ວັນທີ 10 ກຸມພາ 2020 ເປັນວັນຄ້າຍວັນເກີດຂອງ ພຣະເດດພຣະຄຸນ ພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ (ມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ) ຣັດຕະນະມະຫາສັງຄະປາໂມກ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໃນວະຣະໂອກາດ 90 ປີ 70 ພັນສາ (10 ກຸມພາ 1930-10 ກຸມພາ 2020).

ໃນວາຣະດິຖີສິຣິມຸງຄຸນສະໄໝ ທີ່ ພຣະເດດພຣະຄຸນ ພຣະຍອດແກ້ວມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ ຈະເຣີນສິຣິມຸງຄຸນອາຍຸຄົບ 90 ປີນີ້ ພວກຂ້ານ້ອຍທັງຫຼາຍ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ກໍຄື ພຣະສົງທັງປວງ ພ້ອມດ້ວຍພຸດທະສາສະນິກະຊົນລາວ ທັງພາຍໃນ ແລະ ຕ່າງປະເທດ ຂໍນ້ອມຖວາຍ ພຣະພອນມະຫາໄຊຍະມຸງຄຸນອັນປະເສີດ ແດ່ ພຣະເດດພຣະຄຸນພຣະຍອດແກ້ວ ຈົ່ງດຳຣົງສິຣິຊົນມາຍຸຢູ່ ຕະຫຼອດຮ້ອຍພຣະວັດສາ ປາສະຈາກພະຍາທິໂຣຄາພາດ ປາສະຈາກສັບພະທຸກທັງປວງ ປາສະຈາກສັບພະອັນຕະຣາຍທັງຫຼາຍ ຈະເຣີນຂຶ້ນດ້ວຍສຸຂະສະຫວັດ ພິພັດທະຣະມຸງຄຸນ ວິບູນມະຫາຜົນ ດຳຣົງສິຣິຊົນມາຍຸຢູ່ເປັນຮົ່ມໂພຮົ່ມໄຊ ຂອງມວນພຸດທະສາສະນິກະຊົນ ສັງຄະມົນທົນ ສາທຸຊົນພຸດທະບໍຣິສັດ ເປັນປະມຸກແຫ່ງພຣະສາສະໜາ ໃນ ສປປ ລາວ ຕະຫຼອດກາລະນານເທີ້ນ
ສາທຸ ສາທຸ ສາທຸ🙏🙏🙏
Cr: ໜ້າຂ່າວຊາວພຸດ໑
