Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຂວງ ອຸດົມໄຊ ມີຄວາມພ້ອມໃນການເຝົ້າລະວັງ ແລະ ຕອບໂຕ້
ການລະບາດຂອງ ໂຄວິດ-19

Posted on 13/02/202013/02/2020 By All in LAOS No Comments on ແຂວງ ອຸດົມໄຊ ມີຄວາມພ້ອມໃນການເຝົ້າລະວັງ ແລະ ຕອບໂຕ້
ການລະບາດຂອງ ໂຄວິດ-19

ແຂວງ ອຸດົມໄຊ ມີຄວາມພ້ອມໃນການເຝົ້າລະວັງ ແລະ ຕອບໂຕ້ ການລະບາດຂອງພະຍາດອັກເສບປອດຮຸນແຮງສາຍພັນໃໝ່ ໂຄໂລນາ ຫຼື Covid-19 ໂຄວິດ-19ສະພາບການລະບາດຂອງພະຍາດອັກເສບປອດຮຸນແຮງຈາກເຊື້ອຈຸລະໂລກ ໂຄໂລນາ ປະຈຸບັນມີການຂະຫຍາຍແລະມີຜົນກະທົບເປັນວົງກວ້າງຕໍ່ເສດຖະກິດ-ສັງຄົມໃນທົ່ວໂລກ ໂດຍສະເະພາະຈຸດເລີ່ມແມ່ນຢູ່ເມືອງອູຫັນ ສປ ຈີນ ເຊີ່ງເປັນສູນກາງທາງດ້ານເສດຖະກິດຂອງຈີນ ເລີ່ມລະບາດແຕ່ກາງເດືອນທັນວາ 2019 ເປັນຕົ້ນມາ

ຕໍ່ສະພາບການດັ່ງກ່າວ ທ່ານ ຫຸມພັນ ອິນທະມຸງຄຸນ ຫົວໜ້າພະແນກສາທາລະນະສຸກແຂວງ ອຸດົມໄຊ ໄດ້ໃຫ້ສຳພາດ ໃນວັນທີ 12 ກຸມພາ ນີ້ວ່າ: ມາຮອດທ້າຍເດືອນມັງກອນ ຫາ ເດືອນກຸມພາ 2020 ນີ້ແມ່ນໄດ້ກຽມພ້ອມຮັບມືກັບບັນຫາການລະບາດໃນທົ່ວປະເທດ ໂດຍສະເພາະ ພະແນກສາທາລະນະສຸກແຂວງ ອຸດົມໄຊ ກໍ່ໄດ້ກະກຽມທີມງານ 4 ທີມງານໃຫຍ່ ສົມທົບກັບທີມງານແຕ່ລະເມືອງ; ໂດຍປະກອບມີ

ທີມທີ່ 1 ກອງບັນຊາການ ຫລື EOC ຂອງພະແນກສາທາລະນະສຸກແຂວງ ເຮັດຫນ້າທີ່ໃນການເກັບກຳຂໍ້ມູນ ແລະ ສົ່ງທີມງານໄປສືບສວນສອບສວນບັນຫາຕ່າງໆທີ່ກ່ຽວຂ້ອງກັບກໍລະນີທີ່ຈະເກີດພະຍາດ,

ທີມທີ 2 ແມ່ນທີມເຝົ້າລະວັງ, ສອບສວນ ແລະ ຕອບໂຕ້ໄວຂອງວິຊາການ ເຊີ່ງພາຍຫລັງໄດ້ຮັບຂໍ້ມູນຂ່າວສານແຫລ່ງຂໍ້ມູນຕ່າງໆກ່ຽວກັບກຸ່ມຄົນທີ່ມາຈາກພື້ນທີ່ສ່ຽງ ຫລື ກໍລະນີຕ່າງໆທີ່ມີອາການຂ້າງຄຽງ ທີມງານຈະເຂົ້າໄປເຖິງສະຖານທີ່ເພື່ອໄປສືບສວນສອບສວນຕາມເຕັກນິກວິຊາການ,

ທີມທີ 3 ທີມເຝົ້າລະວັງ ແລະ ຮັບຜິດຊອບການປິ່ນປົວຢູ່ໃນໂຮງໝໍ ເຊີ່ງພາຍໃນໂຮງຫມໍແຂວງແມ່ນໄດ້ກະກຽມສະຖານທີ່ເປັນຕຶກໜື່ງສະເພາະແຍກປ່ຽວ ຮອງຮັບກໍລະນີພະຍາດອັກເສບປອດສາຍພັນໃຫມ່ ໂຄໂລນາ ຈະເອົາເຂົ້າໄປຮັກສາປິ່ນປົວຢູ່ໃນຫ້ອງສະເພາະ ແລະ ໄດ້ແຕ່ງຕັ້ງທີມງານແພດຂອງໂຮງຫມໍແຂວງ ປະຈຳການຕະຫລອດ 24 ຊົ່ວໂມງ ເລີ່ມແຕ່ກາງເດືອນມັງກອນເປັນຕົ້ນມາ ພ້ອມທັງມີການເຝິກຊ້ອມການຮັບມືເມື່ອເກີດສະພາບການລະບາດໂດຍສະເພາະແມ່ນການເກັບຕົວຢ່າງ, ການນຸ່ງເຄື່ອງ, ການທຳຄວາມສະອາດ ແລະ ຂັ້ນຕອນຕ່າງໆເພື່ອຊ່ວຍຊີບຊ່ວຍຊູຄົນເຈັບ ແລະ

ທີມງານທີ 4 ແມ່ນໄດ້ແຕ່ງຕັ້ງທີມງານໄປສະກັດກັ້ນຢູ່ດ່ານນຳເຂົ້າ; ແຂວງ ອຸດົມໄຊມີດ່ານທ້ອງຖີ່ນ 1 ດ່ານຄື: ດ່ານພູຫລັກຄຳ ເຊີ່ງໄດ້ສົ່ງທີມງານໄປປະຈຳຕັ້ງແຕ່ທ້າຍເດືອນມັງກອນເປັນຕົ້ນມາ ພ້ອມກັນນັ້ນຍັງໄດ້ແຈ້ງການໄປຍັງໂຮງໝໍທຸກແຫ່ງໃນແຂວງ ອຸດົມໄຊ ບໍ່່ວ່າຈະເປັນໂຮງຫມໍລັດ ຫລື ເອກະຊົນ ໃຫ້ກຽມສະຖານທີ່ຮອງຮັບຖ້າມີກໍ່ລະນີຄົນເຈັບເຂົ້າມາກໍ່ຈະໄດ້ມີການແຍກອອກບໍ່ໃຫ້ໄປປົນກັບຄົນເຈັບທົ່ວໄປ.


ທ່ານ ຫຸມພັນ ອິນທະມຸງຄຸນຍັງໃຫ້ຮູ້ຕື່ມວ່າ ສຳລັບພະຫານະນຳສົ່ງຄົນເຈັບ ແມ່ນໄດ້ກະກຽມລົດອາໂບລັງໄວ້ຢູ່ສອງຈຸດຄືຢູ່ພະແນກສາທາລະນະສຸກແຂວງແລະໂຮງມໍແຂວງ; ສ່ວນໃນແຕ່ລະເມືອງກໍ່ມີຢູ່ໃນໂຮງໝໍເມືອງ ເພື່ອຮອງຮັບຖ້າໄດ້ຮັບການລາຍງານຄົນເຈ້ບທີ່ຢູ່ໄກຄຽງແມ່ນສາມາດເຂົ້າໄປເຖິງຢ່າງວອງໄວ ແລະ ອຸປະກອນເປັນຕົ້ນແມ່ນຊຸດໃສ່ປອ້ງກັນແພດ, ໜ້າກາກ, ເຈວລ້າງມື້ ແລະ ສິງທີ່ປົກປອ້ງທິມງານເພດ ຫຼື ວ່າປົກປ້ອງຄົນເຈັບບໍ່ໃຫ້ແຜ່ເຊື້ອໃນຂະນະຂົນສົ່ງໄປຫາໂຮງໝໍແມ່ນມີສະພາບກຽມພ້ອມ.

ຂ່າວ: ຄຳພູສະຫວັນ ເພັນສະຫວັດ

ຂ່າວສານບ້ານເມືອງ

Post navigation

Previous Post: ກະຊວງສາທາລະນະສຸກໄດ້ຈັດສຳມະນາກ່ຽວກັບການຍົກລະ ດັບຄວາມພ້ອມວຽກງານເຝົ້າລະວັງ ແລະ ຕອບໂຕ້ຕໍ່ການລະ ບາດຂອງພະຍາດອັກເສບປອດສາຍພັນໃໝ່ (COVID-19)
Next Post: ໜ່ວຍພັກພະແນກພະລັງງານ ແລະ ບໍ່ແຮ່ແຂວງຫຼວງພະບາງ ຈັດກອງປະຊຸມໃຫຍ່ຄັ້ງທີ່ VI ພ້ອມເລືອກຕັ້ງຄະນະຊຸດໃໝ່

Related Posts

ສານປະຊາຊົນແຂວງວຽງຈັນ ຕັ ດ ສິ ນ ປ ະ ຫ າ ນ ຊີ ວິ ດ ຈ ໍາ ເ ລີ ຍ 4 ຄົນ ຂ່າວສານບ້ານເມືອງ
ລະນຶກວັນສາກົນ ເພື່ອປູກຈິດສຳນຶກກ່ຽວກັບ ລ ະ ເ ບີ ດ ບໍ່ທັນແຕກ 4 ເມສາ ຂ່າວສານບ້ານເມືອງ
5 ປີຜ່ານມາ ທົ່ວປະເທດມີສະມາຊິກພັກ ຖື ກ ລົ ງ ວິ ໄ ນ 3.200 ສ ະ ຫ າ ຍ ຂ່າວສານບ້ານເມືອງ
ສະຫະລັດອາເມຣິກາ ມອບລົດແພດພາກສະໜາມ ຈຳນວນ 9 ຄັນ ໃຫ້ແກ່ກະຊວງປ້ອງກັນປະເທດລາວ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 267ຄົນ ຂ່າວສານບ້ານເມືອງ
ເຄີຍຕິດ ຄ ຸ ກ ມາເເລ້ວອອກມາຍັງເຮັດຄືເກົ່າໄດ້ເຂົ້າໄປອີກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme