Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ນໍາໃຊ້ໃບຮັບເງິນຂອງຄັງເງິນແຫ່ງຊາດເປັນເອກະສານຢັ້ງຢືນການມອບພັນທະເຂົ້າງົບປະມານແຫ່ງລັດ ຜ່ານລະບົບທະນາຄານ

Posted on 14/02/202014/02/2020 By All in LAOS No Comments on ນໍາໃຊ້ໃບຮັບເງິນຂອງຄັງເງິນແຫ່ງຊາດເປັນເອກະສານຢັ້ງຢືນການມອບພັນທະເຂົ້າງົບປະມານແຫ່ງລັດ ຜ່ານລະບົບທະນາຄານ

ກະຊວງການເງິນ ອອກແຈ້ງການ ການນໍາໃຊ້ໃບຮັບເງິນຂອງຄັງເງິນແຫ່ງຊາດ ເປັນເອກະສານຢັ້ງຢືນການມອບພັນທະເຂົ້າງົບປະມານແຫ່ງລັດ ຜ່ານລະບົບທະນາຄານ ແນໃສ່ເພື່ອຮັບປະກັນການຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ລວມສູນຜ່ານລະບົບທະນາຄານ ດ້ວຍການນໍາໃຊ້ໃບຮັບເງິນຂອງຄັງເງິນແຫ່ງຊາດ ໃຫ້ເປັນເອກະສານໃນຂອບເຂດທົ່ວປະເທດ.


ພ້ອມນັ້ນທັງເປັນດານຊຸກຍູ້ ສົ່ງເສີມ ການນໍາໃຊ້ເຄື່ອງທັນສະໄໝເຂົ້າໃນການຄຸ້ມຄອງເກັບລາຍຮັບເຂົ້າງົບປະມານລັດ ໃຫ້ມີຄວາມໂປ່ງໃສ ຖືກຕ້ອງ ແລະ ທັນຕາມກໍານົດເວລາ.

ໃນແຈ້ງການສະບັບເລກທີ 0013/ຫກງ ລົງວັນທີ 3 ມັງກອນ 2020 ລະບຸວ່າ:

  1. ທະນາຄານທຸລະກິດຂອງລັດ ທະນາຄານທຸລະກິດ ໄດ້ນໍາໃຊ້ໃບຮັບເງິນຂອງຄັງເງິນແຫ່ງຊາດ ອອກເປັນເອກະສານຢັ້ງຢືນການມອບພັນທະໃຫ້ຜູ້ມອບພັນທະເຂົ້າງົບປະມານແຫ່ງລັດ ຜ່ານລະ ບົບທະນາຄານໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ.
  2. ທະນາຄານທຸລະກິດຂອງລັດ ທະນາຄານທຸລະກິດ ເລີ່ມເລີ່ມນໍາໃຊ້ໃບຮັບເງິນຂອງຄັງເງິນແຫ່ງຊາດ ຕັ້ງແຕ່ວັນທີ 1 ມັງກອນ 2020 ເປັນຕົ້ນໄປໃນຂອບເຂດທົ່ວປະເທດ.
  3. ມອບໃຫ້ຄັງເງິນແຫ່ງຊາດ ບັນດາກົມລາຍຮັບ ທະນາຄານທຸລະກິດຂອງລັດ ແລະ ທະນາຄານທຸລະກິດ ພ້ອມກັນຈັດຕັ້ງເຜີຍແຜ່ແຈ້ງການສະບັບນີ້ໃຫ້ທຸກພາກສ່ວນກ່ຽວຂ້ອງຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ.
  4. ມອບໃຫ້ພະແນກການເງິນແຂວງ ສ່ວຍສາອາກອນປະຈໍາແຂວງ ກອງຄຸ້ມຄອງພາສີ ຄັງເງິນແຫ່ງຊາດປະຈໍາແຂວງ-ນະ ຄອນຫຼວງ ຄັງເງິນແຫ່ງຊາດປະຈໍາເມືອງ-ນະຄອນ ຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງເຜີຍແຜ່ແຈ້ງການສະບັບນີໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ.
  5. ເນື່ອງໃນຂອງນິຕິກໍາໃດ ທີ່ກະຊວງການເງິນໄດ້ອອກໃນໄລຍະຜ່ານມາທີ່ຂັດກັບເນື້ອໃນແຈ້ງການສະບັບນີ້ແມ່ນຖືກຍົກເລີກ.
ຂ່າວສານບ້ານເມືອງ

Post navigation

Previous Post: ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ໄດ້​ຈັດ​ກອງ​ປະ­ຊຸມ​ຄະ­ນະ​ຊີ້​ນຳ​ລວມຫາລືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ
Next Post: ການຄ້າຂາຍປະເວນີຕາມຮ້ານກິນດື່ມຕ່າງໆເຈົ້າໜ້າທີ່ຄວນເຂັ້ມງວດຢ່າງຈິງຈັງບັນຫານີ້

Related Posts

6 ເດືອນຕົ້ນປີ ແຂວງບໍລິຄຳໄຊ ເກັບລາຍຮັບລຸດແຜນການ ເກືອບ 200 ຕື້ກີບ ຂ່າວສານບ້ານເມືອງ
ທິມກິລາບານເຕະຈໍາປາສັກ ແຊັມບານເຕະສະຫຼອງວັນຊາດຄົບຮອບ 45 ປີ ໄດ້ຮັບເງິນອັດສີດຈາກການນຳແຂວງ 350 ລ້ານ ຂ່າວສານບ້ານເມືອງ
ຄວາມຫັນສາຂອງ ລູກຊາຍຈອມດື້ ແລະ ແມ່ຍອດນັກສືບ ຂ່າວສານບ້ານເມືອງ
ກອງຄຸ້ມຄອງພະຫະນະ ແລະ ການຂັບຂີ່ ນະຄອນຫລວງວຽງຈັນ ຈະບໍ່ອະນຸຍາດໃຫ້ຄົນທີ່ຍັງບໍ່ໄດ້ສັກວັກຊີນ ໄປໃຊ້ບໍລິການ ຂ່າວສານບ້ານເມືອງ
ເປີດນຳໃຊ້ຫ້ອງທົດລອງຂອງອູ່ສ້ອມແປງ ເຮືອບິນທະຫານອາກາດ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 2115ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme