Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກຳປູເຈຍ

Posted on 10/02/202010/02/2020 By News No Comments on ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກຳປູເຈຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ, ພະມະຫາກະສັດແຫ່ງ ຣາຊະອານາຈັກ ກຳປູເຈຍ, ທ່ານບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກຳປູເຈຍ, ໃນລະຫວ່າງວັນທີ 9-10 ກຸມພາ 2020.

ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກຳປູເຈຍ

ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ, ນຳໂດຍ ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງນະຄອນຫຼວງພະນົມເປັນ, ໃນວັນທີ 9 ກຸມພາ 2020 ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ ໂດຍ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ທີ່ພະລາດຊະວັງ. ຫຼັງສຳເລັດພິທີຕ້ອນຮັບຢ່າງເປັນທາງການ ກໍໄດ້ມີການພົບປະລະຫວ່າງສອງປະມຸກລັດ ລາວ-ກຳປູເຈຍ.

ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກຳປູເຈຍ

ໃນໂອກາດພົບປະຄັ້ງນີ້, ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນດ້ວຍນ້ຳໃຈໄມຕີຈິດມິດຕະພາບອັນປະທັບໃຈ ແລະ ສະແດງຄວາມຂອບໃຈຕໍ່ ພະບາດ ສົມເດັດພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ທີ່ໄດ້ໃຫ້ການເຊື້ອເຊີນມາຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກໍາປູເຈຍ ເປັນຄັ້ງທີ 2 ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນລະຫວ່າງ ສອງປະເທດ ລາວ-ກຳປູເຈຍ ໃນຖານະເປັນເພື່ອນມິດສະໜິດສະໜົມ ເປັນບ້ານໃກ້ເຮືອນຄຽງ ບ້ານພີ່ເມືອງນ້ອງ ບ້ານແກ່ວເມືອງດອງ ແລະ ມີຮີດຄອງປະເພນີຄ້າຍຄືກັນ ທີ່ມີມູນເຊື້ອແຫ່ງການພົວພັນອັນດີງາມມາແຕ່ບູຮານນະການ.

ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກຳປູເຈຍ

ປະທານປະເທດ ບຸນຍັງ ວໍລະຈິດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ສົມເດັດ ພະມານດາ ຂອງ ພະມະຫາກະສັດ ແຫ່ງຣາຊະອານາຈັກ ກໍາປູເຈຍ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນອັນດີຖານອ້າຍນ້ອງທີ່ມີມູນເຊື້ອ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດລາວ ແລະ ກຳປູເຈຍ ແລະ ມີຄວາມເຂົ້າອົກເຂົ້າໃຈກັນສູງຕໍ່ການພົວພັນສອງຝ່າຍບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ; ສອງຝ່າຍ ຍັງໄດ້ເນັ້ນຢໍ້າຄວາມສຳຄັນໃນການຍົກລະດັບສາຍພົວພັນ ລະຫວ່າງສອງປະເທດ ລາວ-ກຳປູເຈຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019 ຜ່ານມາ ແລະ ເຫັນດີມອບໃຫ້ພາກສ່ວນກ່ຽວຂ້ອງຂອງສອງປະເທດຮ່ວມມື ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດຂື້ນອີກໃນຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການແຜ່ລະບາດຂອງພະຍາດຕິດຕໍ່ ແລະ ອື່ນໆ.

ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກຳປູເຈຍ

ສຳລັບວຽກງານຊາຍແດນ ສອງຝ່າຍໄດ້ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງສອງປະເທດຮ່ວມກັນປືກສາຫາລື ກັນ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດຕາມການຕົກລົງ ຂອງສອງນາຍົກລັດຖະມົນຕີ ລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ໃນໄລຍະຜ່ານມາ. ສອງຝ່າຍ ຍັງໄດ້ເຫັນດີສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືທີ່ແໜ້ນແຟ້ນ ແລະ ສືບຕໍ່ຮັກສາມູນເຊື້ອສາຍສຳພັນລະດັບສູງສຸດ ແລະ ສ້າງສັນ ລະຫວ່າງ ສອງປະເທດ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ, ການພົບປະຄັ້ງນີ້ໄດ້ເປັນພື້ນຖານອັນໜັກແໜ້ນ ຕໍ່ການເພີ່ມທະວີສາຍພົວພັນຮອບດ້ານ ລະຫວ່າງ ສອງປະເທດ ກໍຄືປະຊາຊົນສອງຊາດ.

ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກຳປູເຈຍ

ໃນຕອນທ້າຍ, ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ຍັງໄດ້ເຊື້ອເຊີນ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ສະເດັດຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມເພື່ອເປັນການປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນ ລະຫວ່າງ ສອງປະເທດໃນໄລຍະໃໝ່ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ. ຈາກນັ້ນ, ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປ ລາວ, ຍັງໄດ້ນໍາພາຄະນະເຂົ້າວາງພວງມາລາທີ່ ອານຸສາວະລີນັກຮົບນິລະນາມ ແລະ ອານຸສາອະລີ ພະບາດສົມເດັດ ໂນໂຣດົມ ສີຫານຸ.

ຂ່າວສານບ້ານເມືອງ

Post navigation

Previous Post: 90 ປີ 70 ພັນສາ ພຣະສັງຄະລາດແຫ່ງ ສປປ ລາວ
Next Post: ບໍລິສັດ IHC ມອບຢາ ແລະ ອຸປະກອນການແພດ ໃຫ້ແກ່ ສປປ ລາວ ກຽມພ້ອມໂຕ້ຕອບການລະບາດໂຄໂຣນາໄວຣັສ ມູນຄ່າ 1,8 ຕື້ກີບ

Related Posts

ປກສ ເມືອງໄຊທານີ ກັກໂຕທ້າວ ຄວາຍ ກໍ່ເຫດ ລັ ກ ງົວປະຊາຊົນ ຂ່າວສານບ້ານເມືອງ
ຂ່າວດ່ວນ! ລົດປີ້ນ ເສຍຊີວິດ ຫົວຂາດ 1 , ສາຫັດ 1 ທີ່ເມືອງທ່າພະບາດ ຂ່າວສານບ້ານເມືອງ
ຂ່າວດີປີໃໝ່ລາວ! ປັບລາຄາລົງນ້ຳມັນເຊື້ອໄຟທຸກຊະນິດ ເລີ່ມ 9 ເມສາ 2022 ຂ່າວສານບ້ານເມືອງ
ສໍາເລັດຫຼາຍກວ່າ 89 ເປີເຊັນແລ້ວ ການກໍ່ສ້າງທາງລົດໄຟ ລາວ-ຈີນ ຂ່າວສານບ້ານເມືອງ
ເມືອງສອງຄອນ ຍັງປະສົບບັນຫາໜັກ ຈາກສະພາບນໍ້າຖ້ວມ ປະຈຸບັນ ນໍ້າຍັງສືບຕໍ່ເພີ່ມຂຶ້ນ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ 3 ສະຫາຍ ເສຍຊີວິດ ໃນໜ້າທີ່ ຢູ່ເມືອງວຽງຄໍາ ໄດ້ຮັບຫຼຽນໄຊພິລະອາດຫານຊັ້ນ I ຢ່າງສົມກຽດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme