Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປັບລາຄານໍ້າມັນຂາຍຍ່ອຍ ລົງທົ່ວປະເທດ ເລີ່ມ 6:00 ວັນທີ 5/2/2020

Posted on 05/02/202005/02/2020 By All in LAOS No Comments on ປັບລາຄານໍ້າມັນຂາຍຍ່ອຍ ລົງທົ່ວປະເທດ ເລີ່ມ 6:00 ວັນທີ 5/2/2020

ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງການສະບັບເລກທີ 0122/ອຄ.ກຄພນ ລົງວັນທີ 4 ກຸມພາ 2020 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ,ບັນດາບໍລິສັດ ນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງ ແຈ້ງປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.

ເຊິ່ງການການປັບລາຄາໃນຄັ້ງນີ້ ແມ່ນປັບລົງລາຄານໍ້າມັນເຊື້ອໄຟທຸກຊະນິດຄື: ແອັດຊັງພິເສດ ປັບລົງ 380 ກີບ/ລິດ (ຈາກ 10.770 ກີບ/ລິດ ມາເປັນ 10.390 ກີບ/ລິດ); ແອັດຊັງທໍາມະດາ ປັບລົງ 160 ກີບ/ລິດ (ຈາກ 9.650 ກີບ/ລິດ ມາເປັນ 9.490 ກີບ/ລິດ) ແລະ ກາຊວນ ປັບລົງ 280 ກີບ/ລິດ (ຈາກ 9.040 ກີບ/ລິດ ເປັນ 8.760 ກີບ/ລິດ) ເຊິ່ງລາຄານີ້ ແມ່ນເລີ່ມປະຕິບັດ ນັບແຕ່ວັນທີ 5 ກຸມພາ 2020 ເວລາ 6:00 ໂມງ ເປັນຕົ້ນໄປ

ພ້ອມນີ້, ຍັງໄດ້ເພີ່ມເກັບເງິນຄັງແຮນໍ້າມັນເຊື້ອໄຟທຸກຊະນິດຂຶ້ນຄື: ຄັງແຮແອັດຊັງພິເສດ ເພີ່ມຂຶ້ນ 200 ກີບ/ລິດ (ຈາກ 500 ກີບ/ລິດ ເພີ່ມເປັນ 700 ກີບ/ລິດ); ຄັງແຮແອັດຊັງທຳມະດາ ແລະ ກາຊວນ ເພີ່ມຂຶ້ນ 300 ກີບ/ລິດ/ຊະນິດ (ຈາກ 400 ກີບ/ລິດ ເພີ່ມເປັນ 700 ກີບ/ລິດ/ຊະນິດ) ໂດຍແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0067/ອຄ.ກຄພນ ລົງວັນທີ 20 ມັງກອນ 2020.

ຂ່າວສານບ້ານເມືອງ

Post navigation

Previous Post: ແຈ້ງການ: ການນໍາໃຊ້ໃບເກັບເງິນຂອງຄັງເງິນແຫ່ງຊາດໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ
Next Post: ອົງການອະນາໄມໂລກຢືນຢັນ ໄວຣັສໂຄໂຣນາຍັງບໍ່ເຖິງຂັ້ນການລະບາດທົ່ວໂລກ

Related Posts

ສະໂມສອນກິລາລ້ານຊ້າງອິນທຣາເອຟຊີ​ ກຽມພ້ອມແລ້ວເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ ຂ່າວສານບ້ານເມືອງ
ປກສ ແຂວງຄຳມ່ວນ ສຶກສາອົບຮົມນັກໂທດ ຜູ້ຖືກຫາ ແລະ ຜູ້ຖືກດັດສ້າງ ຂ່າວສານບ້ານເມືອງ
ນາຍົກລັດຖະມົນຕີເນັ້ນໃຫ້ມີການຈັດການນໍ້າຢູ່ແຕ່ລະເຂື່ອນໃນທົ່ວປະເທດ ຂ່າວສານບ້ານເມືອງ
ຈັບຍິງສອງຄົນຂົນຢາເຕັມກະບະສອງຄັນ ຂ່າວສານບ້ານເມືອງ
ຫ້າວັນອັນຕະລາຍປີໃໝ່ສາກົນເສຍຊີວິດເຖິງ 36 ຄົນ ຂ່າວສານບ້ານເມືອງ
ຖືກພ້າຟັນອາການສາຫັດທີ່ໂພນໂຮງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme