຜ່ານມານີ້, ລັດຖະບານ ສປປ ລາວກໍໄດ້ຈັດຈິດຈະກໍາຮ່ວມກັນລະດົມທຶນກັບພາກລັດ-ເອກະຊົນ, ຜູ້ປະກອບການ ແລະ ປະຊາຊົນທົ່ວໄປສາມາດໄດ້ເງິນຈໍານວນຫລາຍກວ່າ 2,2 ຕື້ກີບ, 5 ພັນບາດ (ສະກຸນເງິນໄທ), 68.900 ໂດລາສະຫະລັດ ແລະ 3.400 ຢວນ (ສະກຸນເງິນຈີນ), ເຊິ່ງເງິນຈຳນວນນີ້ ແມ່ນຈະນໍາໄປຊື້ອຸປະກອນເຊັ່ນ: ຜ້າອັດປາກ, ຖົງມືແພດ ແລະ ອື່ນໆ ທີ່ຈໍາ ເພື່ອສົ່ງໄປຊ່ວຍເຫລືອປະຊາຊົນຈີນ ທີ່ພວມຕໍ່ສູ້ຕ້ານກັບພະຍາດຮ້າຍແຮງນີ້.

ລາວ ແລະ ຈີນ ມີສາຍພົວພັນການທູດຫລາຍກ່ວາ 60 ປີ ເຊິງເປັນປະເທດບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນທີ່ມີພູຜາແມ່ນ້ຳຕໍ່ຈອດກັນ. ຈີນເອົາໃຈໃສ່ໃນລະດັບສູງຕໍ່ການຂະຫຍາຍການພົວພັນຈີນ-ລາວ,ຍິນດີກັບລາວເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ,ສືບຕໍ່ຜັນຂະຫຍາຍຕາມທິດ 4 ດີ ແລະ ລົງເລິກຄວາມໄວ້ເນື້ອເຊື່ອໃຈທາງການເມືອງເຊິ່ງກັນແລະກັນ, ຈັດຕັ້ງປະຕິບັດແຜນການເຄື່ອນໄຫວສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວ,ຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ,ຊຸກຍູ້ການພົວພັນແລະການຮ່ວມມືກັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບໃໝ່.

ຊຶ່ງ ສປ ຈີນ ເປັນປະເທດອັນດັບໜຶ່ງທີ່ໃຫ້ການຊ່ວຍເຫລືອແກ່ ສປ ລາວ ໂດຍສະເພາະ ໃນໄລຍະເກີດໄພພິບັດ ແລະ ອື່ນໆ, ປັດຈຸບັນ ເຮັດໃຫ້ປະຊາຊົນລາວ ຮູ້ສຶກໄດ້ເຖິງມິດຕະພາບ ແລະ ການເປັນປະເທດໃກ້ຄຽງທີ່ດີ, ຕໍ່ກັບສະຖານະການປັດຈຸບັນ, ການເກີດລະບາດພະຍາດ ໄວຣັດ ໂຄໂຣນາ ຢູ່ ແຂວງ ຫູເປີ່ຍ ເມືອງ ອູ່ຮັ້ນ ທີ່ກຳລັງລະບາດຮ້າຍແຮງ, ຊຶ່ງລັດຖະບານຈີນ ກໍໄດ້ສຸມໃສ່ທຸກວິທີທາງເພື່ອສະກັດກັ້ນ ແລະ ໃນຍາມລຳບາກດັ່ງກ່າວ, ທາງລັດຖະບານລາວ ກໍບໍ່ໄດ້ນີ້ງນອນໃຈ ພ້ອມຮ່ວມສົ່ງກຳລັງໃຈ ແລະ ໃຫ້ການຊ່ວຍເຫລືອ ສປ ຈີນ ຄື: ການຈັດງານລະດົມທຶນ ຊ່ວຍເຫລືອ.


ກ່ອນໜ້ານີ້ບໍ່ດົນ, ສະມາຄົມມິດຕະພາບລາວ-ຈີນ, ບັນດາອົງການຊາວຈີນຢູ່ລາວແລະຊາວລາວເຊື້ອສາຍຈີນແລະບໍລິສັດຕ່າງໆໄດ້ບໍລິຈາກອຸປະກອນດ້ານການແພດຈຳນວນຫຼວງຫຼາຍໃຫ້ແກ່ຝ່າຍຈີນ ເຊັ່ນ: ຜ້າອັດປາກ-ອັດດັງ 762.750 ຜືນ, ຖົງມືການແພດ 160.000 ຄູ່, ແວ່ນຕາການແພດ 1.000 ອັນແລະອື່ນໆ ເຊິ່ງອຸປະກອນເຫຼົ່ານີ້ໄດ້ສົ່ງເຖິງຈີນເປັນທີ່ຮຽບຮ້ອຍແລ້ວ.

ໂດຍ: ນໍ້າອອ້ຍຂົມ

ຂ່າວສານບ້ານເມືອງ

Post navigation

Previous Post: ໂຄງການກໍ່ສ້າງຂົວຂ້າມນໍ້າຮຸ່ງ ບ້ານທ່ານາ ແລະ ບ້ານນາຕໍ່ໃຫ່ຍ ເມືອງໄຊຍະບູລີ ສໍາເລັດ 75% ແລ້ວ
Next Post: ເຫດລົດຈັກຕຳທ້າຍລົດໃຫຍ່ (ເສຍຊີວິດຄາທີ່ 1ຄົນ) ທາງ ບ້ານນາຄູນນ້ອຍ

Related Posts

ຂ່າວດ່ວນ! ໄຟໄໝ້ເຮືອນ ປະຊາຊົນທີ່ທ່າແຂກ ເສຍຫາຍໜັກ ຂ່າວສານບ້ານເມືອງ
ສາລະວັນ ປິ່ນປົວຜູ້ຕິດ ໂ ຄ ວິ ດ ຫາຍດີຕື່ມອີກ 10 ຄົນ ຂ່າວສານບ້ານເມືອງ
ກະຊວງພະລັງງານ ແລະ ບໍ່ແຮ່ ສະເໜີ ຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ຂ່າວສານບ້ານເມືອງ
ພັນຂະຫຍາຍປະຕິບາດມາດຕະການປ້ອງກັນ ແລະ ສະກັດກັ້ນໂຄວິດ ຢູ່ແຂວງສະຫວັນນະເຂດ ຂ່າວສານບ້ານເມືອງ
ເຂດເລືອກຕັ້ງທີ 06 ແຂວງຫລວງພະບາງ ມີຈຳນວນຜູ້ສະໝັກ 13 ທ່ານ, ເລືອກເອົາ 10 ທ່ານ ຂ່າວສານບ້ານເມືອງ
ກຽມຮັບມືເດີ້! ໃຫ້ລະວັງພາຍຸໝຸນເຂດຮ້ອນ ເຈີມປາກ່າ ກຳລັງເຄື່ອນໂຕເຂົ້າມາລາວເຮົາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme