Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລາວຫາລືຂໍການສະໜັບສະໜູນຈາກຄູ່ຮ່ວມພັດທະນາສາກົນ ເພື່ອຕ້ານກັບ ໄວຣັສໂຄໂຣນາ

Posted on 06/02/202006/02/2020 By All in LAOS No Comments on ລາວຫາລືຂໍການສະໜັບສະໜູນຈາກຄູ່ຮ່ວມພັດທະນາສາກົນ ເພື່ອຕ້ານກັບ ໄວຣັສໂຄໂຣນາ

ໃນວັນທີ 4 ມັງກອນ 2020, ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຂໍການສະໜັບສະໜູນຈາກຄູ່ຮ່ວມພັດທະນາສາກົນ ເພື່ອຕ້ານພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ (novel Corona Virus) ຂຶ້ນທີ່ນະຄອນຫຼວງວຽງຈັນ.

ໂດຍການເປັນປະທານຂອງ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ໂດຍມີທ່ານ ມາກ ເຈຄອບ (Dr Mark JACOBS) ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ແລະ ຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາສາກົນ ເຂົ້າຮ່ວມນຳດ້ວຍ.

ກອງປະຊຸມໄດ້ລາຍງານສະພາບການເກີດພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ດັ່ງກ່າວໃນທົ່ວໂລກ ແລະ ສະພາບການຢູ່ໃນ ສປປ ລາວ, ພ້ອມທັງໄດ້ນຳສະເໜີການຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ກະຊວງສາທາລະນະສຸກໄດ້ວາງອອກ ເພື່ອສະກັດກັ້ນ ແລະ ຄວບຄຸມພະຍາດດັ່ງກ່າວ ຄື: ວຽກງານຈຸດຜ່ານແດນ ແລະ ກັກກັນ ການເຝົ້າລະວັງ, ການວິເຄາະຫາເຊື້ອພະຍາດ, ປ້ອງກັນການຕິດເຊື້ອ, ຄຸ້ມຄອງກໍລະນີຄົນເຈັບ, ສື່ສານເພື່ອຫຼຸດຜ່ອນຄວາມສ່ຽງ, ວຽກພະລາທິການ, ແຜນການ ແລະ ການເງິນ.

ໃນໂອກາດນີ້, ທ່ານລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຮຽກຮ້ອງໃຫ້ຄູ່ຮ່ວມພັດທະນາສາກົນຈົ່ງໃຫ້ການສະໜັບສະໜູນຊ່ວຍເຫຼືອກະຊວງສາທາລະນະສຸກໃນສິ່ງທີ່ຈຳເປັນທາງການແພດເພື່ອໃຊ້ໃນກໍລະນີທີ່ອາດເກີດລະບາດຂອງພະຍາດັ່ງກ່າວຢູ່ລາວ.

ໂດຍສະເພາະແມ່ນເຄື່ອງມືທາງການແພດທີ່ໃຊ້ໃນການກວດວະເຄາະຫາເຊື້ອພະຍາດ ເພື່ອສະໜອງໃຫ້ບັນດາແຂວງທີ່ຍັງບໍ່ທັນມີເຄື່ອງມີຄົບຊຸດ, ເພື່ອຊ່ວຍກັນ, ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດໃຫ້ປະຊາຊົນທົ່ວປະເທດລາວປອດໄພອີກດ້ວຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ສະຫຼົດໃຈ! ລົດຈັກຕໍາກັບລົດໃຫຍ່ ເສຍຊີວິດຄາທີ່ 1 ຄົນ ກາງເດິກ ທາງດົງໂດກ
Next Post: Update ໄວຣັດໂຄໂຣນາ 9:52 ວັນທີ 6 ກຸມພາ 2020 – ປົວດີ 1153 ຄົນ, ເສຍຊີວິດ ແລ້ວ 564 ຄົນ

Related Posts

ຊາວຜູ້ອອກແຮງງານຫຼາຍພັນຄົນຫຼັ່ງໄຫຼກັນມາລໍຖ້າຢູ່ບໍລິເວນປ້ອມຕຳຫຼວດກວດກາຄົນເຂົ້າ – ອອກເມືອງຈຸດນໍ້າເກິ່ງ ເພື່ອກັບຄືນສູ່ພຸມລຳເນົາຂອງຕົນເອງ ຂ່າວສານບ້ານເມືອງ
ມີແຮງງານລາວ 200ກວ່າຄົນ ລວມຕົວກັນຢູ່ເຂດຂົວມິດຕະພາບລາວ-ໄທ 1 ລໍຖ້າກັບບ້ານ ຂ່າວສານບ້ານເມືອງ
ຂ່າວດີ 47 ມື້ແລ້ວ ຍັງບໍພົບກໍລະນີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຂ່າວສານບ້ານເມືອງ
ຈີ​ນ​ຊ່ວຍ​ເຫຼືອ​ອຸ​ປະ​ກອນ​ປິ່ນ​ປົວມອບໂດຍ ນະຄອນຄຸນຫມິງ ສປ ຈີນ ໃຫ້ແກ່ນະຄອນຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນ ໂຄວິດ-19 ຂ່າວສານບ້ານເມືອງ
ຊາຍເສຍຊີວິດຄາຫ້ອງຫຼາຍມື້ກ່ອນມີຄົນພົບທີ່ເມືອງຫີນເຫີບ ຂ່າວສານບ້ານເມືອງ
ແຂວງອຸດົມໄຊ ທຳລາຍສວນ ຝິ່ ນ 31 ກວ່າເຮັກຕາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme