Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໜ່ວຍພັກພະແນກພະລັງງານ ແລະ ບໍ່ແຮ່ແຂວງຫຼວງພະບາງ ຈັດກອງປະຊຸມໃຫຍ່ຄັ້ງທີ່ VI ພ້ອມເລືອກຕັ້ງຄະນະຊຸດໃໝ່

Posted on 14/02/202014/02/2020 By News No Comments on ໜ່ວຍພັກພະແນກພະລັງງານ ແລະ ບໍ່ແຮ່ແຂວງຫຼວງພະບາງ ຈັດກອງປະຊຸມໃຫຍ່ຄັ້ງທີ່ VI ພ້ອມເລືອກຕັ້ງຄະນະຊຸດໃໝ່

ກອງປະຊຸມໃຫຍ່ສະມາຊິກພັກໜ່ວຍພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ ແຂວງຫຼວງພະບາງຄັັ້ງທີ VI ໄດ້ໄຂຂື້ນ ໃນວັນທີ 12 ກຸມພາ 2020 ນີ້ທີ່ຫ້ອງປະຊຸມໄຟຟ້າລາວແຂວງຫຼວງພະບາງ(ບ້ານຂາມຢ່ອງ)ໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ສຸກັນບຸນຍົງ ກຳມະການປະຈຳພັກແຂວງຮອງເຈົ້າແຂວງຫຼວງພະບາງ, ສະຫາຍ ສົມໄຈ ວັນນະສີ ເລຂາໜ່ວຍພັກພະແນກພະລັງງານ ແລະ ບໍ່ແຮ່, ມີຄະນະໜ່ວຍພັກຮາກຖານໄຟຟ້າລາວ, ຄະນະໜ່ວຍພັກ, ສະມາຊິກພັກ, ຕາງໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍແຂກຖືກເຊີນຈາກໜ່ວຍພັກອ້ອມຂ້າງເຂົ້າຮວ່ມ.

Image may contain: 5 people

ໃນພິທີ ສະຫາຍ ສົມໄຈ ວັນນະສີ ເລຂາໜ່ວຍພັກພະແນກພະລັງງານ ແລະ ບໍ່ແຮ່ໄດ້ກ່າວເປີດກອງປະຊຸມ ພ້ອມທັງຜ່ານບົດສະຫຼຸບການຊີ້ນຳໆພາລວມຂອງຄະນະໜ່ວຍພັກຊຸດເກົ່າໃນ 5 ປີຜ່ານມາ ແລະ ຜ່ານທິດທາງຄາດໝາຍສູ້ຊົນ ແຕ່ນີ້ຮອດປີ 2024 ໂດຍສະເພາະແມ່ນການຈັດຕັ້ງປະບັດເນື້ອໃນມະຕິ V ຂອງໜ່ວຍພັກວາງອອກໃຫ້ປະກົດຜົນເປັນຈິງ. ຜ່ານການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນວຽກງານດ້ານການເມືອງ-ແນວຄິດ ສະມາຊິກພັກແຕ່ລະສະຫາຍໄດ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ກໍາແໜ້ນຕໍ່ແນວທາງ ແລະ ອຸດົມການຂອງພັກ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມສາມັກຄີ, ມີແບບແຜນເຮັດວຽກລະອຽດ, ຮູ້ຈໍາແນກມິດສັດຕູ ແລະ ເຮັດຫຼ້ອນໜ້າທີ່ຂັ້ນເທິງມອບໝາຍໃຫ້.

Image may contain: 12 people, people sitting and indoor

ປັດຈຸບັນໜ່ວຍພັກພະແນກພະລັງງານ ແລະ ບໍ່ແຮ່ມີສະມາຊິກພັກທັງໝົດ 30 ສະຫາຍ, ຍິງ 6 ສະຫາຍ ແລະ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການກໍ່ສ້າງພັກ-ຂະຫຍາຍສະ ມາຊິກພັກ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ຕິດພັນກັບການຈັດຕັ້ງວຽກງານວິຊາສະ ເພາະ, ເປັນເຈົ້າການເອົາໃຈໃສ່ຊຸກຍູ້ສົ່ງເສີມວຽກງານອົງການຈັດຕັ້ງມະຫາຊົນ, ເຂົ້າຮ່ວມຂະບວນການຕ່າງໆຂອງພັກ-ລັດວາງອອກ, ວຽກງານປ້ອງກັນຄວາມສະຫງົບ ແລະ ການພົວພັນຮ່ວມມືກັບຕ່າງປະ ເທດ. ພ້ອມນີ້ກອງປະຊຸມໄດ້ເປັນເອກະພາບຮັບຮອງເອົາບັນດາເນື້ອໃນສໍາຄັນຄື ຮ່າງບົດລາຍງານການ ເມືອງທັງສອງພາກ, ຮ່າງບົດສະຫຼຸບຕີລາຄາການຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ( 2015-2019) ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ ແລະ ຮັບຮອງເອົາຮ່າງແຜນພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ 5 ປີ (2020-2024) ຈາກນັ້ນກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່, ຜົນການດໍາເນີນກອງປະຊຸມຄັັ້ງປະຖົມມະລຶກໄດ້ ເລືອກເອົາ ສະຫາຍ ສົມໄຈ ວັນນະສີ ເປັນເລຂາໜ່ວຍພັກ, ສະຫາຍ ທອງປານ ບຸນສະນິດ ເປັນຮອງເລຂາ ແລະ ສະ ຫາຍ ມີ ໄຊພອນ ວິໄລຫົງ ເປັນຄະນະ ທັງເປັນປະທານກວດກາພັກ ເພື່ອສືບຕໍ່ຊີ້ນຳໆພາວຽກງານໃນຕໍ່ໜ້າ ໃຫ້ມີໝາກຜົນຍິ່ງໃຫຍ່ກວ່າເກົ່າ. ພ້ອມນີ້ກອງປະຊຸມຍັງໄດ້ຮັບຮອງເອົາມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຍຸບຄະນະພັກຮາກຖານລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫຼວງພະບາງ 4 ໜ່ວຍພັກຄື: ໜ່ວຍພັກບໍລິຫານໄຟຟ້າ, ໜ່ວຍພັກເຕັກນິກ, ໜ່ວຍພັກເຂືີ່ອນໄຟຟ້ານໍ້າຄານ 2-3, ໜ່ວຍພັກຫ້ອງການຄຸ້ມຄອງລະບົບສາຍສົງ ແລະ ເຂືີ່ອນໄຟຟ້າ ແຂວງຫຼວງພະບາງ ໃຫ້ໄປຂື້ນກັບຄະນະພັກຮາກຖານພະລັງງານ ແລະ ບໍ່ແຮ່, ຮັບຮອງມະຕິຕົກລົງຂອງຄະນະປະຈໍາພັກ ວ່າດ້ວຍການຕົກລົງແຕ່ງຕັັ້ງຄະນະພັກຮາກຖານພະລັງງານ ແລະ ບໍ່ແຮ່ ຕົກລົງໃຫ້ ສະຫາຍ ສົມໄຈ ວັນນະສີ ເປັນເລຂາ, ສະຫາຍ ຟອງປະສິດ ເພັດສີສຸກ ເປັນຮອງ, ສະຫາຍ ທອງປານ ບຸນສະນິດ ເປັນຄະນະປະຈໍາພັກ, ເປັນປະທານກວດກາຄະນະພັກຮາກຖານ.

Image may contain: 6 people, people standing and suit

ຕອນທ້າຍ ສະຫາຍ ສຸກັນ ບຸນຍົງ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງຫຼວງພະບາງໄດ້ໃຫ້ກຽດໂອ້ລົມ ເຊີິ່ງສະຫາຍໄດ້ໃຫ້ທິດຊີ້ນໍາຕໍ່ຄະນະພັກຮາກຖານ ແລະ ໜ່ວຍພັກຊຸດໃໝ່ໃຫ້ເອົາໃຈໃສ່ຜັນຂະຫຍາຍ ຈັດຕັັ້ງປະຕິບັດເນື້ອໃນກອງປະຊຸມໃຫຍ່ຄັັ້ງນີ້ໂດຍສະເພາະຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2020-2024) ຂອງຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່, ເປັນເຈົ້າການໃນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກລັດຖະບານ ໃນການຫັນການຄຸັ້ມຄອງລັດດ້ວຍກົດໝາຍໃຫ້ມີຄວາມໜັກແໜ້ນເຂັ້ມແຂງ. ເອົາໃຈໃສ່ປັບປຸງແບບແຜນໃຫ້ສອດຄອງຕິດພັນກັບຍູ້ແຮງວຽກງານອົງການຈັດຄັ້ງມະຫາຊົນເຂົ້າຮ່ວມສ້າງໜ່ວຍພັກໃຫ້ປອດໃສເຂັ້ມແຂງໜັກແໜ້ນ ແລະສືບຕໍ່ນຳເອົາເນື້ອໃນມະຕິຂອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນດີ ແລະ ມີຜົນສຳເລັດ.

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງ ອຸດົມໄຊ ມີຄວາມພ້ອມໃນການເຝົ້າລະວັງ ແລະ ຕອບໂຕ້
ການລະບາດຂອງ ໂຄວິດ-19
Next Post: ເມືອງແກ່ນທ້າວ ແຂວງໄຊຍະບູລີ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນແນວລາວສ້າງຊາດ

Related Posts

ສາລະວັນແຈ້ງໂຈະການຈັດງານບຸນຊ່ວງເຮືອປະຈຳປີ 2020 ຂ່າວສານບ້ານເມືອງ
ເຮັດໄດ້ຈັງໃດ! ຕຳຄົນ ເ ສ ຍ ຊີ ວິ ດ ແລ້ວລົບຫນີ ຂ່າວສານບ້ານເມືອງ
ໂຮງຮຽນທະຫານທ້ອງຖີ່ນແຂວງອັດຕະປື ບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 662ຄົນ ຂ່າວສານບ້ານເມືອງ
ປກສ ເມືອງພຽງ ກຽມພ້ອມເຕັມທີ່ຊ່ວຍເຫຼືອ ປະຊາຊົນທີ່ປະສົບໄພນໍ້າຖ້ວມ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 334ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme