ເພື່ອຮັບປະກັນການມອບລາຍຮັບເຂົ້າງົບປະມານ ໃຫ້ລວມສູນຜ່ານລະບົບທະນາຄານ ດ້ວຍການນໍາໃຊ້ໃບເກັບເງິນຂອງຄັງເງິນແຫ່ງຊາດໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ,
ຫ້ອງການກະຊວງການເງິນ ອອກແຈ້ງການ ສະບັບເລກທີ 0013/ຫກງ, ລົງວັນທີ 03 ມັງກອນ 2020 ເຖິງບັນດາຂະແໜງການລາຍຮັບ, ຄັງເງິນແຫ່ງຊາດ, ຫົວໜ່ວຍງົບປະມານຂັ້ນສູນການ-ທ້ອງຖິ່ນ, ພະແນກການເງິນແຂວງ-ນະຄອນຫຼວງ, ຫ້ອງການເງິນເມືອງ-ນະຄອນ, ບັນດາທະນາຄານທຸລະກິດຂອງລັດ, ທະນາຄານທຸລະກິດຕ່າງໆ, ບັນດາຫົວໜ້າທຸລະກິດ, ຜູ້ດຳເນີນທຸລະກິດ ແລະ ຜູ້ປະກອບການທຸກພາສ່ວນໃນຂອບເຂດທົ່ວປະເທດ; ໃຫ້ນຳໃຊ້ໃບຮັບເງິນຂອງຄັງເງິນແຫ່ງຊາດເປັນເອກະສານຢັ້ງຢືນການມອບພັນທະເຂົ້າງົບປະມານແຫ່ງລັດຜ່ານລະບົບທະນາຄານ.
ກົດອ່ານລາຍລະອຽດ


ທີ່ມາ: ກະຊວງການເງິນ