Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຫຼາຍພາກສ່ວນສົ່ງກໍາລັງໃຈ ແລະ ຮ່ວມມອບເຄື່ອງຊ່ວຍເຫຼືອຊາວເມືອງອູຮັ້ນ

Posted on 06/02/202006/02/2020 By All in LAOS No Comments on ຫຼາຍພາກສ່ວນສົ່ງກໍາລັງໃຈ ແລະ ຮ່ວມມອບເຄື່ອງຊ່ວຍເຫຼືອຊາວເມືອງອູຮັ້ນ

ໃນວັນທີ 4 ກຸມພາ 2020 ນີ້, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ປະທານສະມາຄົມມິດຕະພາບລາວ-ຈີນ ຂັ້ນສູນກາງ, ຜູ້ຕາງໜ້າຄະນະສະມາຄົມຊາວຈີນຕ່າງດ້າວ, ຜູ້ຕາງໜ້າສະພາການຄ້າຈີນແຂວງກວາງຕຸ້ງ, ພ້ອມດ້ວຍພາກສ່ວນຕ່າງໆ ໄດ້ນຳເອົາເຄື່ອງຊ່ວຍເຫຼືອອັນຈຳເປັນຈາກຫຼາຍພາກສ່ວນໄປມອບໃຫ້ສະຖານທູດຈີນ ປະຈຳ ສປປ ລາວ, ເພື່ອປະກອບສ່ວນຊ່ວຍບັນເທົາຄວາມເດືອດຮ້ອນຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່, ທີ່ເກີດຂຶ້ນຢູ່ເມືອງອູຫັ້ນແຂວງຫູເປີ້ຍ ປະເທດຈີນ.

ສໍາລັບ ເຄື່ອງຊ່ວຍເຫຼືອທີ່ນໍາໄປມອບໃຫ້ໃນຄັ້ງນີ້ມີ: ພາກສ່ວນສະມາຄົມມິດຕະພາບລາວ-ຈີນ ຂັ້ນສູນກາງ ໄດ້ມອບໜ້າກາກອະນາໄມ ຈຳນວນ 10.000 ຜືນ ແລະຖົງມືອະນາໄມການແພດ 10.000 ຄູ່; ສະພາການຄ້າແຂວງຮູນານ ປະຈຳ ລາວ ໄດ້ມອບໜ້າກາກອະນາໄມ ຈຳນວນ 350.000 ຜືນ, ຖົງມືການແພດ ຈຳນວນ 90.000 ຄູ່ ແລະໝວກສຳລັບແພດຈຳນວນ 25.000 ໜ່ວຍ(ເຊິ່ງໄດ້ຈັດສົ່ງໄປກ່ອນໜ້ານີ້ແຕ່ວັນທີ 31 ມັງກອນ 2020); ສະພາການຄ້າຊາວຈີນຕ່າງດ້າວປະຈຳລາວໄດ້ມອບໜ້າກາກອະນາໄມຈຳນວນ 202.000 ຜືນ ແລະຖົງມືສຳລັບແພດຈຳນວນ 60.000 ຄູ່(ໄດ້ຈັດສົ່ງໄປກ່ອນແຕ່ວັນທີ31ມັງກອນ 2020);

ສະພາການຄ້າແຂວງກວາງຕຸງປະຈຳລາວໄດ້ມອບໜ້າກາກອະນາໄມຈຳນວນ 30.000 ຜືນ ແລະແວ່ນຕາສຳລັບແພດຈຳນວນ 1000 ອັນ(ໄດ້ຈັດສົ່ງໄປກ່ອນແຕ່ວັນທີ 28 ມັງກອນ 2020); ບໍລິສັດກໍ່ສ້າງ ແຂວງຢຸນນານ ຈຳກັດ ໄດ້ມອບໜ້າກາກອະນາໄມຈຳນວນ 70.000 ຜືນ(ໄດ້ຈັດສົ່ງໄປກ່ອນແຕ່ວັນທີ 1 ກຸມພາ 2020) ພ້ອມກັນນີ້ ສະມາຄົມມິດຕະພາບລາວ-ຈີນ ຂັ້ນສູນກາງ ຍັງຈະສືບຕໍ່ສົມທົບກັບທຸກພາກສ່ວນໃນສັງຄົມໃນການປະກອບສ່ວນວັດຖຸສິ່ງຂອງອັນຈຳເປັນເພື່ອປະກອບສ່ວນຊ່ວຍເຫຼືອແບ່ງເບົາຜົນກະທົບຈາກ ພະຍາດລະບາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ ທີ່ເກີດຂຶ້ນແກ່ປະຊາຊົນຊາວຈີນ.

ແຫລ່ງຂ່າວ: ຊີອາໄອ

ຂ່າວສານບ້ານເມືອງ

Post navigation

Previous Post: ຈັບໄດ້ແລ້ວ ຜູ່ກໍ່ເຫດຄາດຕະກໍາ 2 ສົບ ຢູ່ເຂດເສັ້ນທາງ 450 ປີ
Next Post: Update ໄວຣັສໂຄໂຣນາ ເວລາ 21:30 ວັນທີ່ 7/2/2020 – ຕິດເຊື້ອ 31261, ປົວຫາຍດີ 1703 ຄົນ, ຕາຍ 637

Related Posts

ເລັ່ງຕາມຈັບຜູ່ກໍ່ເຫດໃຊ້ມີດຟັນຄົນເຈັບສາຫັດ 3 ຄົນ ທີ່ເມືອງນາໝໍ້ ຂ່າວສານບ້ານເມືອງ
ຄົນຮ້າຍລັກຈູດລົດໃຫຍ່ກາງເດີກໄໝ້ໝົດຄັນ (ມີຄລິບ) ຂ່າວສານບ້ານເມືອງ
ອອກມາແລ້ວ! ຈັບສະຫຼາກແບ່ງສາຍການແຂ່ງຂັນກິລາບານເຕະແຫ່ງຊາດປະຈໍາປີ 2022 ຂ່າວສານບ້ານເມືອງ
ຖ້ວມອີກແລ້ວເມືອງເງິນ! ຖ້ວມຮອບທີ 2 ແລ້ວໄລຍະເວລາຮອດເດືອນ ຂ່າວສານບ້ານເມືອງ
ກະຊວງການຕ່າງປະເທດ ປະກາດການຈັດຕັ້ງ ແລະ ອະນຸມັດໃຫ້ພະນັກງານ ເຂົ້າຮັບອຸດໜູນບຳນານ ຂ່າວສານບ້ານເມືອງ
ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຫ້ອງການປະສານງານຊາຍແດນ ດ່ານສາກົນປາກຊັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme