Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ບໍລິສັດ IHC ມອບຢາ ແລະ ອຸປະກອນການແພດ ໃຫ້ແກ່ ສປປ ລາວ ກຽມພ້ອມໂຕ້ຕອບການລະບາດໂຄໂຣນາໄວຣັສ ມູນຄ່າ 1,8 ຕື້ກີບ

Posted on 10/02/202010/02/2020 By News No Comments on ບໍລິສັດ IHC ມອບຢາ ແລະ ອຸປະກອນການແພດ ໃຫ້ແກ່ ສປປ ລາວ ກຽມພ້ອມໂຕ້ຕອບການລະບາດໂຄໂຣນາໄວຣັສ ມູນຄ່າ 1,8 ຕື້ກີບ

ໃນຕອນເຊົ້າ ຂອງວັນທີ 10 ກຸມພາ 2020 ບໍລິສັດທີ່ປຶກສາ ດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ (IHC ) ໄດ້ນຳເອົາຢາ ແລະ ອຸປະກອບການແພດ ສຳລັບການປ້ອງກັນ ແລະ ກວດເຊື້ອພະຍາດ ອັກເສບປອດສາຍພັນໃໝ່ ໂຄໂລນາ (Corona Virus) ມາມອບລັດຖະບານ ແຫ່ງ ສປປ ລາວ, ຊຶ່ງພິທີມອບ-ຮັບ ໄດ້ຈັດຂຶ້ນທີ່ກະຊວງການເງິນ,

ໂດຍການກ່າວມອບ ຂອງທ່ານ ປີຊາໄຊ ແກ້ວໄຊຍະຈັກ, ປະທານບໍລິສັດທີ່ປຶກສາ ດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ ແລະ ໃຫ້ກຽດກ່າວຮັບ ແມ່ນທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (Novel Corona Virus: NCoV); ມີທ່ານ ຮສ.ດຣ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍ ພະນັກງານທີ່ກ່ຽວຂ້ອງ ຂອງສອງຝ່າຍເຂົ້າຮ່ວມ.

ບໍລິສັດ IHC ມອບຢາ ແລະ ອຸປະກອນການແພດ ໃຫ້ແກ່ ສປປ ລາວ ກຽມພ້ອມໂຕ້ຕອບການລະບາດໂຄໂຣນາໄວຣັສ ມູນຄ່າ 1,8 ຕື້ກີບ

ເຄື່ອງທີ່ນຳມາມອບ ເພື່ອຊ່ວຍເຫຼືອ ໃນຄັ້ງນີ້ ປະກອບມີ: ເຄື່ອງກວດພະຍາດ ຈຳນວນ 2 ເຄື່ອງ, ນໍ້າຢາກວດເຊື້ອພະຍາດ ຈຳນວນ 2.500 ຫຼອດ, ຊຸດເຄື່ອງນຸ່ງປ້ອງກັນ ຈຳນວນ 1.200 ຊຸດ, ຖົງມື ຈຳນວນ 100.000 ຄູ່, ລວມເປັນມູນຄ່າທັງໝົດ ປະມານ 100.000 ໂດລາສະຫະລັດ.

ໃນໂອກາດນີ້, ທ່ານ ສົມດີ ດວງດີ ໄດ້ຕາງໜ້າໃຫ້ລັດຖະບານ ກ່າວຂອບໃຈ ແລະ ຊົມເຊີຍ ຕໍ່ບໍລິສັດ ທີ່ປຶກສາ ດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ ທີ່ໄດ້ນຳເອົາຢາ ແລະ ອຸປະກອນການແພດ ມາມອບຊ່ວຍເຫຼືອໃນຄັ້ງນີ້, ຊຶ່ງການປະກອບສ່ວນຊ່ວຍເຫຼືອດັ່ງກ່າວ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງສະພາບການໃນປະຈຸບັນເປັນຢ່າງຍິ່ງ ໂດຍສະເພາະ ການປະກອບສ່ວນປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (Novel Corona Virus: NCoV) ຢູ່ ສປປ ລາວ, ພ້ອມກັນນັ້ນ ກໍ່ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ຂອງກະຊວງສາທາລະນະສຸກ ນຳເອົາເຄື່ອງຊ່ວຍເຫຼືອດັ່ງກ່າວ ໄປຄຸ້ມຄອງ ແລະ ນຳໃຊ້ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ສນຍ

ຂ່າວສານບ້ານເມືອງ

Post navigation

Previous Post: ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກຳປູເຈຍ
Next Post: ຮ້ານຂາຍຢາ ໂຊກດີໃໝ່ໂອສົດ ບໍລິຈາກ ຜາອັກປາກ-ດັງ ແກ່ ກູ້ໄພ 1625 ຫຼວງພະບາງ ມູນຄ່າ 5 ລ້ານກວ່າກີບ

Related Posts

59 ມື້ແລ້ວ! ທີ່ ລາວເຮົາບໍ່ພົບຜູ້ຕິດເຊື້ອໂຄວິດ-19 ຂ່າວສານບ້ານເມືອງ
ຊົມເຊີຍຕໍາຫລວດຈະລາຈອນ ທີ່ເຂັ້ມງວດກວດກາ ການສັນຈອນຢູ່ຖະໜົນ 450 ປີ ຂ່າວສານບ້ານເມືອງ
ແຂວງຊຽງຂວາງ ປະກາດການນຳພັກການ – ເຂົ້າຮັບອຸດໜູນບຳນານ ຂ່າວສານບ້ານເມືອງ
ສະພາບອາກາດເຢັນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 345ຄົນ ຂ່າວສານບ້ານເມືອງ
Launching of Saola Foundation ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme