Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ມສ ລຽວໂຕ ລະດົມທຶນປະກອບສ່ວນປ້ອງກັນການລະບາດຂອງ ໄວຣັດໂຄໂຣນາ ສາຍພັນໃໝ່

Posted on 12/02/202012/02/2020 By All in LAOS No Comments on ມສ ລຽວໂຕ ລະດົມທຶນປະກອບສ່ວນປ້ອງກັນການລະບາດຂອງ ໄວຣັດໂຄໂຣນາ ສາຍພັນໃໝ່

ວັນທີ 10 ກຸມພາ 2020
ມສ ລຽວໂຕ ລະດົມທຶນປະກອບສ່ວນປ້ອງກັນການລະບາດຂອງພະຍາດ NCOV

ຄະນະບໍລິຫານ ຄູ-ອາຈານໂຮງຮຽນ ມສ ລຽວໂຕ ແລະ ກຸ່ມໂຮງ ຮຽນສອນ ແລະ ຮຽນພາສາຈີນ ຮ່ວມໃຈກັນລະດົມທຶນ ເພື່ອປະ ກອບສ່ວນປ້ອງກັນການລະບາດຂອງພະຍາດອັກເສບປອດຮຸນ ແຮງ ທີ່ເກີດຈາກເຊື້ອຈຸລະໂລກ (NCOV) ຢູ່ ສປ ຈີນ ພາຍຫຼັງໄດ້ມີການລະບາດຢູ່ເມືອງອູຫັ້ນ ແຂວງຫູເປີຍ ສປ ຈີນ ແຕ່ທ້າຍປີ 2019 ເປັນຕົ້ນມາ ແລະ ແຜ່ລາມໄປຫຼາຍແຂວງຂອງ ສປ ຈີນ ແລະ ຫຼາຍປະເທດໃນໂລກ ໃນປັດຈຸບັນ.

ການລະດົມທຶນຄັ້ງນີ້ ຈັດຂຶ້ນວັນທີ 8 ກຸມພາ 2020 ຢູ່ໂຮງຮຽນດັ່ງກ່າວ ໂດຍມີ ທ່ານ ສົມປະສົງ ຈັນທະວົງ ປະທານໂຮງຮຽນ ມສ ລຽວໂຕ ປະທານກຸ່ມໂຮງຮຽນສອນ ແລະ ຮຽນພາສາຈີນ ທ່ານ ໄຊປະ ເສີດ ຕັງຊະນະ ຮອງປະທານໂຮງຮຽນ ມສ ລຽວໂຕ ຮອງປະທານກຸ່ມໂຮງຮຽນສອນ ແລະ ຮຽນພາສາຈີນ ທ່ານ ບຸນສົງ ສະຫວັນວາລີ ຮອງປະທານໂຮງຮຽນ ມສ ລຽວໂຕ ເລຂາທິ ການກຸ່ມໂຮງຮຽນສອນ ແລະ ຮຽນພາສາຈີນ ພ້ອມດ້ວຍຄູ-ອາ ຈານ ເຂົ້າຮ່ວມ.

ຜ່ານການລະດົມທຶນ ສາມາດຮວບຮວມເງິນໄດ້ທັງໝົດ 100 ລ້ານກີບ ເຊິ່ງເງິນຈໍານວນນີ້ ຈະນໍາໄປມອບໃຫ້ລັດຖະບານ ສປປ ລາວ ນໍາໄປມອບຕໍ່ໃຫ້ລັດຖະບານ ສປ ຈີນ ນໍາໃຊ້ເຂົ້າໃນການປ້ອງກັນການລະບາດຂອງພະຍາດພະຍາດອັກເສບປອດຮຸນແຮງ ທີ່ເກີດຈາກເຊື້ອຈຸລະໂລກ (NCOV) ຢູ່ ສປ ຈີນ.
…

ໂດຍ: ວຽງຈັນໃໝ່

ຂ່າວສານບ້ານເມືອງ

Post navigation

Previous Post: ອຸຕຸແຈ້ງເຕືອນ! ກຽມຮັບມື ໄພແຫ້ງແລ້ງ ໃນອີກ 2 ເດືອນຕໍ່ໜ້າ
Next Post: ສໍາເລັດກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກເມືອງ ທົ່ງມີໄຊຄັ້ງທີ IV

Related Posts

ເຈົ້າແຂວງສະຫວັນນະເຂດ ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ຢູ່ເມືອງວິລະບູລີ ຂ່າວສານບ້ານເມືອງ
ແຈ້ງໂຈະການເກັບຄ່າຜ່ານທາງແບບໃໝ່ທີ່ແຂວງຈໍາປາສັກ ຂ່າວສານບ້ານເມືອງ
ຂ່າວດ່ວນ! ລົດພ່ວງ ຢຽບລົດຈັກ ມີຄົນເສຍຊີວິດຄາທີ່ 1 ຄົນ ທີ່ ນະຄອນ ປາກເຊ ຂ່າວສານບ້ານເມືອງ
ກອງປະຊູມໃຫຍ່ອົງຄະນະພັກເມືອງທ່າພະບາດ ຄັ້ງທີ VI ໄດ້ໄຂຂື້ນຢ່າງເປັນທາງການ ຂ່າວສານບ້ານເມືອງ
ເມືອງລະຄອນເພັງ ຈັດພິທີທຳລາຍເຄື່ອງອຸປະໂພກ ແລະ ບໍລິໂພກ ເຄື່ອງສຳອ່າງຕ້ອງຫ້າມ ຂ່າວສານບ້ານເມືອງ
ໄຟຟ້າລາວຊີ້ແຈງຊັດເຈນ ຂ່າວລືຈີນຍຶດເຂື່ອນລາວບໍ່ມີມູນຄວາມຈິງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme