Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເນັ້ນໃຫ້ຄະນະສະເພາະກິດເອົາໃຈໃສ່ 4 ບັນຫາ ພ້ອມກຳນົດເອົາ 2 ໂຮງໝໍເປັນບ່ອນປິ່ນປົວ

Posted on 04/02/202004/02/2020 By News No Comments on ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເນັ້ນໃຫ້ຄະນະສະເພາະກິດເອົາໃຈໃສ່ 4 ບັນຫາ ພ້ອມກຳນົດເອົາ 2 ໂຮງໝໍເປັນບ່ອນປິ່ນປົວ

ລັດຖະບານໄດ້ແຕ່ງຕັ້ງຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ ( ໄວຣັສໂຄໂຣນາ ) ລວມທັງໄດ້ຕິດຕັ້ງເຄື່ອງສະແກນຫາເຊື້ອພະຍາດດັ່ງກ່າວຢູ່ 4 ດ່ານສາກົນ ຫຼ້າສຸດ, ໄດ້ແຕ່ງຕັ້ງ 4 ໜ່ວຍງານຊ່ວຍຄະນະສະເພາະກິດເພີ່ມຕື່ມ.


ດ້ານທ່ານນາຍົກ ເນັ້ນໜັກໃຫ້ຄະນະສະເພາະກິດເອົາໃສ່ 4 ບັນຫາຕົ້ນຕໍ. ໃນນັ້ນ, ໃຫ້ກຳນົດເອົາໂຮງໝໍມິດຕະພາບ 150 ຕຽງ ແລະ ໂຮງໝໍ 103 ເປັນບ່ອນປິ່ນປົວຫາກພົບຜູ້ຕິດເຊື້ອ, ພ້ອມໃຫ້ປະສານຫາຜູ້ປະກອບການຜະລິດຜ້າອັດປາກ ເພື່ອແຈກຢາຍໃຫ້ປະຊາຊົນປ້ອງກັນພະຍາດ.

ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານວ່າ: ປັດຈຸບັນອົງການອະນາໄມໂລກ ໄດ້ປະກາດເປັນພາວະສຸກເສີນຈາກການລະບາດຂອງພະຍາດປອດອັກເສບໂຄໂຣນາ ເຊິ່ງມາຮອດວັນທີ 3 ກຸມພາ 2020 ມີຈຳນວນຜູ້ຕິດເຊື້ອທັງໝົດ 17.351 ກໍລະນີ, ເສຍຊີວິດ 361 ຄົນ ແລະ ອາການຮ້າຍແຮງ 2.296 ກໍລະນີ. ສ່ວນຄົນເຈັບທີ່ໄດ້ຮັບການປິ່ນປົວຈົນຫາຍດີ ແລະ ອອກຈາກໂຮງໝໍແລ້ວ ຈຳນວນ 475 ຄົນ.

ສໍາລັບ ສປປ ລາວ ຍັງບໍ່ພົບກໍລະນີໃດທີ່ຕິດເຊື້ອດັ່ງກ່າວ ແລະ ໄດ້ຮັບສາຍດ່ວນໂທເຂົ້າ 166 ທັງໝົດ 356 ສາຍ ແລະ ເບີ IHR Duty office ( 020 5406 6777 ) ເພື່ອສອບຖາມຂໍ້ມູນ ທັງໝົດ 174 ສາຍ; ຕັ້ງແຕ່ວັນທີ 15 ມັງກອນ ຫາ ວັນທີ 2 ກຸມພາ 2020 ມີ 13 ກໍລະນີສົງໄສ. ໃນນັ້ນ, ຄົນຈີນ 4 ຄົນ ແລະ ຄົນລາວ 13 ຄົນ ໄດ້ຮັບການສອບສວນ ແລະ ຜົນການກວດຫ້ອງວິເຄາະແມ່ນມີຜົນລົບ ແລະ ອີກ 2 ກໍລະນີກຳລັງລໍຜົນ.

ທ່ານຍັງກ່າວຕື່ມວ່າ: ກະຊວງສາທາ ໄດ້ເອົາໃຈໃສ່ເຝົ້າລະວັງປ້ອງກັນການຕິດເຊື້ອ ແລະ ການຄຸ້ມຄອງກໍລະນີ ໂດຍໄດ້ກຳນົດໂຮງໝໍ 3 ແຫ່ງ ເປັນບ່ອນແຍກປ່ຽວກໍລະນີສົງໄສ ເຊັ່ນ: ໂຮງໝໍມະໂຫສົດ, ເສດຖາທິຣາດ ແລະ ໂຮງໝໍເດັກ. ກຳ ນົດເອົາໂຮງໝໍມິດຕະພາບ ( 150 ຕຽງ ) ເປັນບ່ອນປິ່ນປົວຄົນຕິດເຊື້ອ, ສຳລັບແຂວງແມ່ນໂຮງໝໍແຂວງເປັນບ່ອນປິ່ນປົວ.

ຕອນທ້າຍກອງປະຊຸມ ທ່ານນາຍົກ ໄດ້ເນັ້ນໃຫ້ຄະນະສະເພາະກິດເອົາໃຈໃສ່ຕື່ມ 4 ບັນຫາເປັນຕົ້ນ ດັ່ງນີ້:  ເອົາໃຈໃສ່ໂຄສະນາ ຄວາມຈິງຂອງສະພາບການໃນປະເທດເຮົາ ເພື່ອໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈທົ່ວເຖິງ; ສືບຕໍ່ມີມາດຕະການເຂັ້ມງວດໃນການຕິດຕາມກວດກາ ເພື່ອຊອກຫາວ່າຢູ່ລາວບໍ່ມີກໍລະນີແທ້ບໍໃຫ້ຈະແຈ້ງ ແລະ ຊັດເຈນ; ໃຫ້ສືບຕໍ່ພົວພັນໃກ້ຊິດ ແລະ ເອົາໃຈໃສ່ຕື່ມຕໍ່ນັກສຶກສາລາວຢູ່ ສປ ຈີນ ພ້ອມທັງໃຫ້ສະຖານກົງສຸນເອົາໃຈໃສ່ຢ່າງໃກ້ຊິດ ແລະ ກໍລະນີມີຜູ້ຕິດເຊື້ອໃຫ້ ກະຊວງສາທາລະນະສຸກກຳນົດເອົາໂຮງໝໍ 103 ແລະ ໂຮງໝໍມິດຕະພາບ ເປັນບ່ອນປິ່ນປົວ.

ຂ່າວສານບ້ານເມືອງ

Post navigation

Previous Post: ລາຍງານ ໄວຣັສໂຄໂຣນາ ວັນທີ່ 4/2/2020 ເສຍຊີວິດແລ້ວ 425 ຕິດເຊື້ອ 20471
Next Post: ເອກອັກຄະລັດຖະທູດ ສປ ຈີນ  ປະຈໍາ ສປປ ລາວ ຕອບຄໍາສັກຖາມ ສືມວນຊົນ ກັບສະຖານະການ ໄວຣັດໂຄໂຣນາ ລະບາດ

Related Posts

ຈຳປາສັກອອກແຈ້ງ! ການມາດຕະການສະກັດກັ້ນປ້ອງກັນ ແລະ ຄວບຄຸມການລະບາດໂ ຄ ວິ ດ ຂ່າວສານບ້ານເມືອງ
ເຈົ້ານະຄອນຫຼວງພະບາງອອກຄຳສັ່ງ! ມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ຂ່າວສານບ້ານເມືອງ
ແຂວງເຊກອງ ກໍານົດ 8 ວຽກແຜນປ້ອງກັນໂຄວິດ-19 ຂ່າວສານບ້ານເມືອງ
ສສຊ ແລະ ສສຂ ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ລົງເຄື່ອນໄຫວໂຄສະນາຫາສຽງ ຂ່າວສານບ້ານເມືອງ
ຕົ້ນປີກອງຄຸ້ມຄອງພາສີ II ເກັບລາຍຮັບລື່ນແຜນ 12,55% ຂ່າວສານບ້ານເມືອງ
ແຮງງານລາວ ທີ່ລົງທະບຽນໄປເຮັດວຽກຢູ່ໄທຢ່າງເປັນທາງການ ມີເຖິງ 200.000 ກວ່າຄົນແລ້ວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme