ນະຄອນຫຼວງວໍຊິງຕັນ, ໃນວັນທີ 11 ກຸມພາ 2020 – ສະພາບໍລິຫານຂອງທະນາຄານໂລກ (WB) ໄດ້ອະນຸມັດທຶນ ຈຳນວນ 5 ລ້ານ ໂດລາສະຫະລັດ ໃຫ້ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ເພື່ອສືບຕໍ່ໂຄງການຄຸ້ມຄອງປ່າໄມ້ໃຫ້ຍືນນານ ແບບມີສ່ວນຮ່ວມ (Scaling-Up Participatory Sustainable Forest Management Project) ເປັນການປັບປຸງ ການຄຸ້ມຄອງປ່າໄມ້ໃຫ້ຍືນນານ, ປັບປຸງການດຳລົງຊີວິດຂອງຊຸມຊົນໃຫ້ດີຂຶ້ນ ແລະ ຫລຸດຜ່ອນການປ່ຽນແປງດິນຟ້າອາກາດ.
ທ່ານ ນິໂຄລາ ປອນຕາຣາ (Nicola Pontara), ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, ໄດ້ກ່າວວ່າ: “ການສະໜອງທຶນ ເພີ່ມນີ້ຈະຊ່ວຍ ສປປ ລາວ ຄຸ້ມຄອງປ່າຜະລິດ ເຊິ່ງສຳຄັນຕໍ່ການດຳລົງຊີວິດຂອງປະຊາຊົນ ໃຫ້ເຕີບໂຕ ທາງດ້ານເສດຖະກິດຕາມທິດສີຂຽວ,ມີສົມດູນ ແລະ ຍືນນານ ແລະ ສອດຄ່ອງກັບຄວາມມຸ້ງມາດປາຖະໜາ ຂອງລັດຖະບານ ແຫ່ງ ສປປ ລາວ ທີ່ມີບູລິມະສິດພັດທະນາປະຊາຊົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ” .
ນັບແຕ່ປີ 2013 ເປັນຕົ້ນມາ, ໂຄງການຄຸ້ມຄອງປ່າໄມ້ໃຫ້ຍືນນານແບບມີສ່ວນຮ່ວມ ໄດ້ບັນລຸໝາກຜົນທີ່ສຳຄັນເຊັ່ນ: ໄດ້ຍົກລະດັບ ສະຖານະການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ທີ່ຕິດພັນກັບປ່າໄມ້ ຫຼາຍກ່ວາ 650 ບ້ານ ພາຍໃນ 13 ແຂວງ, ໄດ້ປັບປຸງການ ວາງແຜນ ແລະ ຄຸ້ມຄອງເຂດປ່າຜະລິດ ຈຳນວນ 41 ແຫ່ງ ຂອງເຂດປ່າຜະລິດທັງໝົດ 51 ແຫ່ງທົ່ວປະເທດ, ກວມເອົາເນື້ອທີ່ 2.3 ລ້ານເຮັກຕາ. ຜົນໄດ້ຮັບນີ້ມີຄວາມໝາຍ ແລະ ຄວາມສຳຄັນຢ່າງຍິ່ງ ຕໍ່ການຫລຸດຜ່ອນການທຳລາຍປ່າໄມ້ ແລະ ການປ່ອຍອອກ ອາຍເຮືອນແກ້ວຈາກການທຳລາຍປ່າໄມ້.
ນັບແຕ່ເລີ່ມຕົ້ນ, ໂຄງການ ໄດ້ສ້າງໂອກາດອັນໃໝ່ໃຫ້ປະຊາຊົນ ແລະ ພາກເອກະຊົນ ເພື່ອພັດທະນາດ້ານເສດຖະກິດ ທີ່ຕິດພັນກັບ ການຄຸ້ມຄອງປ່າໄມ້ໃຫ້ຍືນນານ. ເພື່ອເຮັດໃຫ້ໂອກາດດັ່ງທີ່ກ່າວມານີ້ປະກົດເປັນຈິງ ແມ່ນຈຳເປັນຕ້ອງ ມີທຶນ ແລະ ມີການ ຊ່ວຍເຫຼືອທາງດ້ານວິຊາການເພີ່ມຕື່ມ ໂດຍສະເພາະ ແມ່ນກ່ຽວຂ້ອງກັບການມີສ່ວນຮ່ວມຂອງຊຸມຊົນ ແລະ ການຄຸ້ມຄອງ-ບໍລິຫານ.
ທ່ານ ສະຕີເຟັນ ເດນີໂອ (Stephen Danyo), ຫົວໜ້າຊ່ຽວຊານສະເພາະດ້ານສິ່ງແວດລ້ອມ ຂອງທະນາຄານໂລກ ປະຈໍາ ສປປ ລາວ, ໄດ້ກ່າວວ່າ: “ການສະໜອງທຶນເພີ່ມ ໃຫ້ໂຄງການຄຸ້ມຄອງປ່າໄມ້ໃຫ້ຍືນນານ ແບບມີສ່ວນຮ່ວມ ຈະເພີ່ມຄວາມເຂັ້ມແຂງ ດ້ານການຄຸ້ມຄອງ-ບໍລິຫານ ຊັບພະຍາກອນທຳມະຊາດໃຫ້ດີຂື້ນ ທັງ ເປັນການສ້າງໂອກາດ ດ້ານການລົງທຶນ ຂອງພາກເອກະຊົນ” .
ຈຳນວນທຶນເພີ່ມນີ້ ແມ່ນໄດ້ມາຈາກ ສະມາຄົມເພື່ອການພັດທະນາສາກົນ (IDA) ຂອງທະນາຄານໂລກ ທີ່ສ້າງຕັ້ງຂຶ້ນໃນປີ 1960 ເພື່ອຊ່ວຍເຫຼືອບັນດາປະເທດທຸກຍາກທີ່ສຸດໃນໂລກ ດ້ວຍການສະໜອງທຶນຊ່ວຍເຫຼືອລ້າ, ທຶນກູ້ຢືມໃນອັດຕາດອກເບ້ຍຕໍ່າ ແລະ ບໍ່ມີດອກເບ້ຍ ໃຫ້ແກ່ບັນດາໂຄງການ ແລະ ແຜນງານທີ່ສົ່ງເສີມການເຕີບໂຕທາງດ້ານເສດຖະກິດ, ຫລຸດຜ່ອນຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່.

Lao PDR: Additional World Bank Financing for Sustainable Forest Management
WASHINGTON, February 11, 2020 – The World Bank’s Board of Executive Directors today approved US$5 million in additional financing to the Scaling-Up Participatory Sustainable Forest Management Project, which will help the Lao People’s Democratic Republic (Lao PDR) improve sustainable forest management, community livelihoods and climate change mitigation.
“This additional financing will help Lao PDR to manage its production forests, and the villages that depend on them, in support of a greener, more inclusive and sustainable pattern of economic growth,” said Nicola Pontara, World Bank Country Manager for Lao PDR. “This is consistent with the aspiration of the Lao PDR authorities to prioritize development support to poor villages.”
The project has achieved significant results since 2013, boosting livelihoods in more than 650 forest-dependent villages in 13 provinces; and improving the planning and management of 41 of the country’s 51 Production Forest Areas, covering 2.3 million hectares. This remarkable progress has been instrumental to reduce deforestation and the associated carbon emissions.
Since the original project started, new economic opportunities in sustainable forest management have emerged not only for villages but also for the private sector. Realizing this potential will require additional financial and technical support, especially on areas related to community engagement and governance issues.
“The additional financing for this project will help strengthen the governance of natural resources through more sustainable forest management. It will also create new exciting opportunities for private sector investments,” said Stephen Danyo, World Bank Senior Environmental Specialist in Lao PDR.
The additional funding comes from the World Bank’s International Development Association (IDA), established in 1960, which helps the world’s poorest countries by providing grants and low to zero-interest loans for projects and programs that boost economic growth reduce poverty, and improve lives.