Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊາວພຸດຮ່ວມກັນທຳບຸນຕັກບາດໃນງານບຸນນະມັດສະການຜາສາດຫີນວັດພູປະຈໍາປີ 2020

Posted on 09/02/202009/02/2020 By All in LAOS No Comments on ຊາວພຸດຮ່ວມກັນທຳບຸນຕັກບາດໃນງານບຸນນະມັດສະການຜາສາດຫີນວັດພູປະຈໍາປີ 2020

ໃນຕອນເຊົ້າວັນທີ 8 ກຸມພາ 2020 ກົງກັບວັນເສົາ (ວັນບຸນມາຄະບູຊາ) ເພັງ 15 ຄໍ່າເດືອນສາມ ພສ 2563 ຊາວພຸດຈາກທຸກສາລະທິດໄດ້ຮ່ວມກັນທໍາບຸນຕັກບາດທີ່ສະຖານບູຮານວັດພູຈໍາປາສັກ.

ໃນພິທີ ພຣະອາຈານ ມະຫາ ສຸວັນ ຈັນທະຣາຊ ປະທານອົງການພຸດທະສາສະໜາສໍາພັນລາວ ແຂວງຈໍາປາສັກ ໄດ້ນໍາພາຄະນະສົງຈໍານວນ 500 ອົງ ແລະອອກຕົນຍາດໂຍມທັງຫຼາຍໄຫວ້ພຣະຣັດຕະນະໄຕ,ຮັບສິນ,ຮັບພອນ,ຮັບການຖວາຍທານ ທີ່ເປັນປັດໄຈຕ່າງໆ ຈາກນີ້ກໍໄດ້ຍ່າງບິນທະບາດ ຈາກບໍລິເວນໂຮງຊາວລົງຮອດແຄມໜອງສະ ໂດຍມີອອກຕົນຍາດໂຍມຮ່ວມໃສ່ບາດຢ່າງຫຼວງຫຼາຍ.

ປອ ບຸນຖອງດີວິໄຊ ເຈົ້າແຂວງຈໍາປາສັກພ້ອມດ້ວຍພັນລະຍາ,ທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງຈໍາປາສັກພ້ອມພັນລະຍາ,ບັນດາການນໍາແຂວງ,ເມືອງ,ພະແນກການກົມກອງອ້ອມຂ້າງ ແລະຊາວພຸດລາວ,ນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.


ການທໍາບຸນຕັກບາດທີ່ສະຖານບູຮານວັດພູຈໍາປາສັກ ເປັນການສືບທອດຮີດຄອງປະເພນີວັດທະນະທໍາອັນດີງາມຂອງຊາດ ທີ່ຊາວເມືອງກໍຄືແຂວງຈໍາປາສັກສືບທອດມາແຕ່ບູຮານນະການ ໃຫ້ຄຽງຄູຢູ່ກັບຄົນລາວຕະຫຼອດໄປ ຈາກນີ້ກໍເປັນການອຸທິດສ່ວນກຸສົນ ແລະສີລິມົງຄົນໃຫ້ແກ່ຕົນເອງ ແລະຄອບຄົວໃຫ້ຢູ່ດີມີສຸກ ທັງເປັນການເຜີຍແຜ່ວັດທະນະທໍາ ແລະດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມວັດພູມໍລະດົກໂລກແຫ່ງທີ 2 ຂອງລາວໃຫ້ນັບມື້ຫຼາຍຂຶ້ນ ອີກດ້ວຍ.ຜູ້ເຂົ້າຮ່ວມທໍາບຸນຕັກບາດ ແລະທ່ຽວຊົມໃນງານບຸນ ຍັງໃຫ້ສໍາພາດເປັນສຽງດຽວກັນວ່າ: ມີຄວາມຮູ້ສຶກພູມໃຈທີ່ໄດ້ມາທໍາບຸນຕັກບາດໃນຄັ້ງນີ້ເພາະຖືເປັນໂອກາດດີທີ່ໄດ້ທໍາບຸນ ແລະທ່ອງທ່ຽວ ໄປພ້ອມໆກັນ.

ລາຍງານໂດຍ: ເກດສະໜາ ແກ້ວສຸວັນນະແສງ

ເລື່ອງເດັ່ນ

Post navigation

Previous Post: ທ່ານ ປະທານປະເທດ ຢ້ຽມຢາມລັດຖະກິດ ຣາຊະອານາຈັກ ກຳປູເຈຍ
Next Post: Update ໄວຣັສໂຄໂຣນາ ເວລາ 15:00 ວັນທີ່ 9/2/2020 ຕິດເຊື້ອ 37253, ຫາຍດີ 2735, ຕາຍ 813

Related Posts

ນໍ້າຖ້ວມຂັງເຂດບ້ານວຽງຄໍາ ເມືອງຫີນເຫີບ ຂ່າວສານບ້ານເມືອງ
ຈຸດຈົບຂອງການເຮັດຜິດກົດໝາຍ ທັງຜົວທັງເມຍ ເລື່ອງເດັ່ນ
ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຍື່ນສານແຕ່ງຕັ້ງຕໍ່ ອະທິການບໍດີ ບໍລິຫານ ອົງການ UNIDO ຂ່າວສານບ້ານເມືອງ
ສາງເຄືອງໄຟໄໝ້ເສຍຫາຍໜັກ ທີ່ປາກທ້າງ (ມີຄລິບ) ຂ່າວສານບ້ານເມືອງ
ລົດພ່ວງ 22 ລໍ້ປີ້ນລົງຂ້າງທາງ ເຂດເມືອງນານ ເສຍຊີວິດ 1 ຄົນ ຂ່າວສານບ້ານເມືອງ
ປິດຊົ່ວຄາວປໍ້າຂາຍນໍ້າມັນເປັນເງິນຕາຕ່າງປະເທດ ແລະ ຂາຍເກີນລາຄາກໍານົດທີ່ບໍ່ແກ້ວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme