Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

Update Covid-19 ເວລາ 10:52 ວັນທີ 12 ກຸມພາ 2020 ເສຍຊີວິດ 1.115 ຄົນ, ຕິດເຊື້ອ 45.182, ປົວດີ 4.820

Posted on 12/02/202012/02/2020 By All in LAOS No Comments on Update Covid-19 ເວລາ 10:52 ວັນທີ 12 ກຸມພາ 2020 ເສຍຊີວິດ 1.115 ຄົນ, ຕິດເຊື້ອ 45.182, ປົວດີ 4.820

ຈາກການລາຍງານຂອງ ເວັບໄຊ gisanddata ເວລາ 10:52 ວັນທີ 12 ກຸມພາ 2020

ເສຍຊີວີດ: 1.115 ຄົນ ເຊິ່ງມີຜູ່ຕິດເຊື້ອທັງໝົດທີ່ໄດ້ຮັບການຢືນຢັນທາງການແມ່ນ 45.182 ຄົນ, ພ້ອມດຽວກັນນັ້ນ ກໍ່ມີຕົວເລກ ຜູ່ທີ່ ໄດ້ຮັບການປິ່ນປົວ ດີ 4.820 ຄົນ

ຫຼ້າສຸດ ອົງການອະນາໄມໂລກ ໄດ້ ຕັ້ງຊື່ ໄວຣັສ ໂຄໂຣນາ ສາຍພັນໃໝ່ ຢ່າງເປັນທາງການແລ້ວ ຄື “Covid-19” ໂຄວິດ-19

ສຳນັກຂ່າວ ບີບີຊີ ລາຍງານວ່າ: ທ່ານ ດຣ. ເທດຣອສ ອັດດານອມ ເກເບນເຢຊຸສ (Dr. Tedros Adhanom Ghebreyesus) ຜູ້ອຳນວຍການ ອົງການອານາໄມໂລກ ໄດ້ປະກາດໃນວັນອັງຄານ ວັນທີ 11 ກຸມພາ 2020 ນີ້ວ່າ: ໄວຣັສ ໂຄໂຣນາ ສາຍພັນໃໝ່ 2019 ທີ່ກຳລັງລະບາດຢ່າງໜັກໃນປະເທດຈີນ ແລະ ແພ່ລາມໄປ 24 ປະເທດ ໃນທົ່ວໂລກ ຈະມີຊື່ເອີ້ນຢ່າງເປັນທາງການວ່າ: “COVID-19” (ໂຄວິດ-19) ເຊິ່ງຫຍໍ້ມາຈາກ ‘Coronavirus Disease 2019’, “co” ຫຍໍ້ມາຈາກ “corona”, “vi” ມາຈາກ”virus” ແລະ “d” ຫຍໍ້ມາຈາກຄຳວ່າ “disease” ທັງນີ້ ຄຳວ່າ ໄວຣັສ ໂຄໂຣນາ ເປັນຊື່ຂອງຕະກູນ ບໍ່ແມ່ນຊື່ຂອງສາຍພັນຂອງໄວຣັສ ນັກວິທະຍາສາດຈຶ່ງຈຳເປັນຕ້ອງມີຊື່ເອີ້ນ ໄວຣັສ ຢ່າງເປັນທາງການ ເພື່ອບໍ່ໃຫ້ເກີດຄວາມສັບສົນ ແລະ ບໍ່ເຮັດໃຫ້ເສື່ອມເສຍຊື່ສຽງ ເຮົາຕ້ອງຫາຊື່ທີ່ບໍ່ອ້າງອີງເຖິງສະພາບພູມີສາດ, ສັດ, ບຸກຄົນ ຫຼື ກຸ່ມຄົນ ລວມທັງຕ້ອງສາມາດອອກສຽງໄດ້ ແລະ ກ່ຽວຂ້ອງກັບພະຍາດອີກດ້ວຍ.

ການມີຊື່ເອີ້ນຢ່າງເປັນທາງການຂອງໄວຣັສ ສາຍພັນໃໝ່ນີ້ ເປັນສິ່ງສຳຄັນເພື່ອປ້ອງກັນການໃຊ້ຊື່ອື່ນໆ ທີ່ບໍ່ເຮັດໃຫ້ເສຍຊື່ສຽງຂອງປະເທດນັ້ນໆ ຍົກຕົວຢ່າງ: ມີບາງສື່ ທີ່ເອີ້ນພະຍາດນີ້ວ່າ ໄວຣັສ ອູ່ຮັ້ນ, ໃນຂະນະທີ່ ຊາວເມືອງ ອູ່ຮັ້ນ ຮຽກຮ້ອງໃຫ້ທົ່ວໂລກ ບໍ່ໃຫ້ຮ້ອງໄວຣັສ ນີ້ວ່າ ໄວຣັສ ອູ່ຮັ້ນ ເພາະຊາວເມືອງຕ່າງໆກໍ່ຖືກຊາວຈີນດ້ວຍກັນ ແລະ ຊາວໂລກລັງກຽດຢູ່ແລ້ວ ຈຶ່ງເຮັດໃຫ້ຄົນອູ່ຮັ້ນ ກາຍເປັນຄົນທີຖືກເບິ່ງບໍ່ດີໃນສາຍຕາຄົນທົ່ວໄປ

ໂດຍສະເພາະຮຽກຮ້ອງໄປຍັງໂລກຕະເວັນຕົກ ພະຍາດບາງຊະນິດທີ່ເກີດຂຶ້ນຢູ່ບ່ອນອື່ນ ກໍ່ບໍ່ເຫັນເອົາຊື່ເມືອງ ຫຼື ຊື່ປະເທດມາໃສ່ ບາດເກີດຢູ່ຈີນລະເອົາຊື່ເມືອງຊື່ປະເທດມາໃສ່ ມັນເປັນການຫວັງຜົນດ້ານການໂຈມຕີທາງເມືອງຫຼາຍເກີນໄປ ສະນັ້ນຊາວເມືອງ ອູ່ຮັ້ນກໍຄືຊາວຈີນຮຽກຮ້ອງໃຫ້ທຸກຄົນເອີ້ນຊື່ອື່ນ. ນອກຈາກນີ້ ທ່ານຜູ້ອຳນວຍການ ອົງການອານາໄມໂລກ ຍັງກ່າວອີກວ່າ ວັກຊີນ ໂຕທຳອິດເພື່ອຮັບມືກັບເຊື້ອ ໂຄວິດ-19 ໜ້າຈະພ້ອມໃຊ້ງານພາຍໃນ 18 ເດືອນ, ດັ່ງນັ້ນເຮົາຄວນເຮັດທຸກຢ່າງໃນມື້ນີ້ ໂດຍໃຊ້ອາວຸດຕ່າງໆທີ່ເຮົາມີກ່ອນ.

ວິທີການປ້ອງກັນທີ່ທ່ານຄວນຮູ້

ຂ່າວສານບ້ານເມືອງ

Post navigation

Previous Post: ອົງການອະນາໄມໂລກ ກໍານົດຊື່ທາງການຂອງ ໄວຣັດໂຄໂຣນາ ສາຍພັນໃໝ່ 2019 ແມ່ນ Covid-19
Next Post: ຍຶດເງິນໃບ 50000 ປອມ ຈໍານວນຫຼາຍ ທີ່ ເມືອງຫີນບູນ

Related Posts

ຂ່າວດ່ວນ ດິນພູເຈື່ອນທາງພູເກົ້າຫຼັກເຂດໂຄ້ງຊົມວິວ (ມີຄລິບ) ຂ່າວສານບ້ານເມືອງ
ສາເຫດທີ່ເຮັດໃຫ້ລາຄາຊີ້ນໝູໃນນະຄອນຫລວງວຽງຈັນ ມີການເໜັງຕີງເພີ່ມຂຶ້ນ ຂ່າວສານບ້ານເມືອງ
ບຸນພະທາດສີໂຄດຕະບອງ ປີນີ້ ຈະຈັດຂຶ້ນໃນລະຫວ່າງວັນທີ 26-28 ມັງກອນ ຂ່າວສານບ້ານເມືອງ
ອະນຸຍາດໃຫ້ເປີດການຮຽນ-ການສອນທຸກຊັ້ນ ແບບເຊິ່ງໜ້າປົກກະຕິທົ່ວປະເທດ ຂ່າວສານບ້ານເມືອງ
ເດັກນ້ອຍຈົມນໍ້າເສຍຊີວິດ 2 ຄົນ ທີ່ ເມືອງປາກກະດິງ ຂ່າວສານບ້ານເມືອງ
ບອກຕໍ່ແດ່! ພາຍຸໝຸນເຂດຮ້ອນ ດີເປຼຊັນ ກຳລັງພັດເຂົ້າມາລາວເຮົາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme