ສຳນັກຂ່າວ BBC ລາຍງານວ່າໃນວັນອັງຄານທີ 4 ກຸມພາ 2020 ອົງການອະນາໄມໂລກ (WHO) ໄວຣັສໂຄໂຣນາສາຍພັນໃໝ່ 2019 ຊຶ່ງກຳລັງລະບາດຢ່າງໜັກໃນປະເທດຈີນ ແລະ ເລີ່ມຂະຫຍາຍອອກສູ່ປະເທດອື່ນໆ ອີກ 25 ປະເທດ ຍັງບໍ່ເຂົ້າອົງປະກອບການເປັນ ‘pandemic’ ຫລື ການລະບາດທົ່ວໂລກເທື່ອ
ທັງນີ້ ຜູ້ຕິດເຊື້ອໄວຣັສໂຄໂຣນາແມ່ນເລີ່ມປາກົດໃນປະເທດຈີນເປັນເທື່ອແລກເມື່ອເດືອນທັນວາປີກ່ອນ ແລະ ຮອດຕອນນີ້ພົບຜູ້ຕິດເຊື້ອແລ້ວຫລາຍກວ່າ 20,000 ຄົນ ໃນ 25 ປະເທດແຖບເອເຊຍ, ຢຸໂຣບ ແລະ ອາເມລິກາເໜືອ ແຕ່ເກືອບທັງໝົດຢູ່ໃນຈີນແຜ່ນດິນໃຫຍ່ ຂະນະທີ່ມີຜູ້ເສຍຊີວິດເຖິງ 427 ຄົນ ໃນຈຳນວນນີ້ 1 ຄົນຢູ່ທີ່ປະເທດຟິລິບປິນ ແລະ ອີກ 1 ຄົນຢູ່ໃນຮ່ອງກົງ.

ດຣ. ຊິວວີ ບຣິແອນ ຫົວໜ້າແຜນການຕຽມການຮັບມືໂລລະບາດໂລກຂອງອົງການອະນາໄມໂລກ ຍອມຮັບວ່າ ໄວຣັສໂຄໂຣນາຕິດຕໍ່ຢ່າງວ່ອງໄວໃນມົນຖົນຫູເປີຍ ຂອງຈີນ ແຕ່ສະຖານນະການໃນຕອນນີ້ຍັງບໍ່ເຖິງຂັ້ນການລະບາດລະດັບໂລກ.
ດຣ. ຊິວວີ ບຣິແອນ ຍັງຊື່ນຊົມການຮັບມືກັບໂລລະບາດຂອງຈີນ ພ້ອມທັງສະແດງຄວາມຫວັງວ່າຈະສາມາດກຳຈັດໄວຣັສໂຄໂຣນາມໍລະນະຕົວນີ້ໃຫ້ຫາຍໃປຈາກໂລກ ແລະ ຍັງກ່າວເຕືອນເຖິງຄວາມສຳຄັນຂອງການຈັດການຂ່າວປອມອີກດ້ວຍ.
ນອກຈາກຈີນແລ້ວ ປະເທດ ຫຼື ພູມິພາກອື່ນໆ ທີ່ພົບຜູ້ຕິດເຊື້ອໄວຣັສໂຄໂຣນາໄດ້ແກ່ ໄທ 25 ຄົນ, ຍີ່ປຸ່ນ 20 ຄົນ, ສິງກະໂປ 18 ຄົນ, ເກົາຫຼີໃຕ້ 16 ຄົນ, ອອດສະເຕເລຍ ແລະ ເຢຍລະມັນນີ 12 ຄົນ, ສະຫະລັດອາເມລິກາ 11 ຄົນ, ໄຕ້ຫວັນກັບຫວຽດນາມ 10 ຄົນ, ມາເລເຊຍ 8 ຄົນ, ຝຣັ່ງ 6 ຄົນ, ສະຫະອາຣັບເອມິເຣດສ໌ 5 ຄົນ, ແຄນນາດາ 4 ຄົນ, ອິນເດຍ 3 ຄົນ, ອິຕານ ສະຫະລາດອານາຈັກ ຟິລິບປິນ ຣັດເຊຍ ຊາດລະ 2 ຄົນ ແລະ ກຳປູເຈຍ ຟິນແລນ ເນປານ ສີລັງກາ ເບວຢຽມ ສະເປນ ກັບສະວີເດນຊາດລະ 1 ຄົນ.