Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງສັງທອງ ມີທ່າແຮງທາງທໍາມະຊາດ ທີ່ ປະຊາຊົນສາມາດໝຸນໃຊ້ ໃນການ ພັກດັນ ເສດຖະກິດຂອງ ປະຊາຊົນ

Posted on 08/02/202008/02/2020 By All in LAOS No Comments on ເມືອງສັງທອງ ມີທ່າແຮງທາງທໍາມະຊາດ ທີ່ ປະຊາຊົນສາມາດໝຸນໃຊ້ ໃນການ ພັກດັນ ເສດຖະກິດຂອງ ປະຊາຊົນ

ໃນວັນທີ 7 ກຸມພາ 2020 ນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສສປປ ລາວ ໄດ້ເດີນທາງໄປຢ້ຽມຢາມເມືອງສັງທອງ ເຊິ່ງບັນຍາກາດປ່ຽມລົ້ນໄປດ້ວຍຄວາມອົບອຸ່ນ ທ່າມກາງການລໍຖ້າຕ້ອນຮັບຂອງທ່ານເຈົ້າເມືອງ ແລະ ປະຊາຊົນເມືອງສັງທອງ, ຂະນະດຽວກັນ ທ່ານນາຍົກໄດ້ລົງຢ້ຽມຢາມກຸ່ມການຜະລິດຕ່າງໆພາຍໃນເມືອງ ພ້ອມເນັ້ນໃຫ້ ພໍ່ແມ່ປະຊາຊົນ ນຳໃຊ້ຊັບພະຍາກອນທຳມະຊາດທີ່ມີ ເພື່ອສ້າງວຽກເຮັດງານທຳ ກ້າວສູ່ການມີລາຍຮັບຢ່າງຕໍ່ເນື່ອງ.

ໂອກາດນີ້ ທ່ານນາຍົກ ໄດ້ລົງຢ້ຽມຢາມກຸ່ມການຜະລິດຫຼາຍແຫ່ງໃນເມືອງສັງທອງ ເປັນຕົ້ນ ກຸ່ມການຜະລິດຕະພັນໄມ້ປ່ອງ ບ້ານ ນາປໍ, ລົງຢ້ຽມຢາມປະຊາຊົນບ້ານ ຊໍ້, ເດີນທາງໄປເບິ່ງຝາຍນ້ຳລົ້ນ ບ້ານຫີນສິ່ວ ເຊິ່ງເປັນຝາຍທີ່ປະຊາຊົນ ຮ່ວມໃຈກັນສ້າງ), ຢ້ຽມຢາມຟາມເມລ້ອນ (ພາສຸກ) ແລະ ອີກຫຼາຍສະຖານທີ່.

ພ້ອມດຽວກັນນັ້ນ ທ່ານນາຍົກຍັງໄດ້ພົບປະໂອ້ລົມຄະນະພັກ ແລະ ພະນັກງານຫຼັກແຫຼ່ງຂອງເມືອງສັງທອງ ພ້ອມໃຫ້ຄຳຊີ້ນຳເພື່ອພັດທະນາເມືອງສັງທອງ ໃຫ້ສືບຕໍ່ເອົາໃຈໃສ່ຂະຫຍາຍທ່າແຮງຂອງຕົນ ເປັນຕົ້ນແມ່ນການພັດທະນາຂະແໜງກະສິກຳ ໃຫ້ແທດເໝາະກັບສະພາບເງື່ອນໄຂຂອງແຕ່ລະອັນ ເຊັ່ນ: ການສົ່ງເສີມການປູກ, ການລ້ຽງ ເພື່ອສະໜອງພືດ, ພັກ, ຊີ້ນ ແລະ ເຂົ້າ ໃຫ້ໄດ້ຫຼາຍກາຍເປັນສິນຄ້າ ຕາມທ່າແຮງຂອງເມືອງ ແຕ່ກອ່ນອື່ນໜົດຕ້ອງມີການວາງແຜນຢ່າງລະອຽດຄັກແນ່ ພ້ອມທັງສ້າງຄອບຄົວຕົວແບບໃນການຜະລິດໃຫ້ຫຼາຍໂດຍມີການຊວ່ຍເຫຼືອເຊີ່ງກັນ ແລະ ກັນ, ໃນນັ້ນ, ອໍານາດການປົກຄອງເມືອງກໍ່ຕອ້ງໄດ້ຊີ້ນໍາໃຫ້ທິດທາງໃນການຜະລິດ ໂດຍສະເພາະແມ່ນຕ້ອງຊອກໃຫ້ເຫັນສິ່ງທີປະຊາຊົນຍັງຕ້ອງການ ເຫັນໄດ້ດ້ານຄວາມທຸກຍາກຂອງເຂົາເຈົ້າເພື່ອຊອກຫາວິທີໃນການແກ້ໄຂໃຫ້ແກ່ປະຊາຊົນ.

ນອກຈາກນີ້, ທ່ານ ດາວເພັດ ອາລຸນ ເຈົ້າເມືອງໆສັງທອງ ກໍໄດ້ລາຍງານກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງໂດຍຫຍໍ້ ທີ່ມີພື້ນຖານການຂະຫຍາຍຕົວ ແລະ ອຳນວຍຄວາມສະດວກໃຫ້ແກ່ຂະບວນການຜະລິດ ແລະ ການບໍລິການຕ່າງໆ ເຊິ່ງສິ່ງເຫລົ່ານີ້ ໄດ້ເຮັດໃຫ້ເມືອງສັງທອງມີການພັດທະນາຢ່າງຕໍ່ເນື່ອງ. ປັດຈຸບັນທົ່ວເມືອງມີເນື້ອທີ່ທັງຫມົດ 75.982 ຮຕ, ພື້ນທີ່ພູທີ່ເປັນເນີນສູງກວມເອົາ 40% ຂອງເນື້ອທີ່ທັງຫມົດ, ສະເພາະເນື້ອທີ່ກະສິກໍາມີທັງຫມົດ 29 ພັນກວ່າ ຮຕ, ເຊິ່ງເຫມາະແກ່ການປູກຝັງ ແລະ ລ້ຽງສັດ, ສາມາດຜະລິດເຂົ້ານາປີໄດ້ 8.500 ເຮັກຕາ, ນາແຊງ 53 ເຮັກຕາ, ພືດອຸດສາຫະກຳ 1.155 ເຮັກຕາ, ໄມ້ໃຫ້ໝາກ 216 ເຮັກຕາ, ນອກນັ້ນ ລະບົບໂຄງລ່າງ ພື້ນຖານກໍ່ນັບມື້ມີການຂະຫຍາຍຕົວ ສະດວກໃຫ້ແກ່ການຜະລິດກະສິກໍາ ແລະ ການບໍລິການຂຶ້ນເທື່ອລະກ້າວ.

ຂ່າວສານບ້ານເມືອງ

Post navigation

Previous Post: Update ໄວຣັສໂຄໂຣນາ ເວລາ 21:30 ວັນທີ່ 7/2/2020 – ຕິດເຊື້ອ 31261, ປົວຫາຍດີ 1703 ຄົນ, ຕາຍ 637
Next Post: ແຕ່ງຕັ້ງ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປືຜູ່ໃໝ່

Related Posts

ລົດ 22 ລໍ້ເສຍຫລັກປີ້ນ ເສຍຊີວິດຄາທີ່ 01 ຄົນ ຢູ່ເສັ້ນທາງບ້ານ ຫ້ວຍໂຄດ ເມືອງຊຽງເງິນ ຂ່າວສານບ້ານເມືອງ
ຮອງຫົວໜ້າ ຫ້ອງວ່າການສູນກາງພັກ ເຄື່ອນໄຫວເຮັດວຽກຢູ່ແຂວງຈຳປາສັກ ຂ່າວສານບ້ານເມືອງ
ໄປບໍ່ລອດກັກໂຕເຈົ້າພໍ່ ຢ າ ເ ສ ບ ຕ ິ ດ ລາຍໃຫຍ່ຢູ່ສະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ແຈ້ງການແນະນຳ! ຈຸດບໍລິການ ຊື້ສິນຄ້າ ເຄື່ອງບໍລິໂພກ ລາຄາສົມເຫດ ສົມຜົນ ໃນໄລຍະການແຜ່ລະບາດໂຄວິດ ຂ່າວສານບ້ານເມືອງ
ກົມອຸຕຸນິຍົມເຕືອນ! ພາກກາງ ແລະ ໃຕ້ ກຽມຮັບມື 4 ຫາ 8 ມິຖຸນານີ້ ຈະມີຝົນຕົກໜັກ ຂ່າວສານບ້ານເມືອງ
ອັບເດດຂ່າວ ລົດປີ້ນ ທາງພູສະແກນ ກູ້ໄພເຂົ້າມາກວດສອບ ຄົນ 1 ຍັງມີຊີວິດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme