Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຕ່ງຕັ້ງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ເປັນຮອງລັດຖະມົນຕີກະຊວງການເງິນ

Posted on 06/02/202006/02/2020 By All in LAOS No Comments on ແຕ່ງຕັ້ງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ເປັນຮອງລັດຖະມົນຕີກະຊວງການເງິນ

ກະຊວງການເງິນໄດ້ຮອງລັດຖະມົນຕີໃໝ່ ກະຊວງການເງິນໄດ້ປະກາດແຕ່ງຕັ້ງຮອງລັດຖະມົນຕີກະຊວງການເງິນຄົນໃໝ່ຂຶ້ນໃນວັນທີ 3 ກຸມພາຜ່ານມາ ທີ່ກະຊວງການເງິນ ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຜູ້ອໍານວຍການລັດວິສາຫະກິດ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ໃນວາລະກອງປະຊຸມໄດ້ມີການຜ່ານດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 24/ນຍ, ລົງວັນທີ 15 ມັງກອນ 2020 ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີຂອງກະຊວງການເງິນ ໂດຍໄດ້ແຕ່ງຕັ້ງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ເປັນຮອງລັດຖະມົນຕີກະຊວງການເງິນ.

ພ້ອມນັ້ນ, ໄດ້ຜ່ານຂໍ້ຕົກລົງຂອງກະຊວງການເງິນ ສະບັບເລກທີ 0291/ກງ, ລົງວັນທີ 24 ມັງກອນ 2020 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມຂອງກະຊວງການເງິນ, ໄດ້ຕົກລົງແຕ່ງຕັ້ງທ່ານ ສົມຈິດ ຄໍາມຸງຄຸນ ຫົວໜ້າພະແນກສັງລວມ ແລະ ເລຂານຸການ ຫ້ອງການກະຊວງການເງິນ ເປັນຮອງຫົວໜ້າຫ້ອງການກະຊວງການເງິນ ແລະ ແຕ່ງຕັ້ງທ່ານ ນາງ ການ ສິງທາວົງໄຊ ຫົວໜ້າພະແນກບໍລິການຄັງເງິນ ເປັນຮອງຫົວໜ້າຄັງເງິນແຫ່ງຊາດ.

ຜ່ານຂໍ້ຕົກລົງສະບັບເລກທີ 4369/ກງ,ລົງວັນທີ 29 ຕຸລາ 2019 ວ່າດ້ວຍການຍົກຍ້າຍພະນັກງານຮັບໜ້າທີ່ໃໝ່ຢູ່ກະຊວງການເງິນ,ໄດ້ຍົກຍ້າຍທ່ານ ຂັນທອງ ແກ້ວໄພທູນ ຮອງຜູ້ອໍານວຍການລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ມາຮັບໜ້າທີ່ໃໝ່ຢູ່ຫ້ອງການກະຊວງການເງິນ, ເພື່ອລໍຖ້າຮັບອຸດໜູນບໍານານຕາມກົດໝາຍ ແລະ ລະບຽບການ. ຜ່ານຂໍ້ຕົກລົງສະບັບເລກທີ 4887/ກງ, ລົງວັນທີ 9 ທັນວາ 2019 ວ່າດ້ວຍການແຕ່ງຕັ້ງຮອງຜູ້ອໍານວຍການລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ໂດຍແຕ່ງຕັ້ງທ່ານ ສາຍຂອງ ລາດດາວົງ ເປັນຮອງຜູ້ອໍານວຍການລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ.

ໂອກາດດັ່ງກ່າວ, ທ່ານ ສົມດີ ດວງດີ ໄດ້ມີຄຳເຫັນວ່າ: ການປັບປຸງການຈັດຕັ້ງໃນຄັ້ງນີ້, ເປັນການປັບປຸງຄະນະນໍາກະຊວງ, ຄະນະກົມຈໍານວນໜຶ່ງ, ເພື່ອສ້າງຄວາມເຂັ້ມ ແຂງໃຫ້ຂະແໜງການເງິນໂດຍການສືບທອດປ່ຽນແທນຕາມພາລະບົດບາດຂອງການຈັດຕັ້ງການຊັບຊ້ອນໝູນວຽນພະນັກງານການນໍາຂອງກົມ, ພະນັກງານຫຼັກແຫຼ່ງຈໍານວນໜຶ່ງ, ເພື່ອເຮັດໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ສາມາດປະຕິບັດໄດ້ຫຼ້ອນໜ້າ ທີ່ການເມືອງທີ່ພັກ-ລັດມອບໝາຍ.

ພ້ອມນັ້ນ, ຍັງເນັ້ນໃຫ້ເອົາໃຈໃສ່ສ້າງຜົນງານໃຫ້ດີຂຶ້ນເລື້ອຍໆ ຊຶ່ງໃນໄລຍະນີ້ ເປັນໄລຍະຂອງການປັບປຸງກົງຈັກການຈັດຕັ້ງຂອງບັນດາກົມຂອງບັນດາຂະແໜງການຕ່າງໆທີ່ຂຶ້ນກັບກະຊວງການເງິນ. ສ່ວນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ເອົາ ໃຈໃສ່ແຕ່ຕົ້ນປີ ໂດຍສະເພາະບັນດາວຽກທາງດ້ານລາຍຮັບໃຫ້ຂຸ້ນຂ້ຽວສຸມໃສ່ເຮັດແຕ່ຫົວ ທີ, ສໍາລັບລາຍຈ່າຍໃຫ້ມີການກວດກາຕິດຕາມຢ່າງເຄັ່ງຂັດຂຶ້ນຕື່ມ.

ທີ່ມາ ກະຊວງການເງິນ

ຂ່າວສານບ້ານເມືອງ

Post navigation

Previous Post: Update ໄວຣັສໂຄໂຣນາ ເວລາ 21:30 ວັນທີ່ 5/2/2020 – ປົວຫາຍດີ 1001 ຄົນ ຫຼາຍປະເທດພົບຜູ່ຕິດເຊື່ອເພີ່ມຂຶ້ນ
Next Post: ສະຫຼົດໃຈ! ລົດຈັກຕໍາກັບລົດໃຫຍ່ ເສຍຊີວິດຄາທີ່ 1 ຄົນ ກາງເດິກ ທາງດົງໂດກ

Related Posts

ເຂັ້ມງວດລົງກວດກາບັນດາຈຸດປ້ອງກັນ ໃນໄລຍະປ້ອງກັນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຂ່າວສານບ້ານເມືອງ
ສພຂ​ ຫົວພັນ​ ມອບເຄື່ອງຊ່ວຍເຫລືອໃຫ້ຄອບຄົວທີ່ປະສົບອັກຄີໄພ ຂ່າວສານບ້ານເມືອງ
ດ່ວນທີ່ສຸດ ພົບເຫັນແຈ້ງ 1191 ນັກໂທດແຫກຄຸກໂພນຕ້ອງ ຂ່າວສານບ້ານເມືອງ
ສາເຫດທີ່ນະຄອນຫຼວງວຽງຈັນ ຍອດຜູ້ຕິດເຊື້ອເພີ່ມສູງຂຶ້ນເລື້ອຍໆ ຂ່າວສານບ້ານເມືອງ
ມອບ-ຮັບ ເຮືອນນອນກອງຮ້ອຍສືບຂ່າວເຕັກນິກ ກອງບັນຊາການທະຫານແຂວງຊຽງຂວາງ ຂ່າວສານບ້ານເມືອງ
ເປີດໂຕຢ່າງເປັນທາງການ! ກັບປະຕິທິນ ການບິນລາວ ປີ 2021 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme