ແຕກຕື່ນກັນທົ່ວເມືອງລາວ, ກັບຂ່າວຊາຍຈີນຕິດໄວຣັດໂຄໂຣນາ ນອນເສຍຊີວິດທີ່ນະຄອນຫຼວງວຽງຈັນ ໃນຕອນບ່າຍ ວັນທີ 31 ມັງກອນ 2020. ຈາກການກວດສອບຂໍ້ມູນຂອງ ທີມງານ All in LAOS ແລ້ວ ຂ່າວດັ່ງກ່າວ ແມ່ນຂ່າວປອມ.
ຈາກການລາຍງານຂອງ ໜ່ວຍກູ້ຊີບອົງການກາແດງລາວ ແຈ້ງໃຫ້ຮູ້ວ່າ: ໃນວັນທີ 31 ມັງກອນ 2020 ເວລາ 12:30 ນາທີ.ໜ່ວຍກູ້ຊີບກາແດງລາວ 1625 ໄດ້ຮັບແຈ້ງເຫດຈາກປະຊາຊົນວ່າມີຊາຍຕ່າງປະເທດນອນຢູ່ຂ້າງທາງ(ສີແຍກໄຟແດງໄອໂມບາຍໜ້າທະນາຄານລາວ-ຫວຽດ).

ເມື່ອທາງອາສາກູໄພ້ 1625 ອອກກວດສອບເຫດໄດ້ພົບຊາຍໜື່ງຄົນແລ້ວທາງອາສາກູ້ໄພກໍໄດ້ມີການປຸກຊາຍດັ່ງກ່າວຂື້ນມາ.ຜູ້ຊາຍຕ່າງປະເທດມີສະຕິດີ, ເປັນຄົນສັນຊາດມົງໂກລີ. ຜູ່ກ່ຽວແມ່ນມີອາການມືນເມົາແລ້ວນອນຂ້າງທາງ. ສ່ວນອາການບາດເຈັບແມ່ນບໍ່ພົບເຫັນອາການໃດໆ.

ສ່ວນວ່າມີເພຈຫຼາຍເພຈ ອອກຂ່າວວ່າ ແມ່ນຄົນຈີນຕາຍຍ້ອນືໄວຣັດໂຄໂຣນານັ້ນ ບໍ່ແມ່ນຄວາມຈິງແຕ່ປະການໃດ. ທ່ານສາມາດສອບຖາມທີມກູ້ໄພ 1625 ເພື່ອ້ມູນເພີ່ມເຕີມ. ເສບຂ່າວຢ່າງມີສະຕິ! ໝັ້ນໃຈ ກ່ອນແຊ! ຕິດຕາມ ເພຈ ທີ່ມີຄວາມໜ້າເຊື່ອຖື. ເພື່ອຫຼີກລ້ຽງຂ່າວປອມ ແລະ ສ້າງຄວາມສັບສົນແກ່ສັງຄົມ.


