Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດຖະມົນຕີກະຊວງການຕ່າງປະເທດ ສຳເລັດການຢ້ຽມຢາມສະຫະລັດອາເມລິກາ

Posted on 02/02/202002/02/2020 By All in LAOS No Comments on ລັດຖະມົນຕີກະຊວງການຕ່າງປະເທດ ສຳເລັດການຢ້ຽມຢາມສະຫະລັດອາເມລິກາ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານ ໄມເຄີນ ຣີດຈາດ ພອມພຽວ, ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ອາ ເມຣິກາ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມ ຢາມ ສະຫະລັດ ອາເມຣິກາ ຢ່າງເປັນທາງການຄັ້ງປະຖົມມະລຶກ ໃນລະຫວ່າງ ວັນທີ 27-29 ມັງກອນ 2020 ເພື່ອສົ່ງເສີມການພົວພັນ ແລະ ຮ່ວມມືສອງຝ່າຍ ລາວ ແລະ ສະຫະລັດ ອາເມຣິກາ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ແລະ ເພື່ອຜັນຂະ ຫຍາຍການເປັນຄູ່ຮ່ວມມືແບບກວມລວມ ໂດຍສະເພາະເນື່ອງໃນໂອກາດຄົບຮອບ 65 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມຣິກາ ໃນປີ 2020 ລວມທັງການກະກຽມກອງປະຊຸມສຸດຍອດສະໄໝພິເສດ ອາຊຽນ-ອາເມຣິກາ ໃນຖານະ ສປປ ລາວ ເປັນປະເທດປະສານງານ ອາຊຽນ-ສະຫະລັດ ອາເມຣິກາ.

ໃນວັນທີ 28 ມັງກອນ 2020, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະ ມົນຕີຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໄມ ພອມແພວ, ລັດຖະມົນຕີຕ່າງປະເທດ ສະຫະລັດ ອາເມຣິກາ.ສອງຝ່າຍ ໄດ້ຕີລາຄາສູງຕໍ່ການຮ່ວມມືທີ່ມີໝາກຜົນໃນດ້ານຕ່າງໆ ບົນພື້ນແຫ່ງການເປັນຄູ່ຮ່ວມມືແບບກວມລວມ ແລະ ໄດ້ປຶກສາຫາລືທິດທາງການຮ່ວມມືໃນອະນາຄົດ. ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີຕ່າງປະເທດ ສປປ ລາວ ໄດ້ຢືນຢັນຄວາມມຸ້ງໝັ້ນຂອງລັດຖະບານລາວ ສປປ ລາວ ທີ່ຈະສືບຕໍ່ໃຫ້ການຮ່ວມມືໃນການເສີມຂະຫຍາຍການພົວພັນ ແລະ ຮ່ວມມືສອງຝ່າຍໃຫ້ເຂັ້ມແຂງມີປະສິດທິຜົນຍິ່ງຂຶ້ນໃນຕໍ່ໜ້າ. ທ່ານລັດຖະ ມົນຕີຕ່າງປະເທດອາເມຣິກາ ໄດ້ຕີລາຄາສູງ ແລະ ຊົມເຊີຍການປະຕິບັດບົດບາດຂອງ ສປປ ລາວ ໃນຖານະເປັນປະເທດປະສານງານ ອາຊຽນ-ອາເມຣິກາ ທີ່ໄດ້ປະກອບສ່ວນກະກຽມໃຫ້ແກ່ກອງປະຊຸມສຸດຍອດສະໄໝພິເສດ ອາຊຽນ-ອາເມຣິກາ ເຊິ່ງຈະຈັດຂຶ້ນໃນເດືອນມີນາ 2020, ທີ່ ລັດສ໌ເວກັດ, ສະຫະລັດ ອາເມຣິກາ.

ໃນໂອກາດການຢ້ຽມຢາມຄັ້ງນີ້, ທ່ານລັດຖະມົນຕີຕ່າງປະເທດ ສປປ ລາວ ຍັງໄດ້ພົບປະກັບຫຼາຍພາກ ສ່ວນຂອງສະຫະລັດ ອາເມຣິກາ ເຊັ່ນ: ສະມາຊິກລັດຖະສະພາ; ຮອງທີ່ປຶກສາດ້ານຄວາມໝັ້ນຄົງຂອງປະທານາທິບໍດີ; ຜູ້ຊ່ວຍລັດຖະ ມົນຕີຕ່າງປະເທດຮັບຜິດຊອບວຽກງານສົ່ງເສີມການເຕີບໂຕດ້ານເສດຖະກິດ, ພະລັງງານ ແລະ ສິ່ງ ແວດລ້ອມ; ຜູ້ບໍລິຫານອົງການ USAID; ຜູ້ຊ່ວຍຫ້ອງການການຄ້າສະຫະລັດ ອາເມຣິກາ ປະຈໍາຫ້ອງການປະທານາທິບໍດີ (USTR) ກໍ່ຄືອົງການຈັດຕັ້ງບໍ່ສັງກັດລັດຖະບານຈໍານວນໜຶ່ງ ເຊິ່ງໃນນັ້ນກໍ່ໄດ້ມີການແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການຮ່ວມມື ແລະ ຊ່ວຍ ເຫຼືອຂອງອາເມຣິກາແກ່ ສປປ ລາວ ໃນຂະແໜງການຕ່າງໆ ເປັນຕົ້ນການເກັບກູ້ລະເບີດທີ່ບໍ່ທັນແຕກ, ການຄ້າ, ການລົງທຶນ, ສາທາລະນະສຸກ, ການສຶກສາ ແລະ ອື່ນໆ.

ການພົບປະຕ່າງໆດັ່ງກ່າວ ໄດ້ດໍາເນີນໄປດ້ວຍບັນຍາກາດອັນສ້າງສັນ, ກົງໄປກົງມາ ແລະ ດ້ວຍຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ແຕ່ຕົ້ນຕະຫຼອດປາຍ ແລະ ສາມາດເວົ້າໄດ້ວ່າການຢ້ຽມຢາມ ສະຫະລັດ ອາເມຣິກາຢ່າງເປັນທາງການຄັ້ງປະຖົມມະລຶກນີ້ ໄດ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ ອັນເປັນພື້ນຖານອັນສໍາຄັນໃນການສົ່ງເສີມການພົວພັນຮ່ວມມືລະຫວ່າງສອງປະເທດໃນຕໍ່ໜ້າ ໃຫ້ກວ້າງຂວາງ ແລະ ມີປະສິດທິຜົນຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງໃນພາກພື້ນ ແລະ ສາກົນ.

ຂ່າວ,ພາບ: ກົມຂ່າວ ກະຊວງການຕ່າງປະເທດ

ຂ່າວສານບ້ານເມືອງ

Post navigation

Previous Post: ດ່ວນທີ່ສຸດ! ໂຈະການອອກວີຊາ ໃຫ້ນັກທ່ອງທ່ຽວທີ່ເດີນທາງມາແຕ່ຈີນ
Next Post: ໃຊ້ຂອງມີຄົມທຳຮ້າຍຮ່າງກາຍໂຕເອງ ເຈັບສາຫັດ

Related Posts

ໝອກໜາເຊົ້ານີ້ທີ່ ນະຄອນຫຼວງວຽງຈັນ – ປາຍຝົນຕົ້ນໜາວ 2022 ຂ່າວສານບ້ານເມືອງ
ນະຄອນຫລວງວຽງຈັນ​ ລັອກດາວ​ ພື້ນທີ່ສີແດງ 14 ມື້​ ໂດຍມີ​ 3​ ລະດັບຄື ບ້ານແດງເຂັ້ມ,​ ບ້ານແດງ ແລະ ບ້ານເຫລືອງ 14 ມື້ ຂ່າວສານບ້ານເມືອງ
ນໍ້າຖ້ວມຂັງເຂດບ້ານວຽງຄໍາ ເມືອງຫີນເຫີບ ຂ່າວສານບ້ານເມືອງ
ສະຫາຍ ຄຳພັນ ເຜີຍຍະວົງ ເປັນຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຜູ້ໃໝ່ ຂ່າວສານບ້ານເມືອງ
ສະຫຼົດໃຈ! ລົດຈັກຕໍາກັບລົດໃຫຍ່ ເສຍຊີວິດຄາທີ່ 1 ຄົນ ກາງເດິກ ທາງດົງໂດກ ຂ່າວສານບ້ານເມືອງ
ໃຫ້ກໍາລັງໃຈ! ນັກຮົບຊຸດຂາວຫຼວງພະບາງ ປະຈຳການຢູ່ແນວໜ້າ ເພື່ອຕໍ່ສູ້ກັບພະຍາດ ໂຄວິດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme