Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ມອບ-ຮັບໜ້າທີ່ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ

Posted on 12/02/202014/02/2020 By News No Comments on ມອບ-ຮັບໜ້າທີ່ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ

ພິທີ ມອບ-ຮັບ ໜ້າທີ່ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນຕອນເຊົ້າວັນທີ 12 ກຸມພາ 2020 ນີ້ ທີ່ໂຮງລະຄອນພະລັກ-ພະລາມ ຫໍພິພິທະພັນແຫ່ງຊາດຫຼວງພະບາງ ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ກຳມະການປະຈະພັກແຂວງ ຮອງເຈົ້າແຂວງຫຼວງພະບາງ, ມີ ຫົວໜ້າ-ຮອງຫົວໜ້າພະແນກການຂອງແຂວງ, ພ້ອມດ້ວຍຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ-ນະຄອນ ແລະ ພະນັກງານພາຍໃນພະແນກ ເຂົ້າຮ່ວມ.

Image may contain: 10 people, people smiling, indoor

ພິທີ ຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງ ວ່າດ້ວຍການອະນຸມັດໃຫ້ ທ່ານ ສຸລິທີບ ໜໍ່ຄຸນຜົນ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ອອກຜັກຜ່ອນຮັບອຸດໜູນບຳນານ ຕາມອາຍຸກະສຽນ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ພ້ອມທັງຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຫລວງພະບາງ ວ່າດ້ວຍການແຕ່ງຕັ້ງ ປອ ນາງ ສຸດາພອນ ຄົມທະວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂຶ້ນເປັນຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ຜູ້ໃໝ່. ຈາກນັ້ນ ທ່ານ ສຸລິທີບ ໜໍ່ຄຸນຜົນ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຜູ້ເກົ່າ ໄດ້ຂຶ້ນຜ່ານຜົນງານການເຄື່ອນໄຫວ ແລະ ການຊີ້ນໍານໍາພາ ແລະຈັດຕັ້ງປະຕິບັດວຽກງານ ໃນໄລຍະ ຜ່ານມາ ທັງກ່າວມອບໜ້າທີ່ ໃຫ້ຫົວໜ້າພະແນກຜູ້ໃໝ່. ຈາກນັ້ນ ໄດ້ມີີການລົງນາມເຊັນບົດບັນທຶກມອບ-ຮັບ ໜ້າທີ່ ໂດຍມີຜູ້ເຂົ້າຮ່ວມເປັນຂີພະຍານ.

Image may contain: 7 people, people on stage and indoor

ໂອກາດນີ້ ທ່ານ ວົງສະຫວັນ ເທບພະຈັນ ໄດ້ມີຄຳເຫັນກ່ຽວກັບການຍົກຍ້າຍ, ສັບຊ້ອນບ່ອນປະຈຳການຂອງພະນັກງານການນຳ, ພະນັກງານຫຼັກແຫຼ່ງ ເພື່ອກະກຽມຄວາມພ້ອມ ໃຫ້ແກ່ການດຳເນີນກອງປະຊຸມຂອງອົງຄະນະພັກແຕ່ລະຂັ້ນ ໃຫ້ຮັບປະກັນລັກສະນະສືບທອດ-ປ່ຽນແທນ ທາງດ້ານຄຸນນະພາບ, ຕອນທ້າຍ ທ່ານຮອງເຈົ້າແຂວງຫຼວງພະບາງ ໄດ້ເນັ້ນໃຫ້ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຜູ້ໃໝ່ ສືບຕໍ່ະຕິບັດວຽກງານຮອບດ້ານ ແນໃສ່ເຮັດໃຫ້ວຽກງານ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງແຂວງຫຼວງພະບາງມີການພັດທະນາດີຂື້ນຕື່ມ.

Image may contain: 1 person, sitting
Image may contain: 4 people, people sitting and indoor

ຂອບໃຈຂ່າວຈາກ: ອາພຸດເດດ ບຸບຜາ

ຂ່າວສານບ້ານເມືອງ

Post navigation

Previous Post: ຍຶດເງິນໃບ 50000 ປອມ ຈໍານວນຫຼາຍ ທີ່ ເມືອງຫີນບູນ
Next Post: ສະມາຄົມມິດຕະພາບລາວ-ຈີນ ຮ່ວມກັບ ນະຄອນຫຼວງວຽງຈັນ ຈັດງານລະດົມທຶນຊ່ວຍເຫຼືອຊາວເມືອງອູຮັ່ນ-ປະຊາຊົນຈີນ

Related Posts

ຂ່າວດີ ເປີດປະເທດຢ່າງເປັນທາງການ ເລີ່ມ 9 ພຶດສະພາ 2022 ຂ່າວສານບ້ານເມືອງ
ອັດຕະປືນໍ້າຖ້ວມລະດັບນໍ້າກຳລັງເພີ່ມສູງ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 349 ຄົນ ຂ່າວສານບ້ານເມືອງ
ກໍ່ເຫດ! ປຸ້ ນ ຊັ ບ ຄົນຮັກແພງ ຖືກຄອບຄົວຜູ້ເສຍຫາຍຊ່ວຍກັນຈັບຕົວ ຂ່າວສານບ້ານເມືອງ
97 ຄອບຄົວທີ່ເມືອງຂວາ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຂ່າວສານບ້ານເມືອງ
ແຈ້ງເຕືອນ! ຍັງຜ່ານບໍ່ໄດ້ທາງ 13 ເໜືອ ເຂດກາສີທີ່ດິນເຈື່ອນຕັນທາງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme