Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຈັບຕົວໄດ້ແລ້ວ ຜູ່ກໍ່ເຫດຄາດຕະກໍາ ທີ່ເຂດ ມຕ ໂພນຈະເລີນ ເມືອງປາກກະດິງ

Posted on 09/02/202010/02/2020 By All in LAOS No Comments on ຈັບຕົວໄດ້ແລ້ວ ຜູ່ກໍ່ເຫດຄາດຕະກໍາ ທີ່ເຂດ ມຕ ໂພນຈະເລີນ ເມືອງປາກກະດິງ

ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ສາມາດ ຕາມຈັບຕົວຜູ່ກໍ່ເຫດ ຄາດຕະກໍາ ໄດ້ແລ້ວ ໃນຕອນຄໍ່າ ມື້ດຽວກັນ 9/2/2020, ກໍລະນີເຫດ ຄາດຕະກໍາ ທີ່ເຂດບ້ານໂພນຈະເລີນ ແຖວໂຮງຮຽນ ມໍ ຕົ້ນໂພນຈະເລີນ, ບ້ານໂພນຈະເລີນ ຄຸ້ມໂພນສິ, ເມືອງປາກກະດິງ, ແຂວງບໍລິຄຳໄຊ.

ສົບຜູ່ເສຍຊີວິດ

ຂໍ້ມູນເພີ່ມເຕີມ ຈາກ ໜ່ວຍກູ້ໄພເຈົ້າໂຕ່ງປາກກະດີງ ໃຫ້ຮູ້ວ່າ: ຈຸດທີ່ເກີດເຫດຄາດຕະກໍາ ແມ່ນ ບ້ານໂພນຈະເລີນ, ເມືອງປາກກະດິງ, ແຂວງບໍລິຄຳໄຊ ຜູ່ເສຍຊີວິດ ເປັນເພດຊາຍອາຍຸປະມານ 25 ປີ ຊື່ ທ້າວພັດ ຫຼວງລາດ, ຄົນທີ່ໄປນຳແມ່ນໃສເສື້ອຢຶດສີຂາວໂສ້ງຢີ່ນສີຟ້າແກ່. ພົບເຫັນສົບຜູ່ເສຍຊີວິດ ໃນໂຮງຮຽນມັດທະຍົມໂພນສີແຖວເສັ້ນທາງຂ້າງເດີ່ນບານ.

ຜູ່ເສຍຊີວິດ

ອິງຕາມເຫດການທີ່ເລົ່າຈາກໝູ່ຂອງຜູ້ຕາຍແມ່ນວ່າ: ພວກກ່ຽວແມ່ນຢູ່ນຳກັນ 3 ຄົນຜູ້ຕາຍແລະໝູ່ຄູ່ ເຊິ່ງໄດ້ຂີ່ລົດມາຈາກວຽງຈັນ ເພື່ອມາຢາມບ້ານ. ໂດຍຜູ້ຕາຍໄດ້ໃຊ້ລົດຈັກ R15 ສີຟ້າ, ພໍມາຮອດບ້ານໂພນສີ ກໍ່ໄດ້ຊວນກັນມາຖ່າຍຮູບແຖວໂຮງຮຽນໃກ້ກັບຈຸດເກີດເຫດ.

ຫຼັງຈາກນັ້ນກໍ່ໄດ້ພາກັນມາຕະຫຼາດເພື່ອຊື້ເຄື່ອງກິນ ແລະ ເບຍກັບໄປກິນຢູ່ເຮືອນໝູ່. ພໍກັບມາກໍ່ພາກັນກິນດື່ມຈົນເບຍໝົດຈື່ງໃຫ້ໝູ່ສອງຄົນອອກໄປຊື້. ແຕ່ພໍກັບມາໃກ້ຈະຮອດບ້ານ, ກໍ່ເຫັນຜູ້ຕາຍໄດ້ຂີ່ລົດອອກໄປກັບຜູ້ຊາຍເຊິ່ງເປັນພີ່ນ້ອງຂອງຄົນທີ່ອອກໄປຊື້ເບຍ, ເຊິ່ງທັງສອງແມ່ນບໍ່ຮູ້ຈັກກັນມາກ່ອນເລີຍ.

ຜູ່ທີ່ລົງມືກໍ່ເຫດ

ພໍເຫັນວ່າຜູ້ຕາຍອອກໄປ, ໝູ່ເລີຍໂທຫາແຕ່ບໍ່ຮັບ, ດົນເຕີບເລີຍອອກໄປຊອກແຕ່ກໍ່ບໍ່ເຫັນເລີຍກັບມາບ້ານເພື່ອລໍຖ້າ. ໄດ້ 10 ນາທີແລ້ວອອກໄປຊອກອີກພໍຂີ່ຊອກມາຮອດຈຸດເກີດເຫດກໍ່ມີຄົນ ແລະ ເຈົ້າໜ້າທີ່ຢູ່ແລ້ວເລີຍໄດ້ຖາມເຖິງລັກສະນະຮູບປະພັນຈື່ງໃດ້ຮູ້ວ່າເປັນໝູ່ຂອງຕົນ. ແຕ່ພີ່ນ້ອງທີ່ຂີ່ລົດມານຳກັນແມ່ນບໍ່ເຫັນພ້ອມກັບລົດເລີຍ.

ເຈົ້າໜ້າທີ່ ກວດສອບ ບ່ອນ ພົບສົບຜູ່ເສຍຊີວິດ

ໂທລະສັບ ທີ່ຕົກໃນບ່ອນເກີດເຫດ
ເຈົ້າໜ້າທີ່ຈັບຕົວຜູ່ກໍ່ເຫດ

ຊົມເຊີຍເຈົ້າໜ້າທີ່

ລົດຂອງຜູ່ຕາຍ ທີ່ເສຍໄປ
ລົດຂອງຜູ່ຕາຍ ທີ່ເສຍໄປ
ຜູ່ເສຍຊີວິດ

ລາຍງານໂດຍ: ຄໍາແສງ ກົງພູທອງ

ຂ່າວສານບ້ານເມືອງ

Post navigation

Previous Post: ສະຫຼົດ! ເກີດເຫດຄາດຕະກໍາ ທີ່ເຂດ ມຕ ໂພນຈະເລີນ ເມືອງປາກກະດິງ
Next Post: ມາດຕະການປັບໃໝ ຜູ່ຂຶ້ນລາຄາ ຜ້າອັດປາກ-ດັງ ແລະ ອຸປະກອນການແພດ ສູງເຖິງ 50 ລ້ານກີບ ພ້ອມຕິດຄຸກ 4 ປີ

Related Posts

ເຈົ້າແຂວງຈຳປາສັກພ້ອມຄະນະ ຢ້ຽມຢາມອວຍພອນນາຍ ແລະພົນທະຫານ ຢູ່ແນວໜ້າ ຂ່າວສານບ້ານເມືອງ
ໄຂງານບຸຸນສະເຫຼີມສະຫຼອງບັນຈຸອັດຖິ ອະດີດ ຍາທ່ານໃຫຍ່ ຄຳປານ ແສນອຳພາ ແລະ ງານບຸນປະຕິບັດທັມກັມມະຖານປະຈຳປີ 2020 ຂ່າວສານບ້ານເມືອງ
ໄຟຟ້ານະຄອນຫຼວງແຈ້ງການ! ມອດໄຟ ໃນວັນທີ 18-23 ມິຖຸນາ 2021 ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 241ຄົນ ຂ່າວສານບ້ານເມືອງ
ສະຫາຍ ອາລຸນໄຊ ສູນນະລາດ ໄດ້ເປັນເລຂາຄະນະບໍລິຫານງານ ສູນກາງ ຊປປລ ຂ່າວສານບ້ານເມືອງ
ຕົວະຂາຍລົດໃຫຍ່ ມີຜູ້ຫຼົງ ເຊື່ອໂອນເງິນມັດຈຳໃຫ້ ຈຳນວນຫຼາຍ ຖືກແຈ້ງຈັບ ດຳເນີນຄະດີ  ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme