Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອາດີດປະທານປະເທດໂອ້ລົມພະນັກງານຫຼັກແຫຼ່ງ ແຂວງ ອັດຕະປື

Posted on 05/02/202006/02/2020 By All in LAOS No Comments on ອາດີດປະທານປະເທດໂອ້ລົມພະນັກງານຫຼັກແຫຼ່ງ ແຂວງ ອັດຕະປື

ສະຫາຍ ຄຳໄຕ ສີພັນດອນ ອາດີດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ, ອາດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ໂອ້ລົມພະນັກ ງານຫຼັກແຫຼ່ງຢູ່ແຂວງ ອັດຕະປື ພິທີຕອນຮັບ ໄດ້ມີຂຶ້ນໃນວັນທີ 5 ກຸມພາ 2020, ຢູ່ທີ່ຫ້ອງວ່າການ ແຂວງ ໂດຍມີການ ນຳແຂວງ, ເມືອງ, ພະແນກການ ແລະ ພະ ນັກງານວິຊາການພາຍໃນແຂວງ ເຂົ້າຮ່ວມ.


ສະຫາຍ ເລັດ ໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງໆ ອັດຕະປື ໄດ້ລາຍງານສະພາບ ການພັດທະນາເສດຖະກິດ-ສັງ ຄົມຂອງແຂວງໃນໄລຍະ 1 ປີ ຜ່ານມາ ເປັນຕົ້ນແມ່ນການແກ້ໄຂ ຄວາມທຸກຍາກ, ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ຖືກຜົນກະທົບຢູ່ເມືອງ ສະໜາມໄຊ, ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບ, ວຽກງານສຶກສາອົບຮົມ ການເມືອງ-ນຳພາແນວຄິດໃຫ້ ພະນັກງານ-ລັດຖະກອນພາຍ ໃນແຂວງ ມີຄວາມສະຫງົບ ໂດຍພື້ນຖານ ທັງໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງພັກຢ່າງມີຜົນສຳເລັດໃນຫຼາຍດ້ານ.


ພ້ອມນີ້ ສະຫາຍ ອາດດີດ ເລຂາທິການໃຫຍ່ ອາດີດປະທານປະເທດ ກໍໄດ້ມີຄຳຄິດ ເຫັນຊີ້ນຳ ໂອ້ລົມ ເຊິ່ງໄດ້ເນັ້ນໃຫ້ ເອົາໃຈໃສ່ແກ້ໄຂຊີວິດການເປັນ ຢູ່ຂອງປະຊາຊົນຜູ້ຖືກຜົນກະທົບຈາກສັນເຂື່ອນ ເຊປຽນ-ເຊນ້ຳນ້ອຍແຕກຢູ່ເມືອງ ສະໜາມໄຊ ໃຫ້ກັບສູ້ປົກກະຕິໃນລະດັບພື້ນຖານໂດຍໄວ, ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ນຳພາແນວຄິດ ເພື່ອສ້າງສະພາບເເວດລ້ອມ, ສັງຄົມນີຍົມເຂົ້າສູ່ຊີວິດຕົວຈິງ ເຮັດແນວໃດໃຫ້ພະນັກງານສະມາຊິກພັກ ຕະຫຼອດຮອດ ພໍ່ແມ່ນປະຊາຊົນໄດ້ກຳແໜ້ນ ຕໍ່ກັບການປະຕິບັດ ລະບຽບກົດໝາຍ ແລະ ລະບອບການເມືອງໃຫ້ເລິກເຊິ່ງໃນທົ່ວສັງຄົມ.


ເພີ່ມທະວີ ເອົາໃຈແກ້ໃສ່ກົນໄກສະພາບເສດຖະກິດ-ສັງຄົມ, ບັນດາໜີ້ສິນຄຸງເຄືອທີ່ຂາດການຊຸກຍູ້ສົ່ງເສີມຈາກພາກລັດ, ສ້າງຄວາມເຂັ້ມແຂງໃນການແກ້ໄຂວຽກງານ ປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ, ທີ່ ເກີດຂຶ້ນໃນສັງຄົມ ແລະ ຕ້ອງ ແກ້ໄຂຢ່າງທັນການ, ວຽກງານສືກສາ, ສາທາ ຍັງເຫັນວາແກ້ໄຂບໍ່ທັນສະພາບການເທົ່າທີ່ຄວນ, ເອົາໃຈໃສ່ ແກ້ໄຂຊີວິດການເປັນ ຢູ່ຂອງປະຊາຊົນໃນ ການແກ້ໄຂ ຄວາມທຸກຍາກ ໂດຍເລີ່ມຈາກ ຄອບຄົວ, ຊຸກຍູ້ໃຫ້ປະຊາຊົນປູກພືດຕາມລະດູ, ນຳໃຊ້ຊັບພະຍາກອນທຳມາດໃຫ້ມີຄວາມຍືນຍົງໄປຄຽງຄູ່ກັບ ການທ່ອງທ່ຽວອເພືື່ອສ້າງໃຫ້ເກີດປະໂຫຍດສູງສຸດ, ການສຶກສາ ເນັ້ນໃຫ້ເອົາໃຈໃສ່ຄຸນນະພາບເປັນຫຼັກ ເພື່ອຍົກລະດັບການ ສຶກສາໃຫ້ດີຂຶ້ນ, ຊອກຫາວິທີທາງ ແກ້ໄຂສ້າງວຽກເຮັດງານທຳ, ປົກປັກ ຮັກສາຮີດຄອງປະເພນີວັດທະ ນະທຳອັນດີງາມໄວ້, ການດຳເນີນ ກອງປະຊຸມໃຫຍ່ຕ້ອງເອົາໃຈໃສ່ ຕາມການເເນະນຳ, ກະກຽມຮອບດ້ານ, ຫັນລົງກໍ່ສ້າງຮາກຖານໃຫ້ ຫຼາຍຂຶ້ນ ເພື່ອກໍ່ສ້າງພະນັກງານ ແລະ ພັດທະນາບ້ານ, ກວດກາ ຄືນບ້ານພັດທະນາບັນດາເງື່ອນໄຂຕ່າງໆໂດຍເນັ້ນຄຸນນະພາບ ເປັນຫຼັກ ພ້ອມນີ້ ກໍ່ຍັງໄດ້ຊີ້ນຳດ້ານຂົງເຂດວຽກງານອື່ນໆອີກຈຳນວນໜຶ່ງ


ໂດຍ: ມາລາທິບ

ຂ່າວສານບ້ານເມືອງ

Post navigation

Previous Post: ກະຊວງສາທາ ອອກແຈ້ງການ ລະວັງການແຊຂໍ້ມູນທີ່ບໍ່ຖືກຕ້ອງ ຂອງ ການລະບາດຂອງໄວຣັສໂຄໂຣນາ
Next Post: ດ່ວນ! ສໍານັກງານນາຍົກລັດຖະມົນຕີ ແຈ້ງການ ເດັດຂາດຫ້າມຂຶ້ນລາຄາ ອຸປະກອນ ການແພດ! ຝ່າຝືນຖອນໃບອານຸຍາດດໍາເນີນທຸລະກິດທັນທີ

Related Posts

ກອງປະຊຸມການເຊື່ອມໂຍງສື່ແບບເກົ່າ-ແບບໃໝ່ໃຫ້ສື່ມວນຊົນລາວທົ່ວປະເທດ ຂ່າວສານບ້ານເມືອງ
ທົ່ວໂລກມີຜູ້ຕິດເຊື້ອ ໂ ຄ ວິ ດ ທະລຸ 100 ລ້ານຄົນແລ້ວ ຂ່າວສານບ້ານເມືອງ
ຫລວງພຣະບາງ ແຈ້ງການ ບໍ່ໃຫ້ຈັດງານເຄົ້າດາວ ທີ່ມີຄົນເຕົ້າໂຮມຈໍານວນຫຼາຍ ຂ່າວສານບ້ານເມືອງ
ເກີດເຫດ! ຄົນນອນເ ສ ຍ ຊີ ວິ ດ ບໍ່ຮູ້ສາເຫດ ຢູ່ເມືອງ ໂພນໂຮງ ແຂວງວຽງຈັນ ຂ່າວສານບ້ານເມືອງ
ລົດຕູ້ຕໍາລົດຈັກ ຄົນເສຍຊີວິດ 1 ແລະ ກວດພົບຢາເສບຕິດເຕັມລົດ ຂ່າວສານບ້ານເມືອງ
ລົດໄຟລາວ-ຈີນ ປັບປຸງໄລຍະຊື້ປີ້ ສາມາດຊື້ປີ້ລວມທັງມື້ເດີນທາງໄດ້ລ່ວງໜ້າ3ມື້ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme