Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທ່ານ ພັນຄໍາ ວິພາວັນ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ ເນັ້ນ 5 ບັນຫາ ໃຫ້ໂຄສະນາອົບຮົມເອົາໃຈໃສ່

Posted on 14/02/202014/02/2020 By News No Comments on ທ່ານ ພັນຄໍາ ວິພາວັນ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ ເນັ້ນ 5 ບັນຫາ ໃຫ້ໂຄສະນາອົບຮົມເອົາໃຈໃສ່

ທ່ານ ພັນຄໍາ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ຄໍາໂອ້ລົມຕໍ່ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ທີ່ຈັດຂຶ້ນໃນລະຫວ່າງວັນທີ 12 – 13 ກຸມພາ 2020 ໂດຍເນັ້ນໃຫ້ເອົາໃຈໃສ່ 5 ບັນຫາ ຕໍ່ວຽກງານໂຄສະນາອົບຮົມ ເພື່ອໃຫ້ການປະຕິບັດວຽກງານການເມືອງແນວຄິດຂອງພັກໃຫ້ເກີດດອກອອກຜົນເປັນຈິງ.

ທ່ານຮອງປະທານປະເທດ ໄດ້ກ່າວວ່າ: ວຽກງານໂຄສະນາອົບຮົມເປັນວຽກງານສຳຄັນ ແລະ ຈໍາເປັນຂັ້ນພື້ນຖານໃນການສຶກສາອົບຮົມການເມືອງແນວຄິດ ເຊິ່ງໃນຊຸມປີ ຜ່ານມາ ຄະນະພັກ – ຄະນະໂຄສະນາອົບຮົມແຕ່ລະຂັ້ນໄດ້ສູ້ຊົນດໍາເນີນວຽກງານການເມືອງ – ແນວຄິດ ເວົ້າລວມ ແລະ ການໂຄສະນາ, ອົບຮົມ ເວົ້າສະເພາະ ດ້ວຍຈິດໃຈເສຍສະຫຼະ, ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆບໍ່ໜ້ອຍ ແລະ ສາມາດຍາດໄດ້ຜົນສໍາເລັດຕົວຈິງເປັນຢ່າງດີ, ປະກອບສ່ວນໂດຍກົງຮັກສາສະຖຽນລະພາບທາງການເມືອງອັນໜັກແໜ້ນ, ເຮັດໃຫ້ປະຊາຊົນສ່ວນໃຫຍ່ ຍັງສະໜັບສະໜູນ, ເຊື່ອໝັ້ນຕໍ່ພັກ ແລະ ລະບອບໃໝ່ຂອງພວກເຮົາ.

ນອກນັ້ນ, ທ່ານຍັງໄດ້ເນັ້ນຕື່ມວ່າ: ເພື່ອເຮັດໃຫ້ການເຄື່ອນໄຫວຂົງເຂດການເມືອງ – ແນວຄິດ ຫຼື ວຽກໂຄສະນາອົບຮົມໃຫ້ເກີດດອກອອກຜົນ, ວຽກງານໂຄສະນາອົບຮົມຕ້ອງເອົາໃຈໃສ່ຕື່ມ 5 ບັນຫາ ເຊັ່ນ:

1 ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຕ່ລະຂັ້ນ ຕ້ອງປິ່ນອ້ອມສ້າງການຫັນປ່ຽນອັນແຂງແຮງ, ເລິກເຊິ່ງ, ຮອບດ້ານ, ໂດຍສະເພາະແມ່ນໃນດ້ານຈິນຕະນາການ. ຖ້າບໍ່ມີ ຄວາມຮັບຮູ້ເຂົ້າໃຈ ຫຼື ຕື່ນຕົວແທ້ ບັນຫາທີ່ຕັ້ງຂຶ້ນໃນກອງປະຊຸມໃຫຍ່ 3 ຂັ້ນ ກໍຄືກອງປະຊຸມໃຫຍ່ ຄັ້ງທີ 11 ບໍ່ວ່າຈະເປັນເນື້ອໃນ, ບຸກຄະລາກອນ, ແຜນພັດທະນາກໍຍາກຈະບັນລຸໄດ້.

2 ຕ້ອງສຸມໃສ່ໂຄສະນາ, ສຶກສາອົບຮົມຕ້ານ, ຕີຖອຍບັນດາປາກົດການຫຍໍ້ທໍ້ຢູ່ພາຍໃນພັກ ແລະ ໃນສັງຄົມ, ຕິດພັນກັບການສ້າງສະຕິເຄົາລົບ, ປະຕິບັດລັດຖະທໍາມະນູນ, ກົດໝາຍ, ກົດລະບຽບພັກ. ພ້ອມນັ້ນ, ກໍໂຕ້ຕອບຕໍ່ຖ້ອຍທໍານອງຂອງພວກຄົນບໍ່ດີທີ່ສວຍໃຊ້ບາງປາກົດການຫຍໍ້ທໍ້ໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີ, ໂຈມຕີຕໍ່ການນໍາພາຂອງພັກ, ຫວັງທໍາລາຍ ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ ແລະ ລະບອບຂອງພວກເຮົາ.

3 ຄະນະໂຄສະນາອົບຮົມສູນກາງຮ່ວມກັບພາກສ່ວນອື່ນໆ ຄົ້ນຄວ້າທິດສະດີ ແລະ ພຶດຕິກໍາຂອງພັກ, ຄົ້ນຄວ້າປະຫວັດການເຄື່ອນໄຫວຂອງບັນດາທ່ານຜູ້ນໍາ, ພ້ອມທັງເອົາໃຈໃສ່ເຜີຍແຜ່ອອກສູ່ສັງຄົມໃຫ້ກວ້າງຂວາງ, ປະກອບສ່ວນສົມກຽດໃນການປັບປຸງຄວາມເຂັ້ມແຂງຂອງພັກໃນຂົງເຂດວຽກງານການເມືອງຂອງພັກ.

4 ປັບປຸງລະບົບກົງຈັກການຈັດຕັ້ງຂອງຄະນະໂຄສະນາອົບຮົມ ແຕ່ສູນກາງລົງເຖິງທ້ອງຖິ່ນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງສົມຄູ່ກັບພາລະບົດບາດ ແລະ ຄວາມສໍາຄັນຂອງວຽກງານນີ້, ເອົາໃຈໃສ່ສ້າງ – ຍົກລະດັບຖັນແຖວພະນັກງານທີ່ເຮັດວຽກງານໂຄສະນາອົບຮົມຂອງພັກຢ່າງເປັນລະບົບ, ຕໍ່ເນື່ອງດ້ວຍການສົມທົບສ້າງກັບວຽກງານຕົວຈິງ, ທັງສົ່ງໄປຮຽນຢູ່ພາຍໃນ ແລະ ຕ່າງປະເທດ. ໃນນີ້, ຖືສໍາຄັນການສ້າງໃຫ້ມີຖັນແຖວພະນັກງານວິຊາການທີ່ເກັ່ງ, ທີ່ຊໍານານງານດ້ານຕ່າງໆ.

5 ປັບປຸງລະບົບກົນໄກປະສານງານລະຫວ່າງຄະນະໂຄສະນາອົບຮົມສູນກາງພັກ ກັບ ຄະນະພັກຂອງກະຊວງ – ອົງການຕ່າງໆຢູ່ສູນກາງ ແລະ ກັບຄະນະພັກ ກໍຄືຄະນະໂຄສະນາອົບຮົມຂັ້ນທ້ອງຖິ່ນໃຫ້ກົມກຽວ ແລະ ວ່ອງໄວ ເພື່ອກໍາສະພາບການຫັນປ່ຽນຂອງສະພາບການ ແລະ ດ້ານແນວຄິດຈິດຕະສາດຂອງພະນັກງານ, ສະມາຊິກພັກ ກໍຄືຂອງສັງຄົມ, ເອກະພາບດ້ານການເຄື່ອນໄຫວໂຄສະນາອົບຮົມແຕ່ເທິງລົງລຸ່ມ.

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງແກ່ນທ້າວ ແຂວງໄຊຍະບູລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນແນວລາວສ້າງຊາດ
Next Post: ຂ່າວດ່ວນ! ລົດພ່ວງ ຢຽບລົດຈັກ ມີຄົນເສຍຊີວິດຄາທີ່ 1 ຄົນ ທີ່ ນະຄອນ ປາກເຊ

Related Posts

ຂ່າວດ່ວນທີ່ສຸດ! ລາວພົບຜູ້ຕິດເຊື້ອ ໂ ຄ ວິ ດ ເພີ່ມ 26 ຄົນ ເຊິ່ງມີການລະບາດໃນຊຸມຊົນ ຂ່າວສານບ້ານເມືອງ
ກອງພົນທີ 4 ເປັນເຈົ້າພາບປະກາດເລື່ອນຊັ້ນນາຍທະຫານຊັ້ນ ພັນໂທ ຂ່າວສານບ້ານເມືອງ
ພິທີເຊັນສັນຍາປ່ອຍເງິນກູ້ສົ່ງເສີມຊາວກະສິກອນແບບດອກເບ້ຍຕ່ຳ ແລະ ບໍ່ມີຫຼັກຊັບຄ້ຳປະກັນ ຂ່າວສານບ້ານເມືອງ
ລາວເລັ່ງພັດທະນາໂຄງລ່າງພື້ນຖານສົ່ງເສີມການທ່ອງທ່ຽວ ຂ່າວສານບ້ານເມືອງ
ແຂວງຫຼວງພະບາງ ຜະລິດເຂົ້າບໍ່ໄດ້ຄາດໜາຍ ແຕ່ປູກພືດອື່ນທົດແທນ ຂ່າວສານບ້ານເມືອງ
ເກົ່າແກ່…! ທ່ຽວຊົມວັດສີພູມປະດິດຖາຣາມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme