Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກະຊວງສາທາ ອອກແຈ້ງການ ລະວັງການແຊຂໍ້ມູນທີ່ບໍ່ຖືກຕ້ອງ ຂອງ ການລະບາດຂອງໄວຣັສໂຄໂຣນາ

Posted on 05/02/202005/02/2020 By All in LAOS No Comments on ກະຊວງສາທາ ອອກແຈ້ງການ ລະວັງການແຊຂໍ້ມູນທີ່ບໍ່ຖືກຕ້ອງ ຂອງ ການລະບາດຂອງໄວຣັສໂຄໂຣນາ

ກະຊວງສາທາລະນະສຸກ ຂໍແຈ້ງມາຍັງທ່ານຊາບວ່າ: ປັດຈຸບັນ ມີການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ທີ່ເມືອງອູ່ຮັ່ນ, ແຂວງຫູເປີ່ຍ, ສປ ຈີນ ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດ ເປັນຈຳນວນຫຼວງຫຼາຍ ໃນການຄວບຄຸມ ລວມທັງການໂຄສະນາ, ການອອກຂ່າວທາງສື່ມວນຊົນ ແລະ ສື່ສັງຄົມອອນລາຍ ເຊິ່ງບາງຂ່າວກໍມີຄວາມຈິງ ແລະ ຫຼາຍຂ່າວກໍບໍ່ຖືກຕ້ອງກັບຄວາມເປັນຈິງ.

ສະນັ້ນ, ເພື່ອເຮັດໃຫ້ຂໍ້ມູນຂ່າວສານກ່ຽວກັບພະຍາດນີ້ ໄດ້ເຜີຍແຜ່ຖືກຕ້ອງຕາມຄວາມຈິງ ຈຶ່ງແຈ້ງໃຫ້ທ່ານຕິດຕາມ ແລະ ຮັບຂ່າວຕາມສື່ທາງການ (ໂທລະພາບ,​ວິທະຍຸ ໜັງສືພິມ ແລະ ຂໍ້ມູນຂ່າວສານຈາກສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາເຊິ່ງທ່ານສາມາດເຂົ້າຫາແຫຼ່ງຂ່າວຂອງສູນດັ່ງກ່າວທາງເພສເຟສບຸກ ຊື່ວ່າ: “ສູນຂ່າວສານການແພດສຸຂະສຶກສາ Centre of information and Education for Health ” ທ່ານ ຈະສາມາດຮັບຮູ້ຂ່າວສານທີ່ທາງສູນໄດ້ອັບເດດ.

ນອກຈາກນີ້, ຍັງຫ້າມບໍ່ໃຫ້ພະນັກງານແພດ, ພະຍາບານ, ນັກສຶກສາ ເອົາຮູບການບໍລິການຂອງແພດຫມໍທີ່ກຳລັງປະຕິບັດໜ້າທີ່ລົງໃນເຟສບຸກຂອງຕົນເອງ, ເພື່ອໃຫ້ສັງຄົມມີຄວາມສະຫງົບ, ໄດ້ຮັບຂ່າວສານທີ່ຖືກຕ້ອງ, ສັງຄົມບໍ່ມີຄວາມແຕກຕື່ນໃນການຮັບຂ່າວສານ.

ຂ່າວສານບ້ານເມືອງ

Post navigation

Previous Post: ສປປ ລາວ ເນັ້ນ!!! ຊ່ວຍເຫຼືອນັກສຶກສາລາວ ທີ່ອາໄສຢູ່ຈີນ
Next Post: ອາດີດປະທານປະເທດໂອ້ລົມພະນັກງານຫຼັກແຫຼ່ງ ແຂວງ ອັດຕະປື

Related Posts

ຄໍາມ່ວນ ກຽມພ້ອມ​ຈັດງານບຸນນະມັດສະການ ພຣະທາດສີໂຄດຕະບອງ ຂ່າວສານບ້ານເມືອງ
ມາດຕະການຜ່ອນຜັນ ສໍາລັບ ການເປີດຮ້ານຕ່າງໆ ຂ່າວສານບ້ານເມືອງ
ປກສ ແຂວງວຽງຈັນ ຈັບຕົວຜູ້ຖືກຫາ ລັ ກ ຊັບພົນລະເມືອງ ພ້ອມ ຂ ອ ງ ກ າ ງ ລົດຮຸນໄດ 1 ຄັນ. ຂ່າວສານບ້ານເມືອງ
ລົງນາມທີ່ປຶກສາໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລ ແຫ່ງທໍາອິດ ສປປ ລາວ ຂ່າວສານບ້ານເມືອງ
ອຸຕຸເຕືອນພາຍຸເຂດຮ້ອນຈະເຮັດໃຫ້ຝົນຕົກໜັກ ຂ່າວສານບ້ານເມືອງ
25-28 ມິຖຸນາ ກຽມຮັບມື ລົມມໍລະສຸມ ຝົນຕົກຟ້າລົມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme