ນະຄອນຫຼວງວຽງຈັນ: ລາຍງານຈາກສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ໃຫ້ຮູ້ວ່າ ໃນວັນທີ 31 ມັງກອນ 2020 ເວລາ 20:55ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີລົດເມກັບລົດຈັກຕຳກັນຢູ່ເຂດບ້ານສົມປະເສີດ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ

ທີມກູ້ຊີບ-ກູ້ໄພນະຄອນຫຼວງ1624 ຈື່ງອອກກວດສອບເຫດພົບຜູ້ເຊຍຊີວິດ 3 ຄົນເປັນເພດຊາຍທັງຫມົດ, ສົບ 1 ແມ່ນຕິດຄາ ໜ້າລົດເມ ແລະ ອີກສອງສົບ ແມ່ນຟົ້ງລົງຂ້າງທາງ. ລົດທີ່ຮ່ວມເຫດ ມີລົດເມ ທະບຽນ ບກ 0577 ແລະ ລົດຈັກ ທະບຽນບໍ່ຊັດເຈນ.

ດັ່ງນັ້ນທີມກູ້ຊີບ-ກູ້ໄພນະຄອນຫຼວງຈື່ງປະສານກັບເຈົ້າໜ້າທີ່ຕຳຫລວດເພຶ່ອນຳຫາຍາດພີ່ນ້ອງ. ສ່ວນສາເຫດຂອງອຸບັດຕິເຫດ ທາງເຈົ້າໜ້າທີ່ກ່ຽວຂ້ອງຈະດໍາເນີນການສືບສວນຕໍ່ໄປ






ຄລິບລາຍງານສົດຈາກທີ່ເກີດເຫດ
ສະແດງຄວາມເສຍໃຈກັບເຫດການຄັ້ງນີ້