Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດຖະບານໄດ້ຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ ຂອງ ສປປ ລາວ.

Posted on 05/02/202006/02/2020 By All in LAOS No Comments on ລັດຖະບານໄດ້ຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ ຂອງ ສປປ ລາວ.

ລັດຖະບານລາວ ມີຄວາມພະຍາຍາມໃນການສົ່ງເສີມໃຫ້ລົງທຶນເຂົ້າໃສ່ທຸກຂະແໜງການ, ກິດຈະການທີ່ກໍານົດໃນ ແລະ ນອກ ບັນຊີກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ ຂອງ ສປປ ລາວ ໃນຂອບເຂດທົ່ວປະເທດ ຍົກເວັ້ນກິດຈະການ ແລະ ເຂດທີ່ແຕະຕ້ອງເຖິງຄວາມໝັ້ນຄົງ ແລະ ຄວາມສະຫງົບຂອງຊາດ, ມີຜົນສະທ້ອນອັນຮ້າຍແຮງຕໍ່ສິ່ງແວດລ້ອມ ໃນປະຈຸບັນ ແລະ ຍາວນານ, ຕໍ່ສຸຂະພາບຂອງປະຊາຊົນ ແລະ ວັດທະນາທໍາອັນດີງາມຂອງຊາດ, ລວມທັງເປັນບັນຊີ ປະເພດທຸລະກິດ ທີ່ເກືອດຫ້າມ.

ສະນັ້ນ, ລັດຖະບານຈຶ່ງໄດ້ອອກ ດໍາລັດ ວ່າດ້ວຍການຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ ຂອງ ສປປ ລາວ ເລກທີ 03/ນຍ ວັນທີ 10 ເດືອນມັງກອນ 2020 ເພື່ອຮັບຮອງເອົາບັນດາປະເພດການລົງທຶນທີ່ນອນໃນຂອບເຂດ ທີ່ກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ ທີ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ທີ່ເປັນບຸກຄົນ, ນິຕິບຸກຄົນ ແລະ ບໍລິສັດເອກະຊົນ ທີ່ສາມາດດໍາເນີນຂັ້ນຕອນການຂໍອະນຸຍາດ ໂດຍຂັ້ນຕອນທໍາອິດແມ່ນຕ້ອງໄດ້ຜ່ານການບໍລິການການລົງທຶນປະຕູດຽວ ໃນຂັ້ນສູນກາງ ຫລື ຂັ້ນແຂວງ ຕາມການແບ່ງຂັ້ນອະນຸມັດທີ່ໄດ້ກໍານົດໃວ້ໃນດໍາລັດສະບັບນີ້.

ລາຍລະອຽດເພີ່ມເຕີບກະລຸນາກົດ: https://www.laotradeportal.gov.la/index.php?r=document/view&id=1896

The Government has approved the Control and Concession Businesses List of the Lao PDR.

The Government of Lao PDR is committed to promoting investment in all sectors, activities under and beyond the control and concession accounts of the Lao PDR throughout the country, excepting sensitive accounts and areas to national security, peace, and environmental impact. In addition, a list of prohibited businesses.

Therefore, the Government has issued the decree on the approval of the Control and Concession Businesses List of Lao PDR No. 03/PM, dated 10 January 2019. The decree to adopt the type of investments that covered the scope of activities and control activities of domestic and international investors. The investors can be individuals, entities and private companies who can perform in requesting approvals, thus, the first step which needs to send a requested permit by the One-Stop Service at the provincial or central level as mention in this decree.

Further information, please click: https://www.laotradeportal.gov.la/index.php?r=document/view&id=1896

ຂ່າວສານບ້ານເມືອງ

Post navigation

Previous Post: ດ່ວນ! ສໍານັກງານນາຍົກລັດຖະມົນຕີ ແຈ້ງການ ເດັດຂາດຫ້າມຂຶ້ນລາຄາ ອຸປະກອນ ການແພດ! ຝ່າຝືນຖອນໃບອານຸຍາດດໍາເນີນທຸລະກິດທັນທີ
Next Post: Update ໄວຣັສໂຄໂຣນາ ເວລາ 21:30 ວັນທີ່ 5/2/2020 – ປົວຫາຍດີ 1001 ຄົນ ຫຼາຍປະເທດພົບຜູ່ຕິດເຊື່ອເພີ່ມຂຶ້ນ

Related Posts

ເກີດເຫດ! ຟ້ າ ຜ່ າ ຢູ່ ອິນເດຍ ເ ສ ຍ ຊີ ວິ ດເກືອບ 70 ຄົນ ຂ່າວສານບ້ານເມືອງ
ໝູທີ່ນ້ອຍທີ່ສຸດໃນໂລກ ແລະ ໃກ້ຈະສູນພັນ ຂ່າວສານບ້ານເມືອງ
ຄົ້ນພົບພືດລົ້ມລຸກ ສາຍພັນໃໝ່ຂອງໂລກ 6 ຊະນິດ ຢູ່ພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ຂ່າວສານບ້ານເມືອງ
ທະນາຄານໂລກ ສະໜອງທຶນ 50 ລ້ານໂດລາ ແກ່ ສປປ ລາວ ເພື່ອຟື້ນຟູ ຫຼັງໄພພິບັດ ຂ່າວສານບ້ານເມືອງ
ປາບຍົກແກ້ງ ຈັ ບຫົວໂປ່ແກ້ງລັ ກລົດຈັກ ຂາຍພັກພວກອີກ 27 ຄົນ ຂ່າວສານບ້ານເມືອງ
ຈາກອາຊີບຖາງປ່າເຮັດໄຮ່ຫັນມາປູກຊາໝ້ຽງຂາຍ ເຮັດໃຫ້ມີລາຍຮັບປີໜຶ່ງ 78 ລ້ານກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme