Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງແກ່ນທ້າວ ແຂວງໄຊຍະບູລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນແນວລາວສ້າງຊາດ

Posted on 14/02/202014/02/2020 By News No Comments on ເມືອງແກ່ນທ້າວ ແຂວງໄຊຍະບູລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນແນວລາວສ້າງຊາດ

ກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນແນວລາວສ້າງຊາດເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 12 ກຸມພາ 2020 ນີ້, ຢູ່ທີ່ສະໂມສອນຂອງເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາສິງ ສໍລະສຸກ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງໄຊຍະບູລີ, ທ່ານ ອໍາຄາ ລັດສະໝີ ເລຂາພັກເມືອງ, ປະທານແນວລາວສ້າງຊາດເມືອງແກ່ນທ້າວ, ມີຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ປະທານ ອພສ ເມືອງ, ແນວລາວສ້າງຊາດເມືອງປາກລາຍ, ເມືອງບໍ່ແຕນ, ແຂກ ແລະ ຜູ້ແທນກອງປະຊຸມເຂົ້າຮ່ວມ 160 ກວ່າທ່ານ, ຍິງ 10 ກວ່າທ່ານ.

Image may contain: 1 person, indoor

ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງລາຍງານການເມືອງທີ່ໄດ້ຕີລາຄາຜົນສໍາເລັດຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຜູ້ແທນແນວລາວສ້າງຊາດເມືອງແຕ່ປີ 2014-2019 ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ 2020-2024, ຮັບຟັງບົດສໍາຫຼວດການນໍາພາລວມຂອງຄະນະກໍາມະການແນວລາວສ້າງຊາດເມືອງ ສະໄໝທີ VI ເຊິ່ງໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນໃນໄລຍະຜ່ານມາ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງຂອງພັກ ພ້ອມທັງຈັດຕັ້ງຜັນຂະຫຍາຍນິຕິກໍາຕ່າງໆຂອງສູນກາງແນວລາວສ້າງຊາດ ໂດຍສະເພາະແມ່ນຄໍາສັ່ງແນະນໍາເລກທີ 033 ຂອງຄະນະປະຈໍາສູນກາງແນວລາວສ້າງຊາດ ວ່າດ້ວຍການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງເຊິ່ງສາມາດສ້າງບ້ານສາມັກຄີປອງດອງໄດ້ 31 ບ້ານ ກວມເອົາ 65,95 ສ່ວນຮ້ອຍ.

Image may contain: 3 people

ຜ່ານການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ເຮັດໃຫ້ປະຊາຊົນໃນທົ່ວເມືອງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ປະຊາຊົນບັນດາຊັ້ນຄົນ, ສາສະໜາ, ເພດ-ໄວ ພາຍໃນເມືອງມີຄວາມສາມັກຄີປອງດອງເປັນປຶກແຜ່ນ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍຈັ່ງຫວະສະເລ່ຍ 8,28 ສ່ວນຮ້ອຍຕໍ່ປີ.

Image may contain: 9 people, indoor

ກອງປະຊຸມຍັງໄດ້ປະຊາມະຕິຮັບຮອງເອົາ ຄະນະກໍາມະການແນວລາວສ້າງຊາດເມືອງ ສະໄໝທີ VII ຈໍານວນ 85 ທ່ານ, ຍິງ 6 ທ່ານ. ໃນນີ້, ພະສົງ 1 ອົງ ທີ່ເປັນຕົວແທນໃຫ້ແກ່ປະຊາຊົນຊັ້ນຄົນ, ສາສະໜາ, ເພດ-ໄວ ຢ່າງຄົບຖ້ວນ ແລະ ເປັນເອກະສັນກັນຮັບຮອງເອົາທ່ານ ປະເສີດ ອິນວົງຄໍາ ເປັນປະທານແນວລາວສ້າງຊາດເມືອງ, ທ່ານ ສົມຊາຍ ທໍາມະວົງ ແລະ ທ່ານ ນາງ ຕານ ເກດຕາໄຊ ເປັນຮອງປະທານ.

Image may contain: 9 people, people standing and indoor
Image may contain: one or more people, people on stage and indoor
ຂ່າວສານບ້ານເມືອງ

Post navigation

Previous Post: ໜ່ວຍພັກພະແນກພະລັງງານ ແລະ ບໍ່ແຮ່ແຂວງຫຼວງພະບາງ ຈັດກອງປະຊຸມໃຫຍ່ຄັ້ງທີ່ VI ພ້ອມເລືອກຕັ້ງຄະນະຊຸດໃໝ່
Next Post: ທ່ານ ພັນຄໍາ ວິພາວັນ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ ເນັ້ນ 5 ບັນຫາ ໃຫ້ໂຄສະນາອົບຮົມເອົາໃຈໃສ່

Related Posts

No racial or gender discrimination in Russia, assures Putin ຂ່າວສານບ້ານເມືອງ
ປະຫວັດຄວາມເປັນມາຂອງເຜົ່າກື່ມມຸ ແຂວງອຸດົມໄຊ ຂ່າວສານບ້ານເມືອງ
ຂໍສະແດງຄວາມຍີນດີນຳຜູ້ຕິດເຊື້ອທີ່ໄດ້ຮັບການປິ່ນປົວຫາຍດີແລະກັບບ້ານໄດ້ທ່ານທີ່3 ຂ່າວສານບ້ານເມືອງ
ພະຍາກອນອາກາດ ວັນທີ 05 ກໍລະກົດ 2021 ຂ່າວສານບ້ານເມືອງ
ອົງການກາແດງສະວິດສ໌ ມອບອຸປະກອນຊ່ວຍເຫລືອໃຫ້ກັບຫນ່ວຍກູ້ຊີບອົງການກາແດງ ຫຼວງພະບາງ ຂ່າວສານບ້ານເມືອງ
ຂ່າວດ່ວນ! ນຳຈັບແຮງງານລາວຈາກຝັ່ງໄທ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme