Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອຸຕຸແຈ້ງເຕືອນ! ກຽມຮັບມື ໄພແຫ້ງແລ້ງ ໃນອີກ 2 ເດືອນຕໍ່ໜ້າ

Posted on 11/02/202011/02/2020 By All in LAOS No Comments on ອຸຕຸແຈ້ງເຕືອນ! ກຽມຮັບມື ໄພແຫ້ງແລ້ງ ໃນອີກ 2 ເດືອນຕໍ່ໜ້າ

ໃນໄລຍະ 2ເດືອນຕໍ່ໜ້າ ສະພາບຝົນຕົກຈະມີໜ້ອຍ ເຮັດໃຫ້ລະດັບນໍ້າສືບຕໍ່ແຫ້ງລົງຢ່າງຕໍ່ເນື່ອງ ຈະເກີດມີໄພແຫ້ງແລ້ງຢູ່ບາງທ້ອງຖິ່ນເຂດພາກເໜືອ ແລະ ພາກກາງ, ພ້ອມເຝົ້າລະວັງໃຫ້ດີ ໄລຍະດຽວກັນອາກາດຈະຮ້ອນເອົ້າຫຼາຍ ອາດເກີດມີພາຍຸລະດູຮ້ອນ ທີ່ມາໃນລັກສະນະຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ.

ແລະ ອຸທົກກະສາດ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຄາດຄະເນປະລິມານນໍ້າຝົນປະຈໍາເດືອນ ກຸມພາ-ມີນາ-ເມສາ ໄວ້ໃນບົດລາຍງານສະພາບອາກາດປະຈໍາເດືອນ ມັງກອນ 2020 ແລະ ຄາດຄະເນສະພາບອາກາດປະຈໍາເດືອນ ກຸມພາ-ມີນາ-ເມສາ 2020 ເລກທີ 0183/ກອຕທ ລົງວັນທີ 10 ກຸມພາ 2020 ໃຫ້ຮູ້ວ່າ:

ໃນໄລຍະ 2ເດືອນຕໍ່ໜ້າສະພາບຝົນຍັງຈະຕົກໜ້ອຍ, ເຊິ່ງຈະເຮັດໃຫ້ລະດັບນໍ້າ ແລະ ສາຂາສືບຕໍ່ແຫ້ງລົງຢ່າງຕໍ່ເນື່ອງ ພ້ອມດຽວກັນກໍ່ຈະເກີດມີສະພາບແຫ້ງແລ້ງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະພາກກາງ.ຂະນະດຽວກັນໃນບົດລາຍງານຍັງມີຄໍາເຕືອນເຝົ້າລະວັງ ໃນໄລຍະທ້າຍເດືອນມີນາ ຫາ ເມສາ ແມ່ນໄລຍະທີ່ມີອາກາດຮ້ອນເອົ້າຫຼາຍ, ເຊິ່ງມັກຈະເກີດມີພາຍຸລະດູຮ້ອນ ໃນລັກສະນະຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງຢູ່ຕາມບາງທ້ອງຖິ່ນ ໃນໄລຍະທ້າຍຕອນບ່າຍຫາ ຄໍ່າ ເຊິ່ງຈະເຮັດໃຫ້ມີຕົ້ນໄມ້ຫັກລົ້ມ, ເສົາໄຟຟ້າລົ້ມ ແລະ ເຮືອນເປ່ເພ.

ວັງຕົວຕໍ່ສະພາບອາກາດຮ້າຍແຮງດັ່ງກ່າວ ທີ່ອາດຈະເກີດຂຶ້ນໄດ້ໃນໄລຍະເດືອນມີນາ ຫາ ເມສາ; ພ້ອມນີ້ ກໍ່ຄວນມີການວາງແຜນນໍາໃຊ້ນໍ້າຢ່າງປະຢັດ ພ້ອມທັງໃຫ້ຕິດຕາມການລາຍງານສະພາບອາກາດ ແລະ ລະດັບນໍ້າ ຈາກກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈໍາ.

ຂ່າວສານບ້ານເມືອງ

Post navigation

Previous Post: ສກນ ຫຼວງພະບາງ ຄັດເລືອກນະຮຽນເກັ່ງ ປ.5, ມ.4 ແລະ ມ.7 ກຽມເຂົ້າຮ່ວມສອບເສັງຂັ້ນແຂວງ
Next Post: ມສ ລຽວໂຕ ລະດົມທຶນປະກອບສ່ວນປ້ອງກັນການລະບາດຂອງ ໄວຣັດໂຄໂຣນາ ສາຍພັນໃໝ່

Related Posts

ພົບຮ້ານອາຫານດອກຄາຍທອງ ລະເມີດແຈ້ງການ ຂ່າວສານບ້ານເມືອງ
ແຂວງຫຼວງນໍ້າທາຈູດທຳລາຍຢາເສບຕິດຜິດກົດໜາຍ ຂ່າວສານບ້ານເມືອງ
ຄິດຮອດຜົ້ງສາລີ ຊົມທິວທັດສະນິຍະພາບຕົວເມືອງຜົ້ງສາລີ ຂ່າວສານບ້ານເມືອງ
ຂົວຫັກແລ້ວ ຂົວຂ້າມນ້ຳເປັດນ້ອຍຫາບ້ານປາກເປັດເມືອງຊຽງຮ່ອນ ຂ່າວສານບ້ານເມືອງ
ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ ໂອ້ລົມພະນັກງານການນໍາພະນັກງານຫຼັກແຫຼ່ງຢູ່ແຂວງຈໍາປາສັກ ຂ່າວສານບ້ານເມືອງ
ແຈ້ງເຕືອນສະພາບຝົນຕົກໜັກ ຟ້າຮ້ອງ ຟ້າເຫລືອມ ແລະ ດິນເຈື່ອນ ໄລຍະວັນທີ 08-14 ສິງຫາ 2022 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme