Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກະຊວງສາທາລະນະສຸກໄດ້ຈັດສຳມະນາກ່ຽວກັບການຍົກລະ ດັບຄວາມພ້ອມວຽກງານເຝົ້າລະວັງ ແລະ ຕອບໂຕ້ຕໍ່ການລະ ບາດຂອງພະຍາດອັກເສບປອດສາຍພັນໃໝ່ (COVID-19)

Posted on 13/02/202014/02/2020 By News No Comments on ກະຊວງສາທາລະນະສຸກໄດ້ຈັດສຳມະນາກ່ຽວກັບການຍົກລະ ດັບຄວາມພ້ອມວຽກງານເຝົ້າລະວັງ ແລະ ຕອບໂຕ້ຕໍ່ການລະ ບາດຂອງພະຍາດອັກເສບປອດສາຍພັນໃໝ່ (COVID-19)

ວັນທີ 13 ກຸມພາ 2020 ສປປ ລາວ ເພີ່ມທະວີການເຝົ້າລະວັງ ແລະ ຕອບໂຕ້ພະຍາດ COVID-19 ກະຊວງສາທາລະນະສຸກໄດ້ຈັດສຳມະນາກ່ຽວກັບການຍົກລະ ດັບຄວາມພ້ອມວຽກງານເຝົ້າລະວັງ ແລະ ຕອບໂຕ້ຕໍ່ການລະບາດຂອງພະຍາດອັກເສບປອດສາຍພັນໃໝ່ (COVID-19) ໃຫ້ແກ່ທີມງານຕອບໂຕ້ໄວຂັ້ນແຂວງຂຶ້ນລະຫວ່າງວັນທີ 13-14 ກຸມພາ 2020 ທີ່ໂຮງແຮມຄຣາວພາຊານະຄອນຫຼວງວຽງຈັນໂດຍການສະໜັບສະໜູນຂອງອົງການ DTRT USCDD ແລະ ອົງການອະນາໄມໂລກ.

Image may contain: 3 people, flower and text

ທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາກະຊວງສາທາລະນະສຸກໄດ້ກ່າວໃນການສໍາມະນາຄັ້ງນີ້ວ່າ: ການຈັດກອງປະຊຸມສຳມະນາໃນຄັ້ງນີ້ຂຶ້ນເພື່ອພັດທະນາລະບົບການເຝົ້າລະວັງ ແລະ ເພື່ອກຽມຄວາມພ້ອມຕອບໂຕ້ຕໍ່ກໍລະນີທີ່ອາດຈະມີການລະບາດເກີດຂຶ້ນທັງແນ່ໃສ່ໃຫ້ພະນັກງານທີ່ກ່ຽວຂ້ອງເຂົ້າໃຈເຖິງສະຖານະການໃນໂລກ ແລະ ຍຸດທະສາດການຕອບໂຕ້ກັບເຊື້ອໄວຣັສໂຄໂຣນາສາຍພັນໃໝ່ 2019 ໃນ ສປປ ລາວ ທັງໃຫ້ເຂົ້າໃຈຂຶ້ນຕື່ມ ກ່ຽວກັບກົນໄກການປະສານງານທີ່ມີຢູ່ແລ້ວໂດຍສະເພາະສູນປະຕິບັດງານສຸກເສີນ ແລະ ຂະບວນການຄັດກອງທີ່ດ່ານສາກົນເຂົ້າ-ອອກຕ່າງໆ ເພີ້ມທະວີໃນການທົບທວນຄືນບັນດາຄຳແນະນຳຕ່າງໆກ່ຽວກັບການນຳໃຊ້ນິຍາມກໍລະນີເພື່ອຄັດກອງການສອບສວນ ແລະ ການຕິດຕາມກໍລະນີສົງໃສໃຫ້ແກ່ທີມງານຕອບໂຕ້ໄວຂັ້ນແຂວງ ແລະ ໃຫ້ເຂົ້າໃຈຂຶ້ນຕື່ມກ່ຽວກັບບັນດາຂໍ້ແນະນຳໃນການະຕິບັດຕົວຈິງໃນການເກັບຕົວຢ່າງເພື່ອສົ່ງວິເຄາະສຳລັບເຊື້ອພະຍາດນີ້.

ນອກນັ້ນກໍເພື່ອຍົກສູງສະຕິຕື່ນຕົວກ່ຽວກັບການຄຸ້ມຄອງກໍລະນີການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ ແລະ ປະຕິບັດການນຸ່ງເຄື່ອງປ້ອງກັນຕົວເອງຢ່າງເໝາະສົມສຳລັບການຄັດກອງກໍລະນີການສອບສວນກໍລະນີ ແລະ ໃນຫ້ອງວິເຄາະ.

ຂ່າວສານບ້ານເມືອງ

Post navigation

Previous Post: ລົດຕູ້ຕໍາກັບລົດໂຝກ ເສຍຊີວິດຄາທີ່ 1 ຄົນ ທາງ 13 ໃຕ້
Next Post: ແຂວງ ອຸດົມໄຊ ມີຄວາມພ້ອມໃນການເຝົ້າລະວັງ ແລະ ຕອບໂຕ້
ການລະບາດຂອງ ໂຄວິດ-19

Related Posts

ບໍ່ເຂັດບໍ່ຫຼາບ ພົ້ນ ໂ ທ ດ ມາກະ ທ ໍາ ຜິ ດ ແບບເກົ່າ ຂ່າວສານບ້ານເມືອງ
ເຕືອນການເດີນທາງ! ຂົວນໍ້າແຈ້ງລຸອີກແລ້ວ ແປງຮອບ 2 ຂ່າວສານບ້ານເມືອງ
ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກຸມພາ 2020 ຂ່າວສານບ້ານເມືອງ
ດີໃຈນໍາ ປະຊາຊົນບ້ານໂຄກສະຫວ່າງ ຈະໄດ້ນໍາໃຊ້ຂົວແຫ່ງໃໝ່ໃນໄວໆນີ້ ຂ່າວສານບ້ານເມືອງ
ຂ່າວດີ! ມີຄົນເຈັບໂຄວິດ-19 ໄດ້ອອກໂຮງໝໍອີກ 4 ຄົນ ຂ່າວສານບ້ານເມືອງ
ດ່ວນ! ໄຊຍະບູລີອອກແຈ້ງການກ່ຽວກັບການສະຫຼອງປີໃໝ່ລາວ ພສ2565 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme