Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອົງການອະນາໄມໂລກ ກໍານົດຊື່ທາງການຂອງ ໄວຣັດໂຄໂຣນາ ສາຍພັນໃໝ່ 2019 ແມ່ນ Covid-19

Posted on 12/02/202012/02/2020 By All in LAOS No Comments on ອົງການອະນາໄມໂລກ ກໍານົດຊື່ທາງການຂອງ ໄວຣັດໂຄໂຣນາ ສາຍພັນໃໝ່ 2019 ແມ່ນ Covid-19

ໄວຣັສ ໂຄໂຣນາ ສາຍພັນໃໝ່ ໄດ້ຊື່ເອີ້ນຢ່າງເປັນທາງການແລ້ວ ຄື “Covid-19”

 ສຳນັກຂ່າວ ບີບີຊີ ລາຍງານວ່າ: ທ່ານ ດຣ. ເທດຣອສ ອັດດານອມ ເກເບນເຢຊຸສ (Dr. Tedros Adhanom Ghebreyesus) ຜູ້ອຳນວຍການ ອົງການອານາໄມໂລກ  ໄດ້ປະກາດໃນວັນອັງຄານ ວັນທີ 11 ກຸມພາ 2020 ນີ້ວ່າ: ໄວຣັສ ໂຄໂຣນາ ສາຍພັນໃໝ່ 2019 ທີ່ກຳລັງລະບາດຢ່າງໜັກໃນປະເທດຈີນ ແລະ ແພ່ລາມໄປ 24 ປະເທດ ໃນທົ່ວໂລກ ຈະມີຊື່ເອີ້ນຢ່າງເປັນທາງການວ່າ: “COVID-19” (ໂຄວິດ-19) ເຊິ່ງຫຍໍ້ມາຈາກ ‘Coronavirus Disease 2019’, “co” ຫຍໍ້ມາຈາກ “corona”, “vi” ມາຈາກ”virus” ແລະ “d” ຫຍໍ້ມາຈາກຄຳວ່າ “disease” ທັງນີ້ ຄຳວ່າ ໄວຣັສ ໂຄໂຣນາ ເປັນຊື່ຂອງຕະກູນ ບໍ່ແມ່ນຊື່ຂອງສາຍພັນຂອງໄວຣັສ ນັກວິທະຍາສາດຈຶ່ງຈຳເປັນຕ້ອງມີຊື່ເອີ້ນ ໄວຣັສ ຢ່າງເປັນທາງການ ເພື່ອບໍ່ໃຫ້ເກີດຄວາມສັບສົນ ແລະ ບໍ່ເຮັດໃຫ້ເສື່ອມເສຍຊື່ສຽງ ເຮົາຕ້ອງຫາຊື່ທີ່ບໍ່ອ້າງອີງເຖິງສະພາບພູມີສາດ, ສັດ, ບຸກຄົນ ຫຼື ກຸ່ມຄົນ ລວມທັງຕ້ອງສາມາດອອກສຽງໄດ້ ແລະ ກ່ຽວຂ້ອງກັບພະຍາດອີກດ້ວຍ. 

ການມີຊື່ເອີ້ນຢ່າງເປັນທາງການຂອງໄວຣັສ ສາຍພັນໃໝ່ນີ້ ເປັນສິ່ງສຳຄັນເພື່ອປ້ອງກັນການໃຊ້ຊື່ອື່ນໆ ທີ່ບໍ່ເຮັດໃຫ້ເສຍຊື່ສຽງຂອງປະເທດນັ້ນໆ ຍົກຕົວຢ່າງ: ມີບາງສື່ ທີ່ເອີ້ນພະຍາດນີ້ວ່າ ໄວຣັສ ອູ່ຮັ້ນ,  ໃນຂະນະທີ່ ຊາວເມືອງ ອູ່ຮັ້ນ ຮຽກຮ້ອງໃຫ້ທົ່ວໂລກ ບໍ່ໃຫ້ຮ້ອງໄວຣັສ ນີ້ວ່າ ໄວຣັສ ອູ່ຮັ້ນ ເພາະຊາວເມືອງຕ່າງໆກໍ່ຖືກຊາວຈີນດ້ວຍກັນ ແລະ ຊາວໂລກລັງກຽດຢູ່ແລ້ວ ຈຶ່ງເຮັດໃຫ້ຄົນອູ່ຮັ້ນ ກາຍເປັນຄົນທີຖືກເບິ່ງບໍ່ດີໃນສາຍຕາຄົນທົ່ວໄປ

ໂດຍສະເພາະຮຽກຮ້ອງໄປຍັງໂລກຕະເວັນຕົກ ພະຍາດບາງຊະນິດທີ່ເກີດຂຶ້ນຢູ່ບ່ອນອື່ນ ກໍ່ບໍ່ເຫັນເອົາຊື່ເມືອງ ຫຼື ຊື່ປະເທດມາໃສ່ ບາດເກີດຢູ່ຈີນລະເອົາຊື່ເມືອງຊື່ປະເທດມາໃສ່ ມັນເປັນການຫວັງຜົນດ້ານການໂຈມຕີທາງເມືອງຫຼາຍເກີນໄປ ສະນັ້ນຊາວເມືອງ ອູ່ຮັ້ນກໍຄືຊາວຈີນຮຽກຮ້ອງໃຫ້ທຸກຄົນເອີ້ນຊື່ອື່ນ. ນອກຈາກນີ້ ທ່ານຜູ້ອຳນວຍການ ອົງການອານາໄມໂລກ ຍັງກ່າວອີກວ່າ ວັກຊີນ ໂຕທຳອິດເພື່ອຮັບມືກັບເຊື້ອ ໂຄວິດ-19 ໜ້າຈະພ້ອມໃຊ້ງານພາຍໃນ 18 ເດືອນ, ດັ່ງນັ້ນເຮົາຄວນເຮັດທຸກຢ່າງໃນມື້ນີ້ ໂດຍໃຊ້ອາວຸດຕ່າງໆທີ່ເຮົາມີກ່ອນ.

ຂ່າວສານບ້ານເມືອງ

Post navigation

Previous Post: ສໍາເລັດກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກເມືອງ ທົ່ງມີໄຊຄັ້ງທີ IV
Next Post: Update Covid-19 ເວລາ 10:52 ວັນທີ 12 ກຸມພາ 2020 ເສຍຊີວິດ 1.115 ຄົນ, ຕິດເຊື້ອ 45.182, ປົວດີ 4.820

Related Posts

ຂ່າວດ່ວນ! ດິນເຈື່ອນອີກແລ້ວທີ່ທາງ 13 ເໜືອ ເຂດເມືອງກາສີ ຂ່າວສານບ້ານເມືອງ
ຂ່າວດ່ວນ! ສະຖິຕິໃໝ່ ລາວພົບຜູ້ຕິດເຊື້ອເພີ່ມ 952ຄົນ ຂ່າວສານບ້ານເມືອງ
ລົດໃຫຍ່ເສຍຫຼັກຕຳຮ້ານປີ້ງ ທີ່ເຂດຕະຫຼາດຊັ່ງຈ່ຽງ ເຈັບ 2 ຂ່າວສານບ້ານເມືອງ
ເຕືອນການສັນຈອນ ທາງຂາດ ແຄມຂອງ ບ້ານເກົ້າລ້ຽວ ຊອດໄປທາງເມືອງເກົ່າ ແຂວງຄຳມ່ວນ ຂ່າວສານບ້ານເມືອງ
ຄົນເຈັບກໍລະນີ14 ອອກໂຮງໝໍແລ້ວ ຍັງເຫລືອຄົນເຈັບປິ່ນປົວຢູ່ໂຮງໝໍ5ຄົນ ຂ່າວສານບ້ານເມືອງ
ປກສ ເມືອງທ່າແຂກ ກັກໂຕ 4 ສະຫາຍ ພ້ອມ ຂ ອ ງ ກ າ ງ 9.224 ເ ມັ ດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme