Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລາວ ກວດຜູ່ສົງໄສ ຕິດເຊື້ອໄວຣັສໂຄໂຣນາ 11 ຄົນ, ຜົນອອກມາປອດເຊື້ອ! ທຸກໜ່ວຍງານ ສຸມໃສຕິດຕາມ ສະພາບການຢ່າງໃກ້ຊິດ

Posted on 03/02/202003/02/2020 By All in LAOS No Comments on ລາວ ກວດຜູ່ສົງໄສ ຕິດເຊື້ອໄວຣັສໂຄໂຣນາ 11 ຄົນ, ຜົນອອກມາປອດເຊື້ອ! ທຸກໜ່ວຍງານ ສຸມໃສຕິດຕາມ ສະພາບການຢ່າງໃກ້ຊິດ

ລາຍງານຈາກ Lao National Radio ໃຫ້ຮູ້ວ່າ ປະຈຸບັນ ສປປ ລາວ ມີຄວາມພ້ອມໃນການປ້ອງກັນການລະບາດຂອງເຊື້ອພະຍາດອັກເສບປອດຢ່າງເຕັມທີ່. ດຣ ພອນປະດິດ ສັງໄຊຍະລາດ ຫົວຫນ້າສູນວິເຄາະ ແລະ ລະບາດວີທະຍາ ກະຊວງສາທາລະນະສຸກ ຢັ້ງຢືນວ່າ: ປະຈຸບັນ, ສປປ ລາວເຮົາ ແມ່ນມີອຸປະກອນການແພດພຽງພໍໃນຂັ້ນພື້ນຖານ ແລະ ໄດ້ມາດຕະຖານສາກົນຕາມທີ່ອົງການອະນາໄມໂລກກຳນົດອອກເພື່ອກວດຫາເຊື້ອພະຍາດອັກເສບປອດ ເຊີ່ງເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື ໂຄໂຣນາໄວຣັດ ທີ່ກຳລັງແຜ່ລະບາດໃນປະຈຸບັນ ຢູ່ສປ ຈີນ ແລະ ຫລາຍປະເທດໃນໂລກ;

ພ້ອມກັນນີ້, ທ່ານຍັງໄດ້ກ່າວຮັບປະກັນວ່າ ທຸກຂັ້ນຕອນໃນການກວດຫາເຊື້ອພະຍາດດັ່ງກ່າວແມ່ນປະຕິບັດຕາມຫລັກການໆແພດສາກົນທີ່ວາງອອກຢ່າງເຂັ້ມງວດ ແລະ ບໍ່ມີການປົກປິດຂໍ້ມູນຄວາມຈິງແຕ່ຢ່າງໃດທັງສິ້ນ.


ໃນໂອກາດໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດຫາເຊື້ອພະຍາດອັກເສບປອດເຊີ່ງເກີດຈາກເຊື້ອຈຸລະໂລກສາຍພັນໃຫມ່ ຫລື ໂຄໂຣນາໄວຣັດຢ່ຫ້ອງປະຊຸມສູນວິເຄາະ ແລະ ລະບາດວີທະຍາ, ນະຄອນຫລວງວຽງຈັນ ໃນຕອນເຊົ້າວັນທີ 3 ກຸມພາ 2020, ດຣ ພອນປະດິດ ສັງໄຊຍະລາດ, ຫົວຫນ້າສູນວິເຄາະ ແລະ ລະບາດວີທະຍາ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງການຂອງກະຊວງສາທາລະນະສຸກກ່ຽວກັບການປ້ອງກັນພະຍາດອັກເສບປອດເຊິ່ງເກີດຈາກເຊື້ອຈຸລະໂລກສາຍພັນໃຫມ່ ຫລື ໂຄໂຣນາໄວຣັດ, ສູນວິເຄາະ ແລະ ລະບາດວີທະຍາ ກໍ່ໄດ້ກະກຽມອຸປະກອນການແພດ ແລະ ບຸກຄະລາກອນແພດໝໍ ເພື່ອກຽມຄວາມພ້ອມດ້ານຕ່າງໆ

ໃນການວິໃຈຫາເຊື້ອພະຍາດນີ້ຢ່າງເຂັ້ມງວດ ໂດຍປະຕິບັດຕາມມາດຕະຖານດຽວກັນກັບບັນດາປະເທດໃກ້ຄຽງ, ພ້ອມທັງໄດ້ຢັ້ງຢືນວ່າ ທຸກໆຜົນການວິໃຈກ່ຽວກັບພະຍາດນີ້ ແມ່ນໄດ້ຕາມມາດຕະຖານສາກົນ. ດຣ ພອນປະດິດ ສັງໄຊຍະລາດ, ຍັງໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ສູນວິເຄາະ ແລະ ລະບາດວີທະຍາ, ກະຊວງສາທາລະນະສຸກ ກຳລັງເລັ່ງກວດກາຫາເຊື້ອພະຍາດອັກເສບປອດເຊິ່ງເກີດຈາກເຊື້ອຈຸລະໂລກສາຍພັນໃຫມ່ຫລື ໂຄໂຣນາໄວຣັດ ຈາກທັງໝົດ 11 ກໍລະນີສົງໃສທີ່ເດີນທາງມາຈາກເຂດທີ່ມີຄວາມສ່ຽງ ແລະ ມາຮອດຕອນນີ້ ໄດ້ຮັບການຢັ້ງຢືນຕົວຈິງແລ້ວວ່າ ທັງໝົດນີ້ບໍ່ເປັນພະຍາດດັ່ງກ່າວ.

ສຳລັບວຽກງານທີ່ຈຳເປັນອີກວຽກງານໜຶ່ງທີ່ສູນວິເຄາະ ແລະ ລະບາດວີທະຍາ ກຳລັງຈັດຕັ້ງປະຕິບັດໃນປະຈຸບັນ ແມ່ນການປະສານສົມທົບກັບບັນດາໂຮງໝໍແຂວງພາກເຫນືອ, ໂດຍສະເພາະ ໂຮງໝໍແຂວງຫລວງພະບາງ ແລະ ແຂວງຫລວງນ້ຳທາ ໃນການຂະຫຍາຍຈຸດຕິດຕັ້ງອຸປະກອນກວດຫາເຊື້ອພະຍາດອັກເສບປອດສາຍພັນໃຫມ່ ເພື່ອປ້ອງກັນບໍ່ໃຫ້ພະຍາດນີ້ເຂົ້າມາລະບາດໃນປະເທດລາວເຮົາໄດ້ຢ່າງເດັດຂາດ.

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນ ! ກວດພົບຄົນຈີນເປັນພະຍາດອັກເສບປອດ ສາຍພັນໃຫມ່ ວັນທີ 1/2/2020 ຜູ່ກ່ຽວເດີນທາງມາທ່ຽວລາວ ລະຫວ່າງວັນທີີ 26-31/1/2020
Next Post: ລາຍງານ ໄວຣັສໂຄໂຣນາ ວັນທີ່ 4/2/2020 ເສຍຊີວິດແລ້ວ 425 ຕິດເຊື້ອ 20471

Related Posts

ເຝິກອົບຮົມວຽກງານຕ້ານການຄ້າມະນຸດ ໃຫ້ເຈົ້າໜ້າທີ່ຕໍາຫຼວດຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານການເມືອງ ຂ່າວສານບ້ານເມືອງ
ລົງດາບຮ້ານດົງຫອຍ ແລະ ຮ້ານຊີຊີບາ ທີ່ລະເມີດຄໍາສັ່ງ ຂ່າວສານບ້ານເມືອງ
ລົດພ່ວງປີ້ນໄຟໄໝ້ໂຊເຟີຄາລົດ ທີ່ບໍ່ແກ້ວ (ມີຄລິບ) ຂ່າວສານບ້ານເມືອງ
ຂ່າວດ່ວນ! ສປປ ລາວ ພົບຜູ້ຕິດເຊື້ອ ໂ ຄ ວິ ດ ເພີ່ມ 01 ຄົນ ຂ່າວສານບ້ານເມືອງ
ລັດຖະມົນຕີກະຊວງອຸດສາຫະກຳ-ການຄ້າຢ້ຽມຢາມສະຫວັນນະເຂດ ພາຍຫຼັງຮັບຕຳແໜ່ງໃໝ່ ຂ່າວສານບ້ານເມືອງ
ພະຍາກອນອາກາດ ປະຈຳວັນທີ 18 ມີຖຸນາ 2021, ເວລາ 7:00 ໂມງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme