ຂ່າວດ່ວນ ! ກວດພົບຄົນຈີນເປັນພະຍາດອັກເສບປອດ ສາຍພັນໃຫມ່ ວັນທີ 1 ກຸມພາ 2020 ໂດຍຜູ້ກ່ຽວເຂົ້າມາລາວ ນະຄອນຫຼວງວຽງຈັນ ໃນວັນທີ 26/01/2020, ເດີນທາງໄປວັງວຽງ ວັນທີ 27/01/2020 ແລະ ຫຼວງພະບາງ ວັນທີ 28/01/2020 ແລະ ອອກເດີນທາງກັບຄືນຈີນ ໃນວັນທີ 31/01/2020 !
ຈົ່ງເຝົ້າລະມັດລະວັງ ສະຖານທີ່ ທີ່ຜູ້ກ່ຽວເດີນທາງໄປແຕ່ລະຈຸດດ້ວຍ !

ແຈ້ງການຂອງ ພະແນກສາທາລະນະສຸກ ແຂວງຫລວງພຣະບາງ ເລກທີ 084/ສທຂ.ຫຼບ ,ລົງວັນທີ 03 ກຸມພາ 2020
ເລື່ອງ ຂໍຄວາມຮ່ວມມືໃນການປ້ອງກັນແລະເຝົ້າລະວັງການລະບາດຂອງພະຍາດອັກເສບປອດຈາກຈຸນລະໂຣຄສາຍພັນໃຫມ່ ( Novel ColonaVirus-nCOV) ທີກຳລັງລະບາດທີເມືອງອູ່ຮັ່ນ ມົນທົນຫູເປີ່ຍ ສ.ປ ຈີນ

