Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະທານ ສນຊ ເນັ້ນໃຫ້ແຂວງຊຽງຂວາງ ສືບຕໍ່ກະກຽມກອງປະຊຸມໃຫຍ່ສາມຂັ້ນສຳເລັດຕາມຄາດໝາຍ

Posted on 11/02/202011/02/2020 By All in LAOS No Comments on ປະທານ ສນຊ ເນັ້ນໃຫ້ແຂວງຊຽງຂວາງ ສືບຕໍ່ກະກຽມກອງປະຊຸມໃຫຍ່ສາມຂັ້ນສຳເລັດຕາມຄາດໝາຍ

ຂປລ. ປະທານ ສນຊ ໄດ້ມີຄຳເຫັນຊີ້ນໍາຕໍ່ຄະນະພັກ, ຄະນະນໍາແຂວງຊຽງຂວາງ ໃຫ້ສືບຕໍ່ເອົາໃຈໃສ່ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ສາມຂັ້ນ, ໂດຍສະເພາະບັນດາພາກສ່ວນທີ່ບໍ່ທັນເປີດ ໃຫ້ມີຜົນ ສຳເລັດຕາມລະດັບຄາດໝາຍ ແລະ ຮັບປະກັນໃຫ້ມີຄວາມສະຫງົບ. ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການດຳເນີນກອງປະຊຸມໃຫຍ່.


ປະທານ ສນຊ ໄດ້ມີທິດຊີ້ນຳໃນໂອກາດພົບປະໂອ້ລົມຄະນະພັກ, ຄະນະນຳແຂວງ ຕະຫລອດບັນດາຄະນະພັກ, ຄະນະນໍາແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ພະແນກການຕ່າງໆພາຍໃນແຂວງຊຽງຂວາງ ໃນວັນທີ10ກຸມພາ 2020 ໃຫ້ສືບຕໍ່ເອົາໃຈໃສ່ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ສາມຂັ້ນ ໃຫ້ສຳເລັດຕາມຄາດໝາຍ ທີ່ວາງໄວ້.

ພ້ອມທັງເນັ້ນໜັກໃຫ້ເຫັນວ່າການດຳເນີນກອງປະຊຸມໃຫຍ່ມີຄວາມໝາຍຄວາມສຳຄັນທາງດ້ານຍຸດທະສາດໃນການກໍ່ສ້າງພັກ ແລະ ການປັບປຸງພັກ ເນື້ອແທ້ກໍ່ແມ່ນການປັບປຸງພັກທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ ເພື່ອຍົກສູງຄວາມສາມາດນຳພາ ແລະ ລັກສະນະນໍາໜ້າຂອງພັກ ສູ່ຄຸນນະພາບໃໝ່.

ງໃຫ້ເປັນຍຸດທະສາດກວ້າງໄກ, ມີລັກສະນະສືບຕໍ່-ຕໍ່ເນື່ອງຜົນງານຜ່ານມາ ເປັນຕົ້ນ ແມ່ນເຮັດແນວໃດຈະສູ້ຊົນໃຫ້ສາມາດກຸ້ມຕົນເອງດ້ານລາຍຮັບ-ລາຍຈ່າຍໃຫ້ຫລາຍຂຶ້ນຕື່ມ ຮອດປີ2025 ເພື່ອຊ່ວຍສູນກາງ ຊຶ່ງກໍ່ເຫັນວ່າມັນເປັນບັ້ງເລກທີ່ຍາກ ແຕ່ໃຫ້ຊ່ວຍກັນຄິດ ແລະ ສືບຕໍ່ບືນຕົວ.


ຕາມການລາຍງານຂອງທ່ານ ບົວສອນ ສີນວນທອງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງຊຽງຂວາງຕໍ່ກອງປະຊຸມພົບປະຄັ້ງນີ້, ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ສາມຂັ້ນຢູ່ແຂວງຊຽງຂວາງ ໃນຂັ້ນຮາກຖານແມ່ນໄດ້ສຳເລັດທັງໝົດແລ້ວ, ສ່ວນຂັ້ນເມືອງກໍ່ໄດ້ສຳເລັດແລ້ວ 5ເມືອງ, ຊຶ່ງບັນລຸຕາມຄາດໝາຍເປັນຢ່າງດີ ແລະຍັງເຫລືອ 2 ເມືອງ ຄືເມືອງໜອງແຮດ ແລະເມືອງໝອກ ທີ່ພວມຂຸ້ນຂ້ຽວກະກຽມ, ຄາດໝາຍວ່າຈະສຳເລັດຕາມກຳນົດເວລາ. ສ່ວນການພັດທະນາເສດຖະກິດ-ສັງຄົມ ໃນປີຜ່ານມາ ກໍ່ໄດ້ມີຜົນສຳເລັດຫລາຍດ້ານ, ແຕ່ກໍ່ຍັງມີບາງດ້ານບໍ່ທັນບັນລຸຕາມຄາດໝາຍ ເປັນຕົ້ນແມ່ນ ການແກ້ໄຂຄວາມທຸກຍາກ, ດ້ານລາຍຮັບ-ລາຍຈ່າຍ ແລະອື່ນ.

ຂ່າວສານບ້ານເມືອງ

Post navigation

Previous Post: ປະທານປະເທດ ສີ ຈິນຜິງ ບອກວ່າ ຈີນແມ່ນສາມາດ ຄຸມສະຖານະການ ແລະ ຈະເອົາຊະນະ ໄວຣັດໂຄໂຣນາສາຍພັນໃໝ່ ໄດ້
Next Post: ທ່ານ ເອກອັກຄະລັດຖະທູດ ສະຫະລັດອາເມລິກາຜູ້ໃຫມ່ ຍື່ນສານຕາຕັ້ງຕໍ່ທ່ານປະທານປະເທດແຫ່ງ ສປປ ລາວ

Related Posts

ເຈົ້າເມືອງຊີ້ນຳໃຫ້ ກອງຮ້ອຍ 3 ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ໃຫ້ວ່ອງໄວ-ທັນສະພາບການ ຂ່າວສານບ້ານເມືອງ
ຂ່າວໂຄວິດຕິດເຊື້ອເພີ່ມມື້ນີ້ 2665ຄົນ ຂ່າວສານບ້ານເມືອງ
ກໍ່ເຫດ! ລັກລົດຈັກ ເຈົ້າໜ້າທີ່ໃຊ້ເວລາ 5 ວັນ ຕິດຕາມນໍາກັກຄົນຮ້າຍພ້ອມຂອງກາງ (ລົດຈັກ) ຂ່າວສານບ້ານເມືອງ
ຂ່າວດ່ວນ! ໂຣນັນໂດກວດພົບວ່າຕິດໂຄວິດ-19 ຂ່າວສານບ້ານເມືອງ
ນໍ້ານອງຖ້ວມ ເຂດບ້ານໂນນສະຫວັນ (ມີຄລິບ) ຂ່າວສານບ້ານເມືອງ
ປກສ ແຂວງວຽງຈັນ ຈັບຕົວຜູ້ຖືກຫາ ລັ ກ ຊັບພົນລະເມືອງ ພ້ອມ ຂ ອ ງ ກ າ ງ ລົດຮຸນໄດ 1 ຄັນ. ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme